ເກາະເຄແມນບຽດສະວິດເປັນທີ່ຟອກເງິນອັນດັບ1ຂອງໂລກ

26 Feb 2020

ຄລິກແຊຣ໌ 0 Facebook WhatsApp

ການເປີດເສລີທາງການເງິນເຮັດໃຫ້ເງິນທຶນເຄື່ອນຍ້າຍໄດ້ຢ່າງເສລີທົ່ວໂລກຫຼາຍປະເທດຈຶ່ງອອກກົດໝາຍ ແລະ ກົດລະບຽບຕ່າງໆເພື່ອຊ່ວຍປົກປິດຂໍ້ມູນຂອງນັກທຸລະກິດຫຼືຄົນຕ່າງປະເທດທີ່ນໍາເງິນເຂົ້າມາໃນປະເທດເພື່ອຫວັງດຶງດູດເງິນມະຫາສານເຫຼົ່ານີ້.

ຈາການສໍາຫຼວດຂອງ The Tax Justice Networkໃນປີ2019ວ່າ:ອັນດັບ1ຂອງດິນແດນທີ່ເປັນສະຫວັນຂອງຜູ້ທີ່ຕ້ອງການໜີພາສີຫຼືຟອກເງິນຄືໝູ່ເກາະເຄແມນມີຄ່າດັດຊະນີເພີ່ມຂຶ້ນເຖິງ24%ເຮັດໃຫ້ເກາະແຫ່ງນີ້ຫຍັບຈາກອັນດັບ2ໃນປີ2018ຂຶ້ນມາເປັນອັນດັບ1ເປັນຄັ້ງທໍາອິດ,ຂະນະທີ່ປະເທດ ສະວິດແຊັ້ມເກົ່າຕົກໄປຢູ່ອັນດັບ3.

ຂະນະທີ່ຄ່າດັດຊະນີດັ່ງກ່າວຂອງອາເມຣິກາເພີ່ມຂຶ້ນ15%ຈາກປີ2018ເຊິ່ງບົດລາຍງານໃຫ້ຮູ້ວ່າ:ສາເຫດມາຈາກທີ່ອາເມຣິກາອອກກົດໝາຍອະນຸຍາດໃຫ້ສ້າງຕັ້ງມູນນິທິໃນລັດນິວແຮມເຊຍບໍ່ຈໍາເປັນຕ້ອງເປີດເຜີຍຂໍ້ມູນເຮັດໃຫ້ອາເມຣິກາກາຍເປັນປະເທດທີ່ເໝາະສໍາລັບການຟອກເງິນອັນດັບ2ຂອງໂລກແຊງໜ້າສະວິດ.

ຢ່າງໃດກໍຕາມເນື່ອງຈາກອາເມຣິກາມີອັດຕາສ່ວນການບໍລິການທາງການເງິນຂ້າມປະເທດຫຼາຍເຖິງ21,4%ຂອງທັງໂລກຈຶ່ງຖືວ່າອາເມຣິກາເປັນສະຖານທີ່ໜີພາສີ ແລະ ຟອກເງິນແຫ່ງສໍາຄັນຂອງໂລກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ