ຫຼັງບຳນານຫັນມາເຮັດຜະລິດຕະພັນຫັດຖະກຳຕ່ຳແຜ່ນຢ່າງຈິງຈັງ

152

ຄອບຄົວ ທ່ານ ຄຳໄລ ນອງລາວ ພະນັກງານອາວຸໂສບຳນານ ຫັນມາເຮັດການຜະລິດຕະພັນຫັດຖະກຳຕໍ່າແຜ່ນເຜົ່າກຣຽງຢ່າງຈິງຈັງ ພາຍຫຼັງກະສຽນຈາກວຽກງານຈົນໄດ້ຮັບກາໝາຍໂອດ໊ອບ ແລະ ສ້າງລາຍຮັບແກ່ຄອບຄົວ, ກາຍມາເປັນຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເປັນຄອບຄົວຕົວແບບຂອງບ້ານ.

ທ່ານ ຄຳໄລ ນອງລາວ ພະນັກງານອາວຸໂສບຳນານ ບ້ານໃໝ່ຫົວເມືອງ ຕາງໜ້າໃຫ້ກຸ່ມຫັດຖະກຳຕ່ຳແຜ່ນແພ ເມືອງລະມາມ ແຂວງເຊກອງ ໄດ້ໃຫ້ຮູ້ກ່ຽວກັບການຜະລິດຕະພັນຫັດຖະກຳຕໍ່າແຜ່ນເປັນສິນຄ້າ ວ່າ: ຍ້ອນເຄີຍມີມູນເຊື້ອດຸໝັ່ນຂະຫຍັນພຽນ ບວກກັບຄວາມມັກໃນອາຊີບນີ້ມາກ່ອນ, ພັກ – ລັດ ແລະ ຂະແໜງການກ່ຽວຂ້ອງຂັ້ນແຂວງ – ເມືອງ ໄດ້ອຳນວຍຄວາມສະດວກ ແລະ ກະຕຸກຊຸກຍູ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການ ຈຶ່ງເຮັດໃຫ້ການຜະລິດຫັດຖະກຳຂອງຄອບຄົວ ກໍຄືກຸ່ມໄດ້ຮັບການສືບທອດນຳມາຜະລິດເປັນສິນຄ້າ ໂດຍແມ່ນ ນາງ ເພັດ ນອງລາວ ( ຜູ້ເປັນເມຍ ) ໄດ້ຝຶກແອບຮໍ່າຮຽນສືບທອດຈາກແມ່ແຕ່ອາຍຸ 15 ປີ. ເລີ່ມຮຽນຮູ້ຝຶກແອບໃນຂັ້ນຕົ້ນແມ່ນວິທີການເຂັນ, ການຕໍ່າ, ການຈັດເກັບລາຍ ແລະ ອອກແບບມີຫຼາຍສີສັນທີ່ຫຼາກຫຼາຍ, ການນຳໃຊ້ວັດຖຸດິບຍ້ອມສີຈາກທຳມະຊາດ, ພ້ອມອຸປະກອນການຕ່ຳດ້ວຍກີ່ແອວຈົນມີຄວາມຊຳນິຊຳນານ, ມີປະສົບການຫຼາຍຂຶ້ນ ແລະ ໄດ້ພັດທະນາຂຶ້ນເປັນກ້າວໆ.

ຈົນມາຮອດປີ 2014 ເປັນຕົ້ນມາຄອບຄົວ ຂ້າພະເຈົ້າໄດ້ຢຶດຖືອາຊີບນີ້ເປັນຫຼັກຢ່າງຈິງຈັງ, ພ້ອມກັນສູ້ຊົນພັດທະນາຈົນເຮັດໃຫ້ຜະລິດຕະພັນສິນຄ້າດັ່ງກ່າວໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ຂອງເມືອງລະມາມ ໃນປີ 2019 ແລະ ໄດ້ຮັບໃບຢັ້ງຢືນຜະລິດຕະພັນດີເດັ່ນໃນມະຫະກຳສີມືຫັດຖະກຳລາວ ຄັ້ງທີ 18 ປີ 2019 ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້ “ ເຄື່ອງທີ່ລະນຶກລາວ ”.

ນອກຈາກນີ້, ຍັງມີຄວາມສົນໃຈຈາກຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງເທດ ຈຶ່ງເຮັດໃຫ້ເກີດມີສາຂາຈຳໜ່າຍຢູ່ຕ່າງແຂວງ ທັງໝົດ 9 ສາຂາຈຳໜ່າຍ ຄື: ນະຄອນຫຼວງວຽງຈັນ ມີ 5 ສາຂາ, ນະຄອນຫຼວງພະບາງ ມີ 2 ສາຂາ, ແຂວງໄຊຍະບູລີ ມີ 1 ສາຂາ ແລະ ແຂວງສະຫວັນນະເຂດ ມີ 1 ສາຂາຈຳໜ່າຍ; ມີປະສົບການໄປວາງສະແດງສິນຄ້າ – ຂາຍພາຍໃນປະເທດ ແຕ່ປີ 2006 – 2019 ລວມທັງໝົດ 15 ຄັ້ງ.

ທ່ານ ຄຳໄລ ນອງລາວ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ໄດ້ຜະລິດ ແລະ ຈຳໜ່າຍຕາມສາຂາຕ່າງໆ ໂດຍສະເລ່ຍໄດ້ 800 ກວ່າຜືນ, ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ 35 ລ້ານກີບຕໍ່ປີ. ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ຄອບຄົວຂອງຂ້າພະເຈົ້າມີລາຍຮັບເພີ່ມຂຶ້ນກາຍມາເປັນຄອບຄົວທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ມີຢູ່ມີກິນ ແລະ ໄດ້ກາຍເປັນຄອບຄົວຕົວແບບຂອງບ້ານກໍຄືຕົວແບບກຸ່ມຜູ້ຜະລິດສິນຄ້າຈາກຫັດຖະກຳຕ່ຳແຜ່ນຂອງເຜົ່າກຣຽງ.

ຄຽງຄູ່ກັບຜົນສຳເລັດທີ່ກ່າວມາຂ້າງເທິງນັ້ນ ຍັງຕ້ອງໄດ້ຍົກລະດັບການຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສູງຂຶ້ນ, ຄຽງຄູ່ກັບການອະນຸຮັກຮັກສາສີໄມ້ລາຍມືຂອງສິນຄ້າລາວ ແລະ ຕັ້ງເປົ້າຂະຫຍາຍສາຂາຈຳໜ່າຍເພີ່ມອີກໃຫ້ໄດ້ 5 ໜ່ວຍ ແລະ ຈະສ້າງລາຍຮັບຈາກຂາຍຜະລິດຕະພັນໃຫ້ໄດ້ 50 ລ້ານກີບຕໍ່ປີ.

ກຸ່ມຫັດຖະກຳຕໍ່າແຜ່ນແພເມືອງລະມາມ ຕັ້ງຢູ່ບ້ານໃໝ່ຫົວເມືອງ ແລະ ບ້ານວັດຫຼວງ ເມືອງລະມາມ ແຂວງເຊກອງ ປະກອບມີ 1 ກຸ່ມ ແລະ ມີສະມາຊິກທັງໝົດ 35 ຄົນ.

( ຂ່າວ: ເມືອງລະມາມ )

ຮຽບຮຽງ: ສັນຕິ