MVT06 ອຸ້ມ ການຈະນາ ສາວຜູ້ຈິດໃຈງາມ ຫວັງຢາກມີມູນນິທິເດັກເປັນຂອງໂຕເອງ

163

ໜຶ່ງສາວທີ່ມີຈິດໃຈງາມດັ່ງໜ້າຕາ ຂອງ 20 ນ້ອງຜູ້ເຂົ້າປະກວດນາງສາວນະຄອນຫຼວງ 2020 ກໍ່ຄື ອຸ້ມ ການຈະນາ ວິລະກຸນ MVT06 ອາຍຸ 18 ປີ, ກໍາລັງສຶກສາ ທີ່ ມະຫາວິທະຍາໄລເເຫ່ງຊາດ ຄະນະເສດຖະສາດ ເເລະບໍລິຫານທຸລະກິດ ສາຂາ ການຕະຫລາດ.

ສາວອຸ້ມ ບອກວ່າ: ເຫດຜົນທີ່ນ້ອງເລືອກມາປະກວດນາງສາວນະຄອນຫຼວງເພາະນ້ອງໄດ້ລໍຖ້າມາເປັນເວລາຫລາຍປີເເລ້ວ ເເລະເຊື່ອວ່າປີນີ້ນ້ອງມີຄວາມພ້ອມ ທາງດ້ານສະກະຍະພາບ ເເລະ ຄວາມສາມາດ.

ເຖິງວ່ານ້ອງບໍ່ເຄີຍຜ່ານເວທີການປະກວດໃດ ຫຼື ຍັງບໍ່ເຄີຍມີຜົນງານດ້ານບັນເທິງມາກ່ອນກໍຕາມ ນ້ອງກໍມີຄວາມຄາດຫວັງ ຢາກຈະຕິດ 1 ໃນ 3 ຂອງເວທີນາງສາວນະຄອນຫລວງວຽງຈັນ 2020.

ນ້ອງມີຄວາມສາມາດເວົ້າພາສາອັງກິດໃນການບອກເລົ່າ ເເລະ ຖ່າຍທອດຄວາມເປັນລາວໃຫ້ກັບຄົນຕ່າງຊາດໄດ້ສຳຜັດເຖິງກິ່ນອາຍຄວາມເປັນລາວໄດ້.

ອຸ້ມເອງມີຄວາມເປັນເເມ່ຍິງລາວ, ມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ ເເລະ ຮັກເເຜ່ນດິນຂອງເເມ່, ອຸ້ມສາມາດຟ້ອນລຳວົງລາວເປັນ 5 ຈັງຫວະໄດ້ ເເລະ ສາມາດເເຕ່ງອາຫານລາວໄດ້.

ໃນເວລາວ່າງນ້ອງມັກເຂົ້າເວັບໄຊ ຮຽນພາສາອັງກິດອອນລາຍ.

ອຸ້ມເປັນເອື້ອຍກົກ ເເລະ ມີນ້ອງ 2 ຄົນ ປັດຈຸບັນຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ເປົ້າໝາຍໃນອະນາຄົດຂອງນ້ອງທີ່ນອກຈາກການທີ່ຢາກຈະເປັນສາວເເອ ເເລະນາງງາມເເລ້ວ ນ້ອງຢາກມີມູນນິທິເດັກເປັນຂອງນ້ອງເອງ, ເຖິງວ່າຢູ່ໃນປະເທດເຮົາກໍ່ມີຫລາຍມູນນິທິທີ່ຊ່ວຍເຫລືອສັງຄົມເເລ້ວ ເເຕ່ມັນກໍຍັງບໍ່ທັນພຽງພໍເເລະທົ່ວເຖິງເທື່ອ, ເຊິ່ງນ້ອງເອງກໍຢາກຈະເເບ່ງປັນທາງດ້ານທຶນການສຶກສາ ເເລະ ຊີວິດການເປັນຢູ່ທີ່ອົບອຸ່ນໃຫ້ເເກ່ເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ໄດ້ຮັບໂອກາດຢ່າງພຽງພໍ.

ເຄັດລັບໃນການຮັກສາສຸຂະພາບເເລະຮ່າງກາຍ: ນອນໃຫ້ພຽງພໍຢ່າງໜ້ອຍ 8ຊົ່ວໂມງ, ອອກກໍາລັງກາຍເເລະດື່ມນໍ້າໃຫ້ສະໝໍ່າສະເໝີ, ຫຼິ້ນໂຢຄະ 4ຄັ້ງ/ທິດເເລະຫລິ້ນກິລາລອຍນໍ້າ ເພາະຈະເຮັດໃຫ້ຊັດສ່ວນທົ່ວຮ່າງກາຍເຮົາເເຂງເເຮງຢ່າງສະໝໍ່າສະເໝີ.

ຜູ້ຊາຍໃນສະເປັກ: ເປັນຄົນທີ່ຍອມຮັບທຸກຢ່າງທີ່ເປັນເຮົາເເລະສິ່ງເເວດລ້ອມອ້ອມຂ້າງ ລວມໄປເຖິງໝູ່, ມີຄວາມເປັນຜູ້ນຳເເລະກ້າຫານ ເເລະກ້າທີ່ຈະສະເເດງອອກ, ເຄົາລົບນັບຖືເຊິ່ງກັນເເລະກັນທັງຕໍ່ໜ້າເເລະລັບຫຼັງ , ທີ່ສຳຄັນ ຜູ້ຊາຍຄົນນັ້ນຕ້ອງຮັກເເລະໃຫ້ກຽດພໍ່ເເລະເເມ່ເຮົາ.