ອາລີຢາ ສີຣິໂສພາ ຕົວແທນປະເທດປະກວດໃນເວທີ MISS INTERNATIONAL QUEEN 2020

102

ສົ່ງກໍາລັງໃຈໃຫ້ ອາລີຢາ ສີຣິໂສພາ ຫຼື (ລິຍາ) Miss Queen Laos 2020 ຕົວແທນສາວປະເພດສອງ ຈາກປະເທດລາວ ໃນການປະກວດ Miss International Queen 2020 ທີ່ ບາງກອກ ປະເທດໄທ,

ສາວງາມຄົນນີ້ ໄດ້ເດີນທາງໄປເຖິງປະເທດໄທເພື່ອເກັບໂຕກັບບັນດາຜູ້ເຂົ້າປະກວດ, ຮອບຕັດສິນໃນວັນທີ 7 ມີນາ 2020 ນີ້, ປັດຈຸບັນ ລິຍາ ອາຍຸ 23 ປີ ເປັນຕົວແທນສາວປະເພດສອງຂອງລາວທີ່ຮ່ວມປະກວດໃນເວທີສາກົນ.


ໂດຍ ລີຍາບອກມາວ່າຈະນໍາເອົາ ຄວາມສາມາດພິເສດຕ່າງໆໄປໂຊ ສະແດງໃຫ້ມວນຊົນໄດ້ເຫັນ ເຊັ່ນ:


ເຕັ້ນ, ຟ້ອນ ແລະ ຄາບາເລໂຊ, ບົດຟ້ອນ ເພື່ອໄປເຜີຍແຜ່ ວັດທະນະທໍາບ້ານເຮົາໃຫ້ສາກົນຮັບຮູ້.


ຮ່ວມສົ່ງແຮງເຊຍໃຫ້ສາວປະເພດສອງ ຕົວແທນປະເທດລາວໃຫ້ໄດ້ເຂົ້າໄປເຖິງຮອບເລິກໆ ເພື່ອສະແດງເອກະລັກ, ວັດທະນາທໍາ ແລະ ຄວາມເປັນຊາດລາວ ໃຫ້ກັບຕ່າງຊາດໃຫ້ຮັບຮູ້ນໍາກັນ ແລະ ເປັນກໍາລັງໃຈໃຫ້ ລິຍາ ຫຼາຍໆເດີ້

Photo: Aliya Sirisopha