ສຸດຍອດ! ໝາກ​ເຂົ້າ​​​ສາມາດຊ່ວຍ​ຫຼຸດຜ່ອນຄວາມສ່ຽງຫຼາຍພະຍາດໃຫ້ດີຂຶ້ນໄດ້

291

ໝາກເຂົ້າເປັນ​ຜັກ​ທີ່​ຊາວບ້ານ​ນິຍົມ​ນຳ​ໝາກອ່ອນ, ຍອດ​ອ່ອນ​ມາ​ລວກ ຫຼື ​ຕົ້ມ​ເປັນ​ຜັກ​ກັບ​ທີ່ກິນກັບແຈ່ວ​,  ປົ່ນ ​ເຊິ່ງມີສັບ​ພະຄຸນ​ທາງ​ຢາທັງຮາກ ​ແລະ ​ໃບ​ແມ່ນ​ສາມາດໃຊ້​ຖອນ​ພິດ, ຫຼຸດ​ໄຂ້, ແກ່ນດິບມີ​ລິດ​ເປັນ​ຢາ​ເບື່ອ​ຫ້າມ​ກິນຕ້ອງ​ເຮັດ​ໃຫ້​ສຸກ​ກ່ອນ​ຈຶ່ງ​ສາມາດ​ກິນ​​ໄດ້.

ໝາກເຂົ້າມີ​ສານ​ອາຫານ​ຫຼາຍ​ຢ່າງເຊັ່ນ: ເບ​ຕາ​ແຄ​ໂລ​ທີນ, ໄລ​ໂຄ​ປີນ,  ຊີ​ແຊນ​ທີນ, ລູ​ທີນ, ວິ​ຕາ​ມິນ​ອີ ​ແລະ ກົດ​ໄຂ​ມັນ​ທີ່​ຈຳ​ເປັນ. ເຊິ່ງ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫຼະ​ສ່ວນ​ໃຫຍ່ຈະມີ​ປະລິມານ​ຫຼາຍ​ໃນ​ໝາກ​ເຂົ້າທີ່​ຍັງ​ບໍ່​ສຸກ (ໜ່ວຍສີ​ຂຽວ) ໄລ​ໂຄ​ປີນ​​ແມ່ນ​ຈະ​ມີ​ຢູ່​ນຳເຍື່ອ​ຫຸ້ມ​ແກ່ນ​ໝາກ​ເຂົ້າທີ່ມີ​ປະ​ມານ​ສູງ​ຫຼາຍ ປະ​ມານ 10 ເທົ່າ​ຂອງ​ໜ່ວຍ ​ແລະ ​ໝາກໄມ້​ຊະນິດ​ອື່ນໆທີ່​ມີ​ໄລ​ໂຄ​ປີນ​ສູງເຊັ່ນ: ໝາກຮຸ່ງ, ໝາກ​ໂມ, ໝາກເຫຼ່ນ.

ເຊິ່ງ​ໄລ​ໂຄ​ປີນ​ນີ້ມີ​ການສຶກສາ​ພົບ​ວ່າ:​ ​ຊ່ວຍຫຼຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ຫຼອດ​ເລືອດ​ຫົວ​ໃຈ ​ແລະ ຈາກ​ການ​ທີ່​ມີ​ຜົນຊ່ວຍ​ຫຼຸດ​ລະ​ດັບ​ໄຂ​ມັນ​ໃນ​ເລືອດ​ແລ້ວກໍ່ຍັງ​ປ້ອງ​ກັນ​ເບົາ​ຫວານ​ໄດ້​ພ້ອມ. ​ໂດຍບາງ​ການສຶກສາຍັງ​ພົບ​ວ່າ: ​ຊ່ວຍຫຼຸດ​ຄວາມ​ສ່ຽງ​ການ​ເກີດ​ມະ​ເຮັງ​ໄດ້​ຫຼາຍ​ຊະນິດອີກເຊັ່ນ: ມະ​ເຮັງ​ອັນທະ, ມະ​ເຮັງ​ປອດ, ມະ​ເຮັງ​ຕັບ, ມະ​ເຮັງ​ຜິວ​ໜັງ, ມະ​ເຮັງ​ເຕົ້າ​ນົມ, ມະ​ເຮັງ​ໃນ​ລະບົບ​ທາງເດີນ​ອາຫານ, ມະ​ເຮັງ​ລຳ​ໄສ້, ມະ​ເຮັງ​ກະເພາະ​ອາຫານ, ມະ​ເຮັງ​ຕັບ​ອ່ອນ ​ແລະ ອີກ​ທັງ​ຍັງ​ຊ່ວຍຫຼຸດ​ຄ່າ prostate specific antigen (PSA). ເຊິ່ງ​ເປັນ​ຄ່າ​ບົ່ງ​ຊີ້​ສຸຂະພາບ​ຂອງ​ອັນທະທີ່​ອາດ​ເພີ່ມ​ຂຶ້ນ​ໃນ​ຄົົນທີ່​ເປັນ​ມະ​ເຮັງ​ອັນທະ ​ເພາະບາງ​ຄົົນທີ່​ເປັນ​ມະ​ເຮັງ​ອັນທະກໍ​ອາດ​ບໍ່​ມີ​ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ PSA ຫຼື ​ໃນ​ຄົນທີ່​ມີ​ພາ​ວະ​ການ​ອັກ​ເສບ​ຂອງ​ອັນທະ ຕິດ​ເຊື້ອ​ໃນ​ທາງ​ຍ່ຽວກໍ​ອາດ​ສົ່ງ​ຜົນ​ໃນ​ຄ່າ PSA ເພີ່ມ​ຂຶ້ນ ໝາກ​ເຂົ້າຈຶ່ງ​ມີ​ປະໂຫຍດ​ຕໍ່​ຜູ້​ຊາຍເຊິ່ງ​ມັກ​ຈະ​ມີ​ບັນຫາ​ອັນທະ​ເມື່ອ​ສູງ​ໄວ​ຂຶ້ນ.

ສ່ວນ​ເບ​ຕ້າ​ແຄ​ໂລ​ທີນC,JOເປັນ​ສານ​ຕັ້ງ​ຕົ້ນ​ຂອງ​ວິ​ຕາ​ມິນ​ເອ ເຊິ່ງ​ມີ​ຄວາມ​ສຳຄັນ​ຕໍ່​ສຸຂະພາບ​ຂອງ​ເຍື່ອ​​ຈຸລັງ​ທົ່ວ​ຮ່າງ​ກາຍມີ​ປະໂຫຍດ​ຕໍ່​ສຸຂະພາບ​ຂອງ​ດວງ​ຕາ ແລະ ຜິວ​ໜັງ. ໂດຍ​ຊ່ວຍ​ປ້ອງ​ກັນ ​ແລະ ​ຢຸດຢັ້ງຈໍ​ປະສາດ​ຕາ​ເສື່ອມ, ຊ່ວຍ​ປ້ອງ​ກັນ​ອາການ​ຕາບອດ​ກາງ​ຄືນ ແລະ ​ຖອກທ້ອງ​​ຈາກ​ການ​ຂາດ​ວິ​ຕາ​ມິນ​ເອ, ຊ່ວຍປົກ​ປ້ອງ​ຜິວ​ຈາກ​ແສງ​ແດດ, ປ້ອງ​ກັນ​ຜິວ​ໄໝ້​ແດດ, ຫຼຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ມະ​ເຮັງ​ເຕົ້າ​ນົມ, ມະ​ເຮັງ​ຮວຍໄຂ່ ແລະ ​ປ້ອງ​ກັນ​ຫອບ​ຫືດ​​ຈາກ​ການ​ອອກ​ກຳ​ລັງກາຍ. ​​ເຊິ່ງໃນໝາກເຂົ້າຍັງມີ​ຊີ​ແຊນ​ທີນ ແລະ ລູ​ທີນທີ່​ເປັນ​ສານ​ສຳຄັນ​ທີ່​ເປັນ​ປະໂຫຍດ​ຕໍ່​ສຸຂະພາບ​ຂອງ​ດວງ​ຕາ​ເຊັ່ນ​ກັນ.

ນອກ​ຈາກນີ້, ໝາກເຂົ້າຍັງມີ​ລິດ​ຕ້ານ​ການ​ອັກ​ເສບ, ຕ້າ​ນ​ອານຸ​ມູນ​ອິດສະຫຼະ, ຊ່ວຍປິ່ນປົວ​ແຜ​ໃນ​ກະເພາະ​ອາ​ຫານ (ໂດຍ​ມີ​ຜົນ​ເພີ່ມ​ການສ້າງ​ເສັ້ນ​ເລືອດ), ຫຼຸດ​ລະ​ດັບ​ນ້ຳ​ຕ້ານ​ໃນ​ເລືອດ, ເສີມສ້າງ​ພູ​ມ​ຄຸ້ມ​ກັນ. ​ເຊິ່ງຈະ​​ນຳ​ໄປກິນ​ເປັນ​ຜັກ ຫຼື ​ເຮັດ​ເປັນ​ນ້ຳໝາກ​ໄມ້​ໄວ້​ດື່ມ​ ​ເພາະໃນ​ປະເທດ​ຫວຽດ​ນາມ​ຈະ​ມີ​ການ​ໃຊ້​ນ້ຳ​ຈາກໝາກ​ເຂົ້າມາຫຸງ​ເຂົ້າ​ແທນ​ນ້ຳ​ ​ແລະ ​ເຮັດ​ເປັນ​ເຂົ້າໜົມ​ອີກ​ຫຼາຍ​ຢ່າງ.