ເນື່ອງໃນໂອກາດ ວັນແມ່ຍິງສາກົນ ຄົບຮອບ 110 ປີ ( ວັນທີ 8/03/1910-8/03/2020) ສູນກາງສະຫະພັນແມ່ຍິງລາວ (ສສຍລ) ແມ່ນກຽມຈັດ 3 ກິດຈະກຳ ເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ 8 ມີນາ 2020 ພາຍໃຕ້ຄຳຂວັນ “ສິດທິຂອງແມ່ຍິງ ຕິດພັນກັບ ຄວາມສະເໝີພາບຍິງ-ຊາຍ”
ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ຖະແຫຼງໃນວັນທີ 25 ກຸມພາ 2020 ກ່ຽວກັບກິດຈະກໍາສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 110 ປີວ່າ: ວັນທີ 8 ມີນາ ເປັນວັນສໍາຄັນຕໍ່ແມ່ຍິງທົ່ວໂລກເຊິ່ງທຸກໆປີພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງເຫດການປະຫວັດສາດສໍາຄັນ ລວມທັງເປັນວັນທີ່ແມ່ຍິງໄດ້ພ້ອມກັນລຸກຂຶ້ນຕໍ່ສູ້ທວງເອົາສິດເສລີພາບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະການເຂົ້າເຖິງການບໍລິການດ້ານສຸຂະພາບ, ການມີສະພາບແວດລ້ອມທີ່ດີໃນການເຄື່ອນໄຫວວຽກງານ, ການດໍາລົງຊີວິດ, ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃນຄອບຄົວ ແລະ ສັງຄົມ.
ທ່ານກ່າວຕື່ມວ່າ: ສໍາລັບນະຄອນຫຼວງວຽງຈັນ ສສຍລ ຈະໄດ້ຈັດກິດຈະກໍາຫຼັກ ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ 2020 ຄົບຮອບ 110 ປີ ປະກອບມີ: 1 ຈັດພິທີໂຮມຊຸມນຸມເພື່ອທົບທວນຄືນປະຫວັດການຕໍ່ສູ້ຂອງແມ່ຍິງ ແລະ ກິດຈະກຳຖາມ-ຕອບ ເນື້ອໃນຕິດພັນກັບຄໍາຂວັນ ວັນແມ່ຍິງສາກົນ, 2 ຈັດກອງປະຊຸມສໍາມະນາຫົວຂໍ້ຕ່າງໆ, ການອອກກໍາລັງກາຍເພື່ອສຸຂະພາບແບບມວນຊົນ ແລະ 3 ງານຕະຫຼາດນັດວາງສະແດງຜົນງານຜະລິດຕະພັນສີໄມ້ລາຍມືຫົວຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເພື່ອໂຄສະນາ-ຈໍາໜ່າຍ ແລະ ກິດຈະກຳກວດສຸຂະພາບແບບບໍ່ເສຍຄ່າ. ງານດັ່ງກ່າວ, ແມ່ນຈະໄດ້ຈັດຂຶ້ນ ໃນວັນທີ 6 ມີນາ 2020 ທີ່ສູນອົບຮົມແມ່ຍິງລາວ ເລີ່ມແຕ່ເວລາ 8:00 ໂມງເປັນຕົ້ນໄປ.