ສາວສື່ສານມວນຊົນກັບເວທີທໍາອິດ ນາງສາວນະຄອນຫຼວງ MVT04 ນັນຕາລີ

156

ສ່ອງກອງປະກວດນາງສາວນະຄອນຫຼວງ 2020 ກັນແນ່ ທີ່ປັດຈຸບັນບັນດາສາວງາມທີ່ເຂົ້າຮອບ 20 ຄົນ ກໍໄດ້ເກັບໂຕ ເຮັດກິດຈະກໍາຮ່ວມກັນ ເພື່ອເກັບຄະແນນແລ້ວກ່ອນຈະເຖິງຮອບສຸດທ້າຍ.

ມື້ນີ້ຂໍແນະນໍາສາວງາມ MVT04 ນັນຕາລີ ທະນົນໄຊ ຫຼື ນັນ, ອາຍຸ 20 ປີ ສາວບ້ານປັກແຮດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມີອ້າຍ 2ຄົນ ແລະ ນັນ ເປັນລູກສາວຫຼ້າ.

ປັດຈຸບັນນັນກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ ພາກວິຊາສື່ສານມວນຊົນ ປີທີ 3.

ເຫດຜົນທີ່ເຂົ້າປະກວດຍ້ອນວ່າເວທີນີ້ເປັນເວທີອັນຊົງກຽດ ແລະ ຍິ່ງໃຫຍ່ ທີ່ເປີດໂອກາດໃຫ້ຫຼາຍຄົນໄດ້ມາສະແດງຄວາມຮູ້, ຄວາມສາມາດຂອງຕົນ ແລະ ຄັດເລືອກເອົາຜູ້ທີ່ມີຄວາມພ້ອມທາງດ້ານບຸກຄະລິກກະພາບ ແລະ ພ້ອມໃນການປະຕິບັດໜ້າທີ່ໃນແຕ່ລະປີ;

ເຊິ່ງນ້ອງກໍມີຄວາມຝັນຢາກທີ່ຈະເຂົ້າປະກວດເວທີນາງສາວນະຄອນຫຼວງມາຫຼາຍປີແລ້ວ ນ້ອງເຫັນຫຼາຍຄົນປະສົບຜົນສຳເລັດຈາກເວທີນີ້ ແລະຢາກປະສົບຜົນສຳເລັດຄືເຂົາເຈົ້າ ນ້ອງຈິ່ງຕັດສິນໃຈເຂົ້າມາປະກວດ.

ສໍາລັບສິ່ງທີ່ຄາດຫວັງ ເຊື່ອວ່າຢ່າງໜ້ອຍທີ່ສຸດນ້ອງຈະໄດ້ມິດຕະພາບ, ປະສົບການ ແລະ ຄວາມຮູ້ໃໝ່ໆຈາກເວທີນີ້.

ສຳລັບເປົ້າໝາຍໃນຊີວິດຂອງນັນ ຄືການໄດ້ເຮັດຕາມຄວາມຝັນທີ່ຫວັງໄວ້ໃນສິ່ງທີ່ຕົນຮັກ ເພື່ອພິສູດຕົນເອງໃນເລື່ອງທີ່ຄິດວ່າຕົນເອງເຮັດບໍ່ໄດ້ ໃຫ້ປະສົບຜົນສຳເລັດເພື່ອຄວາມສຸກຂອງຊີວິດໃນອະນາຄົດ.

ນ້ອງຄິດວ່ານ້ອງມີຄວາມສາມາດທີ່ຈະສະແດງອອກມາໃຫ້ຮູ້ວ່າເຮົາມີດີ ແລະ ເໝາະສົມກັບເວທີນີ້ ຈະນຳສະເໜີຮີດຄອງປະເພນີ, ການນົບໄຫວ້, ຮອຍຍິ້ມ ແລະ ວາຈາ ທີ່ນ້ອງມີຢູ່ເທິງເວທີນາງສາວນະຄອນຫຼວງ ນັນຈະເຮັດໃຫ້ເຕັມທີ່ແລະດີທີ່ສຸດ.

ຜົນງານດ້ານການບັນເທີງ ນັນເຄີຍຖ່າຍວາລະສານວັນນະສິນ, ຖ່າຍໂຄສະນາປຶ້ມດີບຸກ, ງານເດີນແບບຕ່າງໆ, ນ້ອງຍັງບໍ່ເຄີຍເຂົ້າປະກວດເວທີໃດມາກ່ອນ ແຕ່ເຄີຍເຂົ້າເຝິກອົບຮົມການເດີນແບບກັບສະໂມສອນວັດທະນະທຳສິນໄຊ ປີ2017 ແລະ ໄດ້ຮັບລາງວັນຂວັນໃຈຊ່າງພາບຈາກສະໂມສອນດັ່ງກ່າວ.

ຖາມເລື່ອງຜູ້ຊາຍໃນສະເປັກ ນ້ອງເອງກໍບໍ່ມີຕາຍໂຕ, ສໍາລັບນ້ອງພຽງແຕ່ມີຄວາມເຂົ້າໃຈກັນ ແລະ ຮັກຄອບຄົວນ້ອງເທົ່ານີ້ກໍພຽງພໍແລ້ວ..

ສ່ວນເຄັດລັບໃນການຮັກສາສຸຂະພາບຄື ການກິນອາຫານໃຫ້ຄົບ 5 ໝູ່ ອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍ ເວລາວ່າງສ່ວນໃຫຍ່ນ້ອງຈະອອກກຳລັງກາຍ ແລະ ໄປທ່ຽວສະຖານທີ່ຕ່າງໆທີ່ຍັງບໍ່ເຄີຍໄປ.

ໃຜທີ່ເຊຍສາວນັນ ນັນຕາລີ ທະນົນໄຊ ກໍຕິດຕາມ ແລະ ເປັນກໍາລັງໃຈໃຫ້ສາວນັນໄດ້ເດີ້ MVT04.