ຂ່າວດີ! ຫ້ອງວ່າການສູນກາງພັກ ປະກາດຮັບສະໝັກສອບເສັງລັດຖະກອນ 8 ຕຳແໜ່ງ

316

ນັບວ່າເປັນຂ່າວດີສໍາລັບນັກສຶກສາຈົບໃໝ່ ຫຼື ຫຼາຍໆຄົນທີ່ລໍຖ້າໂອກາດເຮັດວຽກນໍາລັດ ໂດຍຫຼ້າສຸດກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ ປະກາດຮັບສະໝັກ ຜູ້ທີ່ມີຄວາມສົນໃຈສະໝັກເຂົ້າເປັນລັດຖະກອນ ຈໍານວນ 8ຄົນ ໃນຫຼາຍສາຂາ.

ດ້ານສາຂາວິຊາທີ່ຕ້ອງການມີ ໄອທີ ຫຼື ໂປຣແກຣມເມີ(ມີຄວາມຮູ້ທາງດ້ານເຕັກນິກຄອມພິວເຕີ ແລະ ສາມາດສ້ອມແປງຄອມພິວເຕີໄດ້), ການພົວພັນຕ່າງປະເທດ, ນິຕິສາດ(ກົດໝາຍອາຍາ, ກົດໝາຍທຸລະກິດ ແລະ ກົດໝາຍແພ່ງ), ກົດໝາຍປົກຄອງ, ຄູການເມືອງ, ເຊິ່ງລະດັບວິຊາສະເພາະປະລິນຍາຕີຂື້ນໄປ, ສໍາລັບຂົງເຂດໄອທີຈົບຊັ້ນສູງຂຶ້ນໄປ.

ນອກຈາກນີ້, ກໍ່ຍັງມີເງື່ອນໄຂຕ່າງໆທີ່ຕ້ອງປະຕິບັດຕາມສໍາລັບຜູ້ທີ່ມີຄວາມສົນໃຈສະໝັກ ໃນແຈ້ງການລຸ່ມນີ້. ສ່ວນຜູ້ທີ່ສົນໃຈກໍ່ສາມາດຊື້ຄໍາຮ້ອງໄດ້ທີ່ ກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກໃນໂມງລັດຖະການ, ເຊິ່ງໄດ້້ເປີດຂາຍຄໍາຮ້ອງໃນວັນທີ 24 ກຸມພາ 2020, ປິດຮັບຄໍາຮ້ອງ ວັນທີ 6 ມີນາ 2020 ແລະແຈ້ງລາຍຊື່ສອບເສັງໃນວັນທີ 11 ມີນາ 2020.