ອາກາດປ່ຽນແປງໄວ! ອາທິດນີ້ເຂດພາກເໜືອຈະສືບຕໍ່ໜາວ ແຕ່ພາກກາງ ແລະ ໃຕ້ ຈະຮ້ອນຂຶ້ນ

68

ອາທິດນີ້ເຂດຮ່ອມພູ, ພູສູງ, ພູດອຍ ແລະ ພາກເໜືອ ອາກາດຍັງຈະໜາວ ຫາໜາວເຢັນຫຼາຍ ແຕ່ອາກາດຈະເລີ່ມຮ້ອນຂຶ້ນໃນຕອນບ່າຍ ໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້ ເນື່ອງຈາກຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະມີກຳລັງອ່ອນ ຫາ ປານກາງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

ອີງຕາມບົດລາຍງານສະພາບອາກາດ ໃນໄລຍະວັນ 17 ກຸມພາ ຫາ 23 ກຸມພາ ແລະ ຄາດຄະເນສະພາບອາກາດໃນໄລຍະວັນທີ 24 ກຸມພາ ຫາ 1 ມີນາ 2020 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກ 0253/ກອຕທ, ນະຄອນຫຼວງວຽງຈັນ ລົງວັນທີ 24 ກຸມພາ 2020 ວ່າ: ຄາດຄະເນສະພາບອາກາດໃນໄລຍະວັນທີ 24 ກຸມພາ ຫາ 1 ມີນາ 2020 ວ່າ ໃນໄລຍະວັນທີ 24 ກຸມພາ ຫາ 1 ມີນາ ນີ້ ຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະມີກຳລັງອ່ອນ ຫາປານກາງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ

ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນ ພ້ອມມີລົມພັດແຮງ ແລະ ມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໂດຍສະເພາະຢູ່ເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວ ຫາ ໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້