ໄຊສົມພອນ ຫວັງປ້ອງກັນແຊັມຫຼຽນຄຳ ໃນຊຽງຂວາງ ເກມ

87

ທ້າວ ໄຊສົມພອນ ວົງປະຈິດ ນັກກີລາດອກປີກໄກ່ ມື 2 ຂອງລາວ ແຊັມເກົ່າຫຼຽນຄຳ ໃນງານມະຫາກໍາລາ ອຸດົມໄຊ ເກມ 2014 ຫວັງປອງກັນແຊັມ ຫຼຽນຄຳ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020.

ທ້າວ ໄຊສົມພອນ ວົງປະຈິດ ນັກກີລາດອກປີກໄກ່ທີມຊາດລາວ ໃຫ້ສຳພາດວ່າ: ປັດຈຸບັນຕົນເອງ ມີກຳລັງໃຈສູງຫຼາຍ ພາຍຫຼັງທີ່ໄດ້ເກັບຕົວຝຶກຊ້ອມາເປັນເວລາ 3 ເດືອນເຕັມ ໂດຍມີຄວາມພ້ອມເກືອບເຕັມຮ້ອຍແລ້ວ ຄວາມຕ້ອງການຍັງພຽງແຕ່ຕ້ອງຝຶກຊ້ອມເອົາພະລະກຳລັງ ແລະ ຮຽນຮູ້ເທັນນີກທາງດ້ານວິທະຍາສາດການກີລາ ຈາກຜູ້ຊຽວຊານ ກໍຄືຄູຝືກສອນ ເພື່ອນຳມາເສີມຄວາມແຂງແກ່ນ ແລະ ສ້າງຄວາມໝັ້ນໃຈ ກ່ອນເຂົ້າຮ່ວມປ້ອງກັນແຊັມ ຫຼຽນຄຳ ສະໄໝທີ 2 ເພື່ອກາຍເປັນສະຖິຕິໃນແກ່ຕົນເອງ ໃນການງານກີລາລະດັບຊາດ ອີກຢ່າງ ກໍຢາກໃຫ້ເປັນຫຼຽນຄຳຂອງຂວັນລາງວັນເພື່ອມອບໃຫ້ແກ່ພໍ່ແມ່ປະຊາຊົນຊາວ ນະຄອນຫຼວງ ໄດ້ມີຄວາມພາກພູມໃຈ ແລະ ເພື່ອລຸ້ນທວງຄວາມຍິ່ງໃຫຍ່ ຄອງເຈົ້າຫຼຽນຄຳອີກດ້ວຍ.

“ ຢ່າງໃດກໍຕາມ, ໃນສ່ວນຕົວແລ້ວ ກໍບໍ່ຢາກປະມາດ ເພາະກີລາດອກປີກໄກ່ ໃຜຝຶກຊ້ອມດີ ແລະ ມີຄູຝືກຊ່ວຍບອກສອນ ກໍມີໂອກາດແຈ້ງເກີດ ໂດຍສະເພາະມື 1 ລາວ ທ້າວ ວິຊຸນນະລາດ ພິຈິດ ປີນີ້ ໄດ້ລົງຫຼິ້ນໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຖືເປັນຄູ່ແຂ່ງຕະຫຼອດການ ແລະ ເປັນຄູ່ແຂ່ງຂັນສຳຄັນ ສະນັ້ນ ໃນໄລຍະມີເວລາທີ່ເຫຼືອກໍຈະພະຍາຍາມຝຶກຊ້ອມ ແລະ ສຶກສາຜົນການແຂ່ງຂັນກັບ ວິຊຸນນະລາດ ທີ່ຜ່ານມາ ນຳມາປັບປຸງແກ້ໄຂ ເພື່ອຮັບປະກັນໃນການປ້ອງກັນແຊັມ ໃຫ້ປະສົບຜົນສຳເລັດດັ່ງທີ່ຕັ້ງໃຈໄວ້ ” ໄຊສົມພອນ ກ່າວ.