ທະນົງລິດ ນັກທະນູ ຫວັງຈາລຶກຜົນງານໃນຊຽງຂວາງ ເກມ

121

ທ້າວ ທະນົງລິດ ສີລິຜົນ ນັກກີລາຍິງທະນູ ດ່ຽວຊາຍ ລະດັບທີມຊາດ ເຈົ້າຂອງ 3 ຫຼຽນເງິນ ງານມະຫະກຳກີລາມະຫາວິທະຍາໄລລາວ ປີ 2012 ແລະ ເຈົ້າຂອງຫຼຽນເງິນ ລາຍການຊີງແຊັມນາໆຊາດ ທີ່ນະຄອນ ຢາງກຸ້ງ ປະເທດມຽນມາ ເມື່ອປີ 2016 ເລືອກຫຼິ້ນໃຫ້ ເຈົ້າພາບ ແຂວງຊຽງຂວາງ ພ້ອມຫວັງຫຼຽນໃດຫຼຽນໜຶ່ງ ໃນງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020.

ທ້າວ ທະນົງລິດ ສີລິຜົນ ໃຫ້ສຳພາດວ່າ: ປັດຈຸບັນນ້ອງໄດ້ເກັບໂຕຝຶກຊ້ອມໃນໄລຍະໜຶ່ງແລ້ວ ທີ່ໂຮງຮຽນພອນສະຫວັນກີລາ-ກາຍະກຳ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສາມາດຕີລາຄາໄດ້ວ່າ ມີຄວາມພ້ອມເກືອບເຕັມ 100% ຍັງເຫຼືອພຽງແຕ່ປັບເຕັກນິກ ແລະ ສະມາທິ ຄວາມນິ້ງເຂົ້າໃນການແຂ່ງຂັນຕົວຈິງ ສິ່ງທີ່ຢ້ານທີ່ສຸດສຸດ ໃນເວລາເຂົ້າຮ່ວມແຂ່ງຂັນນັ້ນ ແມ່ນຢ້ານຈະມີອາການບາດເຈັບ ແລະ ອຸປະກອນຈະມີບັນຫາເທົ່ານັ້ນ ແຕ່ມີວິທີປ້ອງກັນ 2 ບັນຫາດັ່ງກ່າວແລ້ວ ສ່ວນຄວາມຫວັງ ຈະພະຍາຍາມສູ້ຊົນສ້າງຜົນງານໃຫ້ອອກມາດີທີ່ສຸດ ແນ່ນອນໃນໂອກາດໄດ້ຕາງໜ້າໃຫ້ແຂວງພໍ່ແມ່ປະຊາຊົນຊາວເມືອງວິລະຊົນດິນແດນທົ່ງໄຫຫີນ ກໍຢາກຈະສ້າງຜົນງານຄວ້າຫຼຽນໃດຫຼຽນໜຶ່ງ ເພື່ອຈາລຶກໄວ້ໃຫ້ລູກຫຼານຊາວແຂວງຈື່ຈຳຜົນງານຂອງນ້ອງທີ່ສ້າງໄວ້ຕະຫຼອດໄປ.

ສຳລັບຜົນງານຂອງ ທ້າວ ທະນົງລິດ ສີລິຜົນ ໄດ້1ຫຼຽນທອງແດງ ລາຍການມິກທີມຊາຍ-ຍິງ ທະນູທົດກຳລັງ ຫຼື ຄອມປ່າວ ລາຍການ ຊີງແຊມນາໆຊາດຢູ່ນະຄອນຢ່າງກຸ້ງ ສະຫະພາບ ມຽນມາ ເມື່ອປີ 2008, ຄວ້າ 3 ຫຼຽນເງິນ ງານມະຫະກຳກີລາມະຫາວິທະໄລລາວ ລາຍການດ່ຽວຊາຍ ທີມຊາຍ ມິກທີມຊາຍ-ຍິງ (ປະເພດທະນູທົດກຳລັງ) ແລະ ທະນູຄອມປາວ ເມື່ອປີ 2012 ແລະ ຄວ້າຫຼຽນເງິນ ລາຍການ ຊີງແຊມນາໆຊາດຢູ່ນະຄອນຢາງກຸ້ງ ປະເທດມຽນມາ ລາຍການທີມຊາຍ (ທະນູທົດກຳລັງ) ເມື່ອປີ 2016.
(ໂດຍ: ສົງການ – ຄໍາສອນ)