ໃຊ້ທຶນ 128 ລ້ານໂດລາ ຂະຫຍາຍເສັ້ນທາງ 13 ເໜືອ ສີເກີດ-ໂພນໂຮງ

361

ຈາກສະພາບການຕົວຈີງຂອງເສັ້ນທາງ 13 ເໜືອທີ່ໃຊ້ການມາຍາວນານ ເຮັດໃຫ້ຫຼາຍຊ່ວງເກີດມີການເປ່ເພ ອີກຢ່າງທາງເສັ້ນນີ້ປຽບດັ່ງໝາກຫົວໃຈສຳຄັນຂອງການຂົນສົ່ງສິນຄ້າ-ໂດຍສານ ແຕ່ເໜືອເຖິງໃຕ້ ສະນັ້ນ ເພື່ອຮອງຮັບໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ລັດຖະບານຈິ່ງຕົກລົງປັບປຸງ ແລະຂະຫຍາຍເສັ້ນທາງ 13 ເໜືອແຕ່ສີເກີດ-ໂພນໂຮງໃຫ້ກວ້າງຂຶ້ນຈາກ ສອງຊ່ອງຈະລາຈອນໃຫ້ເປັນ 4 ຊ່ອງ.

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫລວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ມີຄວາມຍາວທັງໝັດ 58 ກິໂລແມັດ ໃນມູນຄ່າກໍ່ສ້າງ 128 ລ້ານໂດລາ ເຊິ່ງມີກໍານົດກໍ່ສ້າງໃຫ້ສໍາເລັດພາຍໃນ 3ປີ.

ພິທີເປີດການກໍ່ສ້າງໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ສີເກີດ-ໂພນໂຮງ ໄດ້ຈັດຂຶ້ນທີ່ສະໜາມ ບ້ານເຕົາຖ່ານ ເມືອງໂພນໂຮງ ແຂວງວຽງຈັນ, ໃນຕອນແລງວັນທີ 24 ກຸມພາ 2020 ໂດຍການເຂົ້າຮ່ວມຂອງທ່ານ ພູຄຳ ສຸດທິຈັກ ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ, ທ່ານ ສອນໄຊ ສີສົມພັນ ຮອງຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ທ່ານ ອຸດອນ ກິ່ງຈັນທະວົງ ຮອງເຈົ້າເມືອງໆໂພນໂຮງ ທັງເປັນຫົວໜ້າຄະນະໄກ່ເກ່ຍເມືອງໂພນໂຮງ, ທ່ານ ພູວຽງ ເພຍເທບ ຮອງເຈົ້າເມືອງໆນາຊາຍທອງ ທັງເປັນຫົວໜ້າຄະນະໄກ່ເກ່ຍເມືອງນາຊາຍທອງ, ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການດັ່ງກ່າວເຂົ້າຮ່ວມ.

ທ່ານ ວັງ ບິນ (Wang Bin) ຫົວໜ້າໂຄງການ ຕາງໜ້າບໍລິສັດ ຫູເປີຍ ຊາງຈ່ຽງ ກໍ່ສ້າງຂົວທາງ ຈຳກັດ ກ່າວວ່າ: ໂຄງການນີ້ເລີ່ມຈາກບ້ານສີເກີດ ຫາ ໂພນໂຮງ ໄລຍະທາງ 58 ກິໂລແມັດ, ເຊິ່ງໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫຼືອກູ້ຢືມເງິນຈາກ 3 ພາກສ່ວນ ໂດຍມີໄລຍະເວລາຕາມສັນຍາຈໍານວນ 10 ປີ ໃນນັ້ນ ໄລຍະກໍ່ສ້າງ 3 ປີ ແລະ ໄລຍະບູລະນະ ຫຼື ບໍາລຸງຮັກສາ 7 ປີ, ເຊິ່ງຫວັງວ່າການກໍ່ສ້າງເສັ້ນທາງແຫ່ງນີ້ຈະຊ່ວຍພັດທະນາຄວາມສໍາພັນລາວ-ຈີນ ໃຫ້ດີຂຶ້ນ ແລະ ຈະຊ່ວຍອໍານວຍຄວາມສະດວກໃນການສັນຈອນໃຫ້ແກ່ປະຊາຊົນໃນຂົງເຂດນີ້ ລວມທັງຜູ້ໃຊ້ລົດໃຊ້ຖະໜົນຕາມເສັ້ນທາງດັ່ງກ່າວນີ້ ພ້ອມນີ້ຍັງຊ່ວຍໃນດ້ານເສດຖະກິດກໍ່ຄືການທ່ອງທ່ຽວຂອງລາວໃຫ້ມີການພັດທະນາທີ່ດີຂຶ້ນອີກດ້ວຍ.

ດ້ານທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການກໍ່ສ້າງ ໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ແຕ່ສີເກີດ-ໂພນໂຮງ ໃຫ້ຮູ້ວ່າ: ສຳລັບພິທີເປີດການກໍ່ສ້າງໂຄງການດັ່ງກ່າວນີ້ແມ່ນເປັນການເປີດສະໜາມກໍ່ສ້າງໂຄງການໄລຍະທີ 2 (ແຕ່ສົງເປືອຍ-ໂພນໂຮງ) ເຊິ່ງໃນການກໍ່ສ້າງໃຊ້ຮູບແບບເບຕົງຊີມັງ ເພື່ອຮັບນໍ້າໜັກການສັນຈອນຕາມມາດຕະຖານຂອງອາຊຽນ ຄື 11ໂຕນຕໍ່ເພົາ.

ທັງນີ້ສໍາລັບເລື່ອງການໄກ່ເກ່ຍສິ່ງກີດຂວາງຕາມເສັ້ນທາງໂດຍລວມເບື້ອງຕົ້ນແມ່ນສາມາດແກ້ໄຂໄດ້ແລ້ວເກືອບສຳເລັດ 100% ສ່ວນຕອນໄລຍະການກໍ່ສ້າງ ຫຼື ຂະຫຍາຍເສັ້ນທາງອອກນັ້ນຫາກມີການນໍາໃຊ້ພາຫະນະຕ່າງໆທີ່ກະທົບຕໍ່ຊັບສິນຂອງປະຊາຊົນກໍ່ຈະໄດ້ຊົດເຊີຍເພີ່ມຕື່ມໃຫ້ແກ່ເຂົາເຈົ້າ. ແນວໃດກໍ່ດີ ຫຼັງການເປີດສະໜາມກໍ່ສ້າງໃນມື້ນີ້ກໍ່ຈະເລີ່ມລົງມືດ້ວຍການຈັດການພື້ນທີ່ ພ້ອມປັບປຸງນໍາດິນມາເສີມໃສ່ກ່ອນ. ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງປະຊາຊົນທີ່ຢູ່ສອງຟາກທາງໃຫ້ຄວາມຮ່ວມມື ພ້ອມອໍານວຍຄວາມສະດວກດ້ວຍ.

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫລວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກ ສາມສະຖາບັນການເງິນ ຄື: ທະນາຄານໂລກ (World Bank) ໃນມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານ ການລົງທຶນໂຄງລ່າງພື້ນຖານ ອາຊີ (AIIB) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດິກ ເພື່ອການພັດທະນາ (NDF) ມູນຄ່າ 9,5 ລ້ານໂດລາສະຫະລັດ ແລະ ລັດຖະບານລາວ ສົມທົບທັງໝົດ ມູນຄ່າ 38,5 ລ້ານໂດລາສະຫະລັດ ລວມມູນຄ່າໂຄງການກໍ່ສ້າງທັງໝົດ 128 ລ້ານໂດລາສະຫະລັດ ໃນມູນຄ່າລວມໂຄງການນີ້ ປະກອບມີ ຄ່າກໍ່ສ້າງ ແລະ ບູລະນະຮັກສາທາງ, ຄ່າເວນຄືນທີ່ດິນ ແລະ ສິ່ງກີດຂວາງ, ຄ່າທີ່ປຶກສາ ແລະ ອື່ນໆ.

(ຂ່າວ: ຄຳນ້ອຍ+ເອຢິບ; ຮູບ: ທະນັນເສນ)