5  ເຕັກນິກການຂາຍໃຫ້ປະສົບຄວາມສຳເລັດ

162

ການຂາຍເປັນຫຼັກການຕະຫຼາດທີ່ຢູ່ຄູ່ກັບທຸລະກິດທຸກຢ່າງ ບໍ່ວ່າຈະເຮັດທຸລະກິດນ້ອຍ ຫຼື ໃຫຍ່ ກໍຕ້ອງພົວພັນກັບການຂາຍ ເພາະນັ້ນຄືເຄື່ອງມືຊີ້ວັດຄວາມຢູ່ລອດ, ຂາຍດີມີກຳໄລ, ຂາຍບໍ່ໄດ້ ທຶນຫາຍກຳໄລຫົດ. ຄໍລໍາຕະຫຼາດວັນນີ້ ຈະນໍາສະເໜີ 5 ເຕັກນິກ ເຮັດໃຫ້ການຂາຍປະສົບຜົນສໍາເລັດ:

1 ສ້າງຈິນຕະນາການໃຫ້ລູກຄ້າເຫັນພາບຕາມ: ໂຄສະນາບາງຊະນິດຈະສັງເກດວ່າຈະບໍ່ໄດ້ເວົ້າເຖິງສິນຄ້າແຕ່ຄົນພັດຈື່ໄດ້ດີນັ້ນ ເພາະການສ້າງຈິນຕະນາການໃຫ້ລູກຄ້າເປັນສິ່ງທີ່ຈຳເປັນ ແລະ ເມື່ອຕ້ອງການສິນຄ້າ ກໍຈະນຶກເຖິງເຮົາກ່ອນເປັນອັນດັບທຳອິດ. ຕົວຢ່າງ: ສິນຄ້ານໍ້າອັດລົມບໍ່ວ່າຈະເປັນໂຄ໊ກ, ເປບຊີ ສິ່ງທີ່ນຳສະເໜີຄືຄວາມສະໜຸກສະໜານ ສີສັນໃນການດື່ມນ້ຳອັດລົມພັດສະໜຸກສະໜານຊວນໃຫ້ຄົນຈື່ຈຳ ເມື່ອເຖິງເວລາຕ້ອງການສິນຄ້າເຮົາກໍຈະຈັບເອົາໂຄ້ກ ຫຼື ເປບຊີ ມາກ່ອນ.

2 ການຂາຍທີ່ເຮົາຮູ້ຂໍ້ມູນລູກຄ້າລ່ວງໜ້າ: ສໍາລັບຍີ່ຫໍ້ໃໝ່ໆ ຫາກຕ້ອງການຂາຍດີຈຳເປັນຕ້ອງສ້າງຖານລູກຄ້າຕົວເອງໃຫ້ເກີດຂຶ້ນໃຫ້ໄດ້ ກ່ອນອື່ນເຮົາຕ້ອງສຳຫຼວດສິນຄ້າຂອງເຮົາກ່ອນວ່າກຸ່ມເປົ້າໝາຍຄືໃຜ ແລະ ໃຫ້ເຮັດຕະຫຼາດທີ່ເຈາະໄປຍັງກຸ່ມເປົ້າໝາຍນັ້ນ ສຳຄັນສຸດຄືຫາກເຮົາຮູ້ຂໍ້ມູນລູກຄ້າລ່ວງໜ້າຈະເຮັດໃຫ້ປິດການຂາຍໄດ້ງ່າຍ.

3 ເນື້ອຫາທີ່ເຮັດໃຫ້ລູກຄ້າສົນໃຈ: ເປັນວິທີການນຳສະເໜີເຖິງສິ່ງທີ່ລູກຄ້າກຳລັງຈະໄດ້ຮັບ ຫາກຕັດສິນໃຈໃຊ້ຜະລິດຕະພັນທີ່ໂຄສະນາ ຫຼື ວ່າບໍລິການຂອງທຸລະກິດນັ້ນໆ ເຫດຜົນໜຶ່ງທີ່ຄົນປະຕິເສດທັນທີທີ່ມີການຂາຍ ບາງທີຍັງບໍ່ໄດ້ຟັງຂໍ້ມູນ ກໍເງີຍໜ້າໜີເພາະເຂົາບໍ່ຮູ້ວ່າເຂົາຈະໃຊ້ສິນຄ້າເຫຼົ່ານັ້ນໄປເພື່ອຫຍັງ ສິ່ງທຳອິດທີ່ຕ້ອງເຮັດຄືໃຫ້ລູກຄ້າຢຸດຟັງເຮົາໃຫ້ໄດ້.

4 ຢ່າສ້າງແຮງກົດດັນໃຫ້ລູກຄ້າເດັດຂາດ: ບໍ່ມີໃຜມັກຖືກບັງຄັບ ບໍ່ມີໃຜມັກຄວາມກົດດັນ, ການຂາຍກໍເຊັ່ນກັນ ຫາກລູກຄ້າຮູ້ສຶກວ່າຕົນເອງເລີ່ມຖືກກົດດັນສິ່ງທີ່ຈະເຮັດທຳອິດຄື ພະຍາຍາມຕັ້ງການປ້ອງກັນການຂາຍບໍ່ວ່າຈະເວົ້າແນວໃດສຸດທ້າຍລູກຄ້າກໍຈະຕອບວ່າ “ ບໍ່ ” ວິທີການເຂົ້າຫາລູກຄ້າຄວນຈະທັກທາຍແບບເປັນທຳມະຊາດ ແລະ ເຮັດໃຫ້ລູກຄ້າຮູ້ສຶກວ່າຄືໄດ້ລົມກັບໝູ່ເພື່ອນ ເຊິ່ງເຮົາອາດຈະຂາຍສິນຄ້າໄດ້ ຫຼື ບໍ່ກໍຕາມ ຖ້າຫາກລູກຄ້າຮູ້ສຶກດີກັບຄົນຂາຍ ແລະ ຜະລິດຕະພັນກໍເທົ່າກັບເປັນການສ້າງໂອກາດຂາຍໄດ້ໃນອະນາຄົດ.

5 ຍິ່ງກຸ້ມຄ່າຄົນຍິ່ງມັກ: ການຕະຫຼາດແບບຫຼຸດ, ແລກ, ແຈກ, ແຖມ, ຍັງເປັນວິທີທີ່ໃຊ້ໄດ້ຜົນໃນທຸກທຸລະກິດ ຍິ່ງໃນສະພາບປັດຈຸບັນທີ່ຄ່າຄອງຊີບສູງ, ການໃຊ້ຈ່າຍແຕ່ລະເທື່ອເນັ້ນທີ່ການກຸ້ມຄ່າເປັນຫຼັກ. ດັ່ງນັ້ນ, ທຸລະກິດກໍຄວນຈະເບິ່ງທີ່ ຄວາມຈິງເລື່ອງນີ້ຕັ້ງແຕ່ວາງແຜນຜະລິດສິນຄ້າທີ່ຕ້ອງໃຫ້ມີຕົ້ນທຶນທີ່ຖືກ ແຕ່ມີຄຸນນະພາບກຸ້ມກັບລາຄາ ລວມທັງເປັນສິນຄ້າທີ່ຄົນສ່ວນໃຫຍ່ນິຍົມ ແລະ ມີຄວາມຕ້ອງການ, ອີກທັ້ງການຕະຫຼາດຍຸກໃໝ່ຄວນປະສົມປະສານເຕັກໂນໂລຊີໃນທຸກທາງ ເຂົ້າມາຊ່ວຍປິດການຂາຍໄດ້ງ່າຍ ແລະ ມີປະສິດທິພາບຫຼາຍຂຶ້ນ.

( ທີ່ມາ: thaismescenter.com )

[ ຮຽບຮຽງ: ສັນຕິ ]