ປກສ ເມືອງຫຼວງນໍ້າທາ ທໍາລາຍສ່ວນຝິ່ນ ເນື້ອທີ 1,2ເຮັກຕາ

107

ທີມງານກອງບັນຊາການ ປກສ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ລົງສົມທົບ ກັບກອງບັນຊາການ ປກຊ ເມືອງ, ອົງການຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງ, ອົງການຈັດຕັ້ງບ້ານ ລົງເຄື່ອນໄຫວ ທຳລາຍສ່ວນຝິ່ນທີ່ປະຊາຊົນລັກລອບປູກຢູ່ຂອບເຂດ ບ້ານສວນຢາ ເມືອງຫຼວງນ້ຳທາ ໃນເນື້ອທີ່​ 1,2 ເຮັກຕາ.

ການລົງເຄື່ອນໄຫວວຽກໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໃນກາງເດືອນ ກຸມພາ 2020 ທີ່ຜ່ານມາ, ໂດຍການນໍາພາຂອງ ທ່ານ ພັຕ ອຸດົມພອນ ໄຊຍະຈັກ ຮອງພະແນກຕຳຫຼວດ ປກສ ເມືອງ, ທ່ານ ພັຕ ອ່ອນ ເຈີ້ຍວິໄລຈິດ ຫົວໜ້າພະແນກ ເສນາທິການທະຫານເມືອງ, ມີຄະນະ ກຄສ ເມືອງ, ປກສ ກຸ່ມບ້ານຫ້ວຍດຳ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ການລົງກວດກາ ແລະ ທໍາລາຍສວນຝິ່ນ ແມ່ນຢູ່ເຂດບ້ານສວນຢາ ເມືອງຫຼວງນໍ້າທາ ມີ 1 ຈຸດ, ມີເນື້ອທີ່ 1,2 ເຮັກຕາ, ໄດ້ພ້ອມກັນທໍາລາຍຖີ້ມທັງໝົດດ້ວຍຮູບການເອົາໄມ້ຟາດ, ພ້າຖາງ ແລະ ຫຼົກຕົ້ນນ້ອຍຖີ້ມ ສາມາດທຳລາຍໄດ້ 100%.

ນອກຈາກນີ້ ທາງເຈົ້າໜ້າທີ່ ຍັງຈະໄດ້ລົງຕິດຕາມ ແລະ ເອິ້ນເອົາເຈົ້າຂອງສ່ວນຝິ່ນມາສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ດຳເນີນຕາມລະບຽບກົດໝາຍ.

ຂໍ້ມູນຈາກ: ຂ່າວສານຫຼວງນໍ້າທາ, ຂ່າວ: ວທ ບຸນທະວີ ລໍບັນໄຜ່