ເບິ່ງ! ມິຕິການໂອນເງິນຂ້າມທະນາຄານຮູບແບບໃໝ່ໃນລາວ ຜ່ານ Mobile Application

185

ຢູ່ຕ່າງປະເທດຫາກເວົ້າເຖິງການໂອນເງິນຂ້າມທະນາຄານ ຫຼື ລະຫວ່າງທະນາຄານໜຶ່ງໄປຫາອີກທະນາຄານໜຶ່ງຖືເປັນເລື່ອງທໍາມະດາ, ແຕ່ສໍາລັບຢູ່ລາວເຮົາກໍາລັງກາຍເປັນບາດກ້າວສໍາຄັນທີ່ມວນຊົນໃຫ້ຄວາມສົນໃຈເປັນພິເສດ ພາຍຫຼັງທີ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ຫຼື BCEL ) ໄດ້ຮ່ວມມືກັບ ທະນາຄານ ບີໄອຊີ ລາວ ຈໍາກັດ ( BIC ) ເປີດໃຫ້ການບໍລິການໂອນເງິນຂ້າມທະນາຄານ ຜ່ານ Mobile Application ເຊິ່ງເປັນການໂອນເງິນຂ້າມທະນາຄານຮູບແບບໃໝ່ທີ່ສະດວກປອດໄພ ແລະ ເຖິງປາຍທາງທັນທີພຽງປາຍນິ້ວສໍາຜັດ.

ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທຄຕລ ໃຫ້ສໍາພາດວ່າ: ການໂອນເງິນຂ້າມທະນາຄານໃນລາວປັດຈຸບັນຍັງບໍ່ທັນມີເທື່ອ ເຊິ່ງການຮ່ວມມືລະຫວ່າງ ທຄຕລ ກັບ ບີໄອຊີ ນັບວ່າເປັນເທື່ອທໍາອິດ ເຖິງແມ່ນວ່າຢູ່ຕ່າງປະເທດຖືເປັນເລື່ອງປົກກະຕິກໍຕາມ ໂດຍສະເພາະແມ່ນການໂອນເງິນຂ້າມທະນາຄານໃນລະບົບມືຖື. ມາຮອດປັດຈຸບັນອັດຕາການຊົມໃຊ້ຂອງລູກຄ້າ ທຄຕລ ຜ່ານລະບົບເອເລັກໂຕຣນິກ ກວມເຖິງ 70%. ສະນັ້ນ, ການຮ່ວມມືກັນລະຫວ່າງ ທຄຕລ ກັບ ບີໄອຊີ ນອກຈາກເຮົາໂອນເງິນພາຍໃນເຄືອຂ່າຍເຮົາໄດ້ແລ້ວ ຍັງເຮັດໃຫ້ບັນດາລູກຄ້າຂອງສອງທະນາຄານສາມາດໂອນເງິນຫາກັນໄດ້ຜ່ານແອັບ ໂດຍບໍ່ມີຂໍ້ຈໍາກັດທາງດ້ານບັນຊີແບບຣຽວທາມ ( Real Time ) ຕະຫຼອດ 24 ຊົ່ວໂມງ.

ຄຽງຄູ່ກັນນັ້ນ, ບັນດາທະນາຄານອື່ນໆທີ່ມີຢູ່ໃນລາວ ທາງ ທຄຕລ ກໍພ້ອມແລ້ວທີ່ຈະໃຫ້ການຮ່ວມມື ຫາກບັນດາທະນາຄານເຫຼົ່ານັ້ນມີຄວາມພ້ອມທາງດ້ານລະບົບເຕັກໂນໂລຊີທີ່ໃກ້ຄຽງກໍສາມາດເຊື່ອມໂຍງກັນ ແລະ ເປັນຄູ່ຮ່ວມທຸລະກິດກັນໄດ້ໃນອະນາຄົດ ເຊິ່ງພວກເຮົາບໍ່ໄດ້ຈໍາກັດວ່າຈະເປັນທະນາຄານໃຫຍ່ ຫຼື ທະນາຄານນ້ອຍ ຂໍພຽງແຕ່ໂຄງສ້າງລະບົບສາມາດເຊື່ອມໂຍງໃນໄປທິດທາງດຽວກັນກໍສາມາດຈັບມືກັນໄດ້ໃນຫຼາຍຜະລິດຕະພັນທີ່ພວກເຮົາມີຢູ່ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ລູກຄ້າກໍຄືຜູ້ປະກອບການ, ທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂົ້າເຖິງການບໍລິການ, ການເຮັດທຸລະກໍາທາງດ້ານການເງິນໄດ້ຢ່າງວ່ອງໄວ.

ຫາກເວົ້າເຖິງຈຸດຄ້າຍຄືກັນຂອງ ທຄຕລ ກັບ ບີໄອຊີ ມີຫຍັງແດ່? ຈຶ່ງເປັນທີ່ມາຂອງການຮ່ວມມືໃນຄັ້ງນີ້: ທີ່ຈິງແລ້ວຫາກເວົ້າເລື່ອງຂະໜາດຂອງທະນາຄານກໍແຕກຕ່າງກັນຫຼາຍ ແຕ່ເຮົາເວົ້າເລື່ອງເຕັກໂນໂລຊີທີ່ໃກ້ຄຽງກັນ, ເນື່ອງຈາກ ບີໄອຊີ ກໍເປັນທະນາຄານໃໝ່ຈຶ່ງສາມາດຂ້າມຜ່ານລະບົບເຕັກໂນໂລຊີແບບເກົ່າຫັນເປັນລະບົບໃໝ່ໄດ້ເລີຍໂດຍບໍ່ມີຂໍ້ຫຍຸ້ງຍາກ, ຫາກທຽບໃສ່ກັບທະນາຄານອື່ນທີ່ມີລະບົບເກົ່າຢູ່ແລ້ວກໍຕ້ອງໄດ້ຍົກລະດັບເຕັກໂນໂລຊີເຫຼົ່ານັ້ນໃຫ້ສູງຂຶ້ນ ເຊິ່ງກໍໃຊ້ງົບປະມານສູງສົມຄວນໃນການພັດທະນາ ຫຼື ປັບປຸງລະບົບຕ່າງໆ ເພື່ອເຮັດໃຫ້ທັງສອງຝ່າຍກໍມີຜົນປະໂຫຍດ.

ໂອກາດນີ້, ທ່ານ ລິມ ໄວ ຮຸ່ງ ຜູ້ອຳນວຍການໃຫຍ່ ທະນາຄານ BIC ໄດ້ຕອບຂໍ້ຊັກຖາມຕື່ມວ່າ: ການຮ່ວມມືໃນຄັ້ງນີ້ກໍຖືວ່າເປັນການເພີ່ມຊ່ອງທາງອໍານວຍຄວາມສະດວກສະບາຍແກ່ລູກຄ້າ ເຮັດໃຫ້ລູກຄ້າທັງສອງທະນາຄານສາມາດເຮັດທຸລະກໍາທາງການເງິນໄດ້ງ່າຍພຽງປາຍນິ້ວ.

ສ່ວນແຜນໃນອະນາຄົດທັງສອງທະນາຄານຈະສືບຕໍ່ຮ່ວມມືກັນໃນຫຼາຍຜະລິດຕະພັນຕື່ມອີກ.

ສໍາລັບເຫດຜົນທີ່ຮ່ວມມືກັບ ທຄຕລ ກໍຍ້ອນວ່າເປັນທະນາຄານທຸລະກິດນໍາໜ້າອັນດັບຕົ້ນໆຂອງປະເທດລາວ ແລະ ຢາກມີການຮຽນຮູ້ – ຖອດຖອນບົດຮຽນຮ່ວມກັນ. ນອກນັ້ນ, ຍັງເປັນການສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການທະນາຄານໃນລາວກ້າວໜ້າໄປອີກຂັ້ນ ແລະ ສາມາດຮ່ວມມືກັນໄດ້ ເຊິ່ງໃນໂອກາດຕໍ່ໄປກໍມີແຜນຈະຮ່ວມມືກັບບັນດາທະນາຄານຕ່າງໆໃນລາວຕື່ມອີກ.

[ ຂ່າວ – ຮູບ: ສົມສະຫວິນ ]