ບໍ່ຄຳ -ທອງເຊໂປນ ມອບເນື້ອທີ່ນາບຸກເບີກໃຫ້ແກ່ປະຊາຊົນ

122

ໃນອາທິດຜ່ານມາ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ – ທອງເຊໂປນ ( ລຊມລ ) ໄດ້ມອບດິນນາທີ່ບຸກເບີກໃໝ່ ຈຳນວນ 12 ເຮັກຕາ ໃຫ້ແກ່ 6 ຄອບຄົວ ຜູ້ດ້ອຍໂອກາດຂອງບ້ານວັງຍາງ ທີ່ຢູ່ຕິດກັບບໍ່ຄຳ – ທອງເຊໂປນ ເມືອງວິລະບູລີ ແຂວງສະຫວັນນະເຂດ, ມີທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ, ທ່ານ ບຸນໄຊ ໄຊຍະລິນ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ ພ້ອມຕາງໜ້າຫ້ອງການເມືອງ, ອຳນາດການປົກຄອງບ້ານອ້ອມຂ້າງ, ເຈົ້າຂອງເນື້ອທີ່ດິນ ແລະ ປະຊາຊົກບ້ານໃກ້ຄຽງ ບໍ່ຄຳ – ທອງເຊໂປນ ເຂົ້າຮ່ວມ.

ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ລຊມລ ໄດ້ກ່າວວ່າ: ເນື້ອທີ່ນາບຸກເບີກໃໝ່ທີ່ໄດ້ມອບໃຫ້ຄອບຄົວປະຊາຊົນໃນຄັ້ງນີ້ ແມ່ນຕອບສະໜອງຕາມຄວາມຕ້ອງການຂອງຊຸມຊົນ ແລະ ສະພາບຕົວຈິງຂອງເສດຖະກິດ – ສັງຄົມໃນປັດຈຸບັນ, ການຊ່ວຍເຫຼືອໃນການບຸກເບີກເນື້ອທີ່ນາເຫຼົ່ານີ້ແມ່ນໄດ້ຮັບທຶນຈາກກອງທຶນພັດທະນາຊຸມຊົນທີ່ສະໜັບສະໜູນໂດຍ ບໍລິສັດ ລຊມລ ເຊິ່ງໄດ້ສ້າງຜົນປະໂຫຍດມະຫາສານໃຫ້ແກ່ຊຸມຊົນທ້ອງຖິ່ນອ້ອມຂ້າງບໍ່ຄຳ – ທອງເຊໂປນ ມາໄດ້ຫຼາຍກວ່າ 15 ປີແລ້ວ

ນັບຕັ້ງແຕ່ປີ 2003 ເປັນຕົ້ນມາ ທຶນສະໜັບສະໜູນປະຈຳປີຂອງກອງທຶນດັ່ງກ່າວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍຕາມລຳດັບ ຈາກ 96 ພັນໂດລາ ມາເປັນ 750.000 ໂດລາຕໍ່ປີ ແລະ ທຶນປະກອບສ່ວນນີ້ກໍຈະສືບຕໍ່ໄປຈົນກວ່າ ບໍ່ຄຳ – ທອງເຊໂປນ ຈະປິດລົງຢ່າງຕ່ຳໃນ 10 ປີຂ້າງໜ້າ.

ໃນຕໍ່ໜ້າ ບໍລິສັດ ລຊມລ ຜ່ານກອງທຶນພັດທະນາຊຸມຊົນຈະສືບຕໍ່ສະໜັບສະໜູນເມືອງວິລະບູລີ ໃນການບຸກເບີກເນື້ອທີ່ດິນໃຫ້ເປັນທົ່ງນາທີ່ໃຫ້ຜະລິດຕະພາບທາງດ້ານກະສິກຳ, ເພີ່ມຍອດຂາຍ ແລະ ໄດ້ກຳໄລຫຼາຍກວ່າເກົ່າ.