ກົມງົບປະມານແຫ່ງລັດກະຊວງການເງິນ ນຳໂດຍ ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານງົບປະມານຢູ່ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງ ຂວາງ ເມື່ອບໍ່ດົນມານີ້.
ການລົງເຄື່ອນໄຫວຢູ່ເຂດພາກເໜືອຄັ້ງນີ້ ໄດ້ຕິດຕາມການຈັດຕັ້ງປະຕິບັດວຽກງານງົບປະມານຢູ່ແຂວງຜົ້ງສາລີ ເຊິ່ງໄດ້ເຮັດວຽກກັບຄະນະພະແນກການເງິນຂອງແຂວງ, ຫ້ອງການ – ການເງິນເມືອງ ( ເມືອງບຸນເໜືອ ) ແລະ ລົງຕິດຕາມບາງຮາກຖານຂັ້ນບ້ານ.
ສ່ວນຢູ່ແຂວງອຸດົມໄຊ ໄດ້ເຮັດວຽກກັບຄະນະພະແນກການເງິນຂອງແຂວງ, ຫ້ອງ ການການເງິນເມືອງ ( ເມືອງໄຊ ) ລົງຕິດຕາມບາງຮາກຖານຂັ້ນບ້ານ ແລະ ໂຄງການທາງລົດໄຟຢູ່ແຂວງອຸດົມໄຊ, ພ້ອມໄດ້ຮັບຟັງການຂອງພະແນກໂຍທາທິການ ແລະ ຂົນສົ່ງຂອງແຂວງ.
ສຳລັບຢູ່ແຂວງຫົວພັນ ໄດ້ເຮັດວຽກກັບຄະນະພະແນກການເງິນຂອງແຂວງ, ຫ້ອງການ ການເງິນເມືອງ ( ເມືອງຮ້ຽມ ), ລົງຕິດຕາມບາງຮາກຖານຂັ້ນບ້ານ ຢູ່ແຂວງຊຽງ ຂວາງ ໄດ້ເຮັດວຽກກັບຄະ ນະພະແນກການເງິນຂອງແຂວງ, ຫ້ອງການການເງິນເມືອງ ( ເມືອງຄໍາ, ເມືອງຄູນ ) ແລະ ລົງຕິດຕາມບາງຮາກຖານຂັ້ນບ້ານ.
[ ຂ່າວ: ສົມສະຫວິນ ]