ເຈົ້າແຂວງຊີ້ນໍາເມືອງກະລຶມ ເອົາໃຈໃສ່ແກ້ໄຂຄວາມທຸກຍາກ

152

ທ່ານເຈົ້າແຂວງເຊກອງ ແນະນຳໃຫ້ການນໍາເມືອງກະລຶມ ພັດທະນາເສດຖະກິດ – ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນບຸລິມະສິດຫຼັກ ສຸມໃສ່ສົ່ງເສີມການຜະລິດເປັນສິນຄ້າ ເພື່ອສ້າງອາຊີບທີ່ໝັ້ນຄົງ.

ທ່ານ ຄໍາເຜີຍ ບຸດດາວຽງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ກ່າວມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກເມືອງກະລຶມໃນອາທິດຜ່ານມາ ໂດຍເນັ້ນໜັກໃຫ້ການນໍາເມືອງ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ – ນໍາພາແນວຄິດ ໄປພ້ອມໆກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ສືບຕໍ່ຫັນພະນັກງານການນໍາຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ.

ພາບປະກອບຂ່າວເທົ່ານັ້ນ

ພັດທະນາຊົນນະບົດ ແລະ ສ້າງບ້ານ – ກຸ່ມບ້ານພັດທະນາ ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງມີປະສິດທິພາບ, ປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ, ຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າຕາມທ່າແຮງບົ່ມຊ້ອນ, ຄວາມສາມາດຕົວຈິງຂອງແຕ່ລະທ້ອງຖິ່ນໃຫ້ນັບມື້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ.

ທັງນີ້, ກໍເພື່ອແນໃສ່ສ້າງພື້ນຖານເສດຖະກິດໃຫ້ເຂັ້ມແຂງ, ປະຊາຊົນມີອາຊີບທີ່ໝັ້ນຄົງ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ປັບປຸງ, ກໍ່ສ້າງພື້ນຖານໂຄງລ່າງ, ຂະຫຍາຍຕານ່າງການສຶກສາໄປສູ່ຊົນນະບົດຫ່າງໄກສອກຫຼີກໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອເປັນໜໍ່ແໜງຜູ້ສືບທອດທີ່ດີ ແລະ ມີຄຸນນະພາບໃນອະນາຄົດ.

ພາບປະກອບຂ່າວເທົ່ານັ້ນ

ຂະນະດຽວກັນພາກລັດ ກໍຕ້ອງເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາການວິຊາສະເພາະຂອງຕົນ ເປັນຕົ້ນແມ່ນການເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ຢ່າງເປັນລະບົບ, ມີຂັ້ນຕອນ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ, ແບບແຜນວິທີເຮັດວຽກງານ, ແບບແຜນການບໍລິຫານລັດ ແລະ ກົງຈັກການຈັດຕັ້ງຢູ່ຂັ້ນຮາກຖານ, ສ້າງບັນດາໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເພີ່ມທະວີຄຸນນະພາບການກວດພັກ – ກວດກາລັດໃຫ້ເຂັ້ມງວດ.

[ ຂ່າວ: ສັນຍາ ]