ຂອດຂັ້ນການເລີ່ມທຸລະກິດເຫຼືອ 3 ຂອດ

174

ລັດຖະບານໄດ້ມີຄວາມພະຍາຍາມຫຼຸດຂອດຂັ້ນຕ່າງໆ ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໂດຍໄດ້ອອກຄຳສັ່ງ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ. ມາຮອດປັດຈຸບັນໄດ້ປັບຫຼຸດຂັ້ນຂອດການຂຶ້ນທະບຽນວິສາຫະກິດຈາກ 10 ຂອດ ລົງເຫຼືອ 3 ຂອດ ແລະ ຫຼຸດຄ່າສິ້ນເປືອງໄດ້ຫຼາຍລ້ານກີບ.

ທ່ານ ສົມພວງ ພຽນພິນິດ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງຄວາມຄືບໜ້າການປັບປຸງບັນຍາກາດການເລີ່ມຕົ້ນທຸລະກິດຢູ່ ສປປ ລາວຕໍ່ທະນາຄານໂລກໃນທ້າຍອາທິດຜ່ານມາວ່າ: ການປັບປຸງລະບຽບການການເລີ່ມຕົ້ນທຸລະກິດກ່ອນ ແລະ ຫຼັງມີຄຳສັ່ງ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ໃນປີ 2018 ແມ່ນໄດ້ມີການປັບປຸງປ່ຽນແປງຫຼາຍຢ່າງ

ໂດຍກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໄດ້ປຸງປຸງລະບຽບການ, ມາດຕະການໃນການບໍລິການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດສ່ວນບຸກຄົນ ຫຼື ນິຕິບຸກຄົນ ໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວ ( ບໍ່ກວມລວມຂອດອະນຸຍາດ ) ຄື:
1 ການຂຶ້ນທະບຽນວິສາຫະກິດ + ການກວດສອບປະຫວັດ; 2 ການປະທັບຕາ ແລະ 3 ການຈົດທະບຽນປະກັນສັງຄົມ, ຈາກ 228 ວັນ ຫຼື ສະເລ່ຍ 178 ວັນ ເຫຼືອບໍ່ເກີນ 30 ວັນ ຫຼຸດລົງປະມານ 7 ຂອດການດຳເນີນທຸລະກິດ ຈາກ 10 ຂອດ ເຫຼືອພຽງ 3 ຂອດເທົ່າ, ຫຼຸດຄ່າສິ້ນເປືອງລົງຫຼາຍລ້ານກີບ ແລະ ສົ່ງຜົນດ້ານບວກແກ່ການປະກອບທຸລະກິດ ແລະ ເສດຖະກິດ.

ແຕ່ຢ່າງໃດກໍຕາມ, ຄຽງຄູ່ກັບການຈັດຕັ້ງປະຕິບັດໄດ້ຄືດັ່ງກ່າວມານັ້ນ ກໍຍັງມີບາງຂະແໜງການ ຫຼື ບາງແຂວງ ບໍ່ປະຕິບັດຕາມນິຕິກຳດັ່ງກ່າວ, ບາງແຂວງກໍປະຕິບັດໄດ້ດີກວ່າສູນກາງກໍມີ, ພ້ອມສະເໜີແຜນການປັບປຸງໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຂຶ້ນທະບຽນ ແລະ ຄຸ້ມຄອງວິສາຫະກິດສະດວກ ແລະ ວ່ອງໄວຍິ່ງຂຶ້ນ ຈະໄດ້ຮ່ວມກັບພາກທຸລະກິດໃນການກວດກາການຈັດຕັ້ງປະຕິບັດ

ພ້ອມລາຍງານຂັ້ນເທິງໃນກໍລະນີທີ່ຍັງປະຕິບັດບໍ່ໄດ້ໃນຂະແໜງການໃດ ແລະ ປັບປຸງ 3 ຂອດທີ່ກ່າວມານັ້ນ ໃຫ້ສະດວກວ່ອງໄວຂຶ້ນ ຄື: ເຊື່ອມລະບົບກັບທຸກພາກສ່ວນທີ່ກ່ຽວຂ້ອງ, ຫັນເປັນລະຫັດດຽວ, ປັບປຸງການຂຶ້ນທະບຽນຂັ້ນທ້ອງຖິ່ນ ແລະ ສ້າງພື້ນຖານ ເພື່ອການຂຶ້ນທະບຽນວິສາຫະກິດອອນລາຍເລີ່ມຢູ່ກົມ.

ພາບປະກອບຂ່າວເທົ່ານັ້ນ

ການຊີ້ແຈງຄວາມຄືບໜ້າການປັບປຸງບັນຍາກາດການເລີ່ມຕົ້ນທຸລະກິດຢູ່ ສປປ ລາວ ຄັ້ງນີ້ ມີຕາງໜ້າຈາກທະນາຄານໂລກ, ສະພາການຄ້າເອີຣົບ, ສະພາການຄ້າອົສຕຣາລີ, ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ, ມີບໍລິສັດທີ່ປຶກສາດ້ານກົດໝາຍທັງພາຍໃນ ແລະ ສາກົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.