ລັດຖະບານ ອັດສີດນັກກິລາລາວ ທີ່ຍາດຫຼຽນໃນຊີເກມ 2019 ມູນຄ່າ 600 ກວ່າລ້ານກີບ

234

ໃນຕອນແລງຂອງວັນທີ 24 ກຸມພາ 2020 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີສະຫຼຸບຜົນສໍາເລັດ ແລະ ມອບເງິນລາງວນໃຫ້ແກ່ຄູຝຶກ ແລະ ນັກກິລາລາວ ທີ່ຍາດຫຼຽນໃນງານມະຫະກໍາກິລາຊີເກມ ຄັ້ງທີ 30 ປະເທດຟິລິບປິນ ໃນປີ 2019 ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກິລາ ທີ່ສາມາດຍາດໄດ້ຫຼຽນໃນຊີເກມ ທັງ 14 ສະຫະພັນກິລາເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງພິທີດັ່ງກ່າວ ລັດຖະບານມອບເງິນລາງວັນ 1 ຫຼຽນຄຳ, 5 ຫຼຽນເງິນ ແລະ 29 ຫຼຽນທອງ ລວມເປັນ 35 ຫຼຽນ ລວມເງິນສະໜັບສະໜູນທັງໝົດຈາກລັດຖະບານ ຈຳນວນ 652.980.000 ກີບ (ຫົກຮ້ອຍຫ້າສິບສອງລ້ານເກົ້າແສນເກົ້າສິບພັນກີບຖ້ວນ)

ພ້ອມນັ້ນ ຍັງມີບໍລິສັດລາວຄົມມະນາຄົມ ໄດ້ມອບເງິນລາງວັນສຳລັບຫຼຽນຄຳ ຫຼຽນລະ 10 ລ້ານກີບ, ຫຼຽນເງິນ 6 ລ້ານກີບ ແລະ ຫຼຽນທອງ 3 ລ້ານກີບລວມທັງໝົດ ຈຳນວນ 127 ລ້ານກີບ (ໜຶ່ງຮ້ອຍຊາວເຈັດລ້ານກີບ) ພ້ອມນັ້ນຍັງໄດ້ອຸປະຖຳອິນເຕີເນັດໃຫ້ໃຊ້ກັບນັກກິລາທີ່ໄດ້ຮັບຫຼຽນລາງວັນ ອິນເຕີເນັດຟີ 6 ເດືອນ ແລະ ບໍລິສັດເບຍລາວ ມອບເງິນລາງວັນສຳລັບຫຼຽນຄຳ ຫຼຽນລະ 5 ລ້ານກີບ, ຫຼຽນເງິນ 3 ລ້ານກີບ ແລະ ຫຼຽນທອງ 1 ລ້ານກີບ ລວມເປັນເງິນທັງໝົດຈຳນວນ 49 ລ້ານກີບ (ສີ່ສິບເກົ້າລ້ານກີບ) ລວມຈຳນວນເງິນທີ່ຈະມອບໃນພິທີຄັ້ງນີ້ ເປັນຈຳນວນເງິນ 828.980.000 ກີບ