ນ້ຳລາຍມີຄວາມສຳຄັນແນວໃດຕໍ່ຄົນເຮົາ

54

ເວລາທີ່ຄິດ ຫຼື ເຫັນຂອງກິນລົດຊາດສົ້ມໆ ນ້ຳລາຍຈະມີການຫຼັ່ງອອກມາປົກກະຕິ ເພາະນັ້ນເປັນອາການທີ່ຫຼາຍຄົນເປັນ ເຊິ່ງຕ່ອມນ້ຳລາຍ  ຈະຜະລິດນ້ຳລາຍອອກມາ  ປະມານ 1 ລິດຕໍ່ມື້ ມີຄ່າ pH 6.0 – 7.4 ນ້ຳລາຍຍັງມີເອນໄຊມ໌ທີ່ມີການຍ່ອຍແປ້ງໃຫ້ເປັນນ້ຳຕານ ໂດຍນ້ຳທີ່ເປັນເມືອກນີ້ມີຄວາມສຳຄັນໃນລະບົບຍ່ອຍອາຫານແນວໃດ.

ນ້ຳລາຍຜະລິດຈາກຕ່ອມທັງໝົດ 3 ຕ່ອມ ດັ່ງນີ້:

1 ຕ່ອມນ້ຳລາຍຂ້າງຫູ ( Parotid glands ):

ເປັນຕ່ອມນ້ຳລາຍທີ່ໃຫຍ່ທີ່ສຸດຢູ່ບໍລິເວນກ້ອງຫູດ້ານໜ້າຂອງແຕ່ລະຂ້າງ ສາມາດຜະລິດນ້ຳລາຍໄດ້ 25% ນ້ຳລາຍຜະລິດອອກມາຈະມີຄວາມໃສ, ມີເລັກໂທຣໄລຕ໌ ແລະ ແອມິເລສທີ່ຊ່ວຍຍ່ອຍແປ້ງໃຫ້ເປັນນ້ຳຕານ ໂດຍຈະໄຫຼຜ່ານທໍ່ທີ່ມີຂະໜາດນ້ອຍໄປສູ່ຂະໜາດໃຫຍ່ ຫຼັ່ງອອກມາໃນບໍລິເວນໃກ້ຄຽງແຂ້ວກົກ 2 ເຫຼັ້ມດ້ານເທິງ.

2 ຕ່ອມນ້ຳລາຍກ້ອງຄາງ ( Submaxillary glands):

ນ້ຳລາຍທີ່ຜະລິດຈະມີ ຄວາມໃສ ແລະ ເປັນເມືອກ ໂດຍສ້າງນ້ຳລາຍອອກມາ 70% ຕ່ອມນ້ຳລາຍຈະຢູ່ລະຫວ່າງດ້ານໃນຂອງຄາງ ຈະມີທໍ່ລຳລຽງມາຍັງບໍລິເວນກ້ອງລີ້ນ.

3 ຕ່ອມນ້ຳລາຍກ້ອງລີ້ນ ( Suldingual Gland ):

ຢູ່ບໍລິເວນດ້ານລຸ່ມຂອງລີ້ນຈະມີຂະໜາດນ້ອຍສຸດ ຜະລິດນ້ຳລາຍ ໄດ້ 5% ໂດຍມີທໍ່ຂະໜາດນ້ອຍຫຼາຍທໍ່ຫຼັ່ງອອກມາທີ່ກ້ອງລີ້ນດ້ານຂ້າງຊ່ວຍໃນການຫຼໍ່ລື່ນອາຫານ.

ໜ້າທີ່ສຳຄັນຂອງນ້ຳລາຍ:

ນ້ຳລາຍເຮັດໜ້າທີ່ໃຫ້ອາຫານນຸ້ມຂຶ້ນເວລາກືນ ຫຼື ຫຍ້ຳຈະງ່າຍຂຶ້ນ ເຊິ່ງມີເອນໄຊມ໌   ທີ່ປ່ຽນແປ້ງໃຫ້ເປັນນ້ຳຕານ ແລະ ຈະໄດ້ຮັບລົດຊາດຫວານເມື່ອກິນແປ້ງເຂົ້າໄປ, ນ້ຳລາຍຍັງມີແອນຕີບໍດີ້ທີ່ມີຊື່ວ່າ ອິມມູໂກລຊູລິນ ທີ່ທຳລາຍເຊື້ອແບັກທີເຣຍທີ່ຢູ່ໃນຊ່ອງປາກຊ່ວຍປ້ອງກັນແຂ້ວແມງໄດ້, ນ້ຳລາຍຈະມີສານຕ່າງໆປະສົມຢູ່ນຳ ເຊັ່ນ: ສານອີເລັກໂທຣໄລຕ໌ ຈະເຮັດໃຫ້ຫຼັ່ງໂຊດ້ຽມ, ໂປເທສຊຽມຄໍໄຣດ໌ ແລະ ໄປຄາຣ໌ບໍເນດ.

ການຫຼັ່ງນ້ຳລາຍນັ້ນຈະຖືກຄວບຄຸມໃນລະບົບປະສາດຊິມພາເທຕິກ ແລະ ຊິມພາເທຕິກເປັນສ່ວນກະຕຸ້ນການຫຼັ່ງນ້ຳລາຍ ເມື່ອໄດ້ຮັບອາຫານທີ່ມີລົດສົ້ມ ຫຼື ພຽງແຕ່ຄິດເຖິງລົດຊາດທີ່ເຄີຍໄດ້ຮັບລະບົບປະສາດພາເທຕິກຈະເຮັດໃຫ້ຫຼັ່ງນ້ຳລາຍອອກມາຫຼາຍກວ່າປົກກະຕິ 8 – 20 ເທົ່າ.

( ມູນຈາກ: Kapookhealth.com )

[ ຮຽບຮຽງ: ນຸ້ມນິ້ມ ]