ຮູບເງົາ “ ໂຊນິກ ” ເໝັ້ນນ້ອຍສາຍຟ້າຈາກເກມສຸດຮິດຂອງຄ້າຍ SAGA ສູ່ຈໍໃຫຍ່ໃນໂຮງ

393

ຈາກວິດີໂອເກມສຸດຮິດ ໂດຍ SAGA ສູ່ຮູບເງົາແອັກຊັນ Sonic The Hedgehog ເຊິ່ງເປັນຜົນງານຂອງຜູ້ສ້າງ Fast & Furious ຮ່ວມມືກັບຜູ້ສ້າງ Deadpool.

ຮູບເງົາ “ ໂຊນິກ ” ເປັນເລື່ອງເລົ່າຂອງເໝັ້ນນ້ອຍສາຍຟ້າໂຊນິກ ເພື່ອຕໍ່ສູ້ກັບຜູ້ຮ້າຍ ດຣ. ໂຣບໍນິກ ໂດຍຮູບເງົາເລື່ອງນີ້ຈະມາແບບແຮງທະລຸນາລົກ ແລະ ເປັນຮູບເງົາແອັກຊັນອານິເມຊັນຂອງອາເມຣິກາ ຮ່ວມກັບ ຍີ່ປຸ່ນ.

ໂດຍຮູບເງົາອານິເມຊັນເລື່ອງນີ້ເລົ່າເຖິງເຈົ້າເມືອງໃນເມືອງນ້ອຍໆແຫ່ງໜຶ່ງ ທີ່ຕ້ອງຊ່ວຍເຫຼືອ ໂຊນິກ ຂະນະທີ່ກຳລັງພະຍາຍາມຫຼົບໜີຈາກລັດຖະບານ ແລະ ດຣ. ໂຣບໍນິກ ຈາກສາເຫດທີ່ໂຊນິກ ໄດ້ເຮັດໃຫ້ເກີດເຫດການປະຫຼາດ ເຊິ່ງເໝັ້ນນ້ອຍຈະຕ້ອງປະເຊີນກັບຄວາມສັບຊ້ອນຂອງຊີວິດຢູ່ໃນໂລກມະນຸດ ພ້ອມທັງໄດ້ຮູ້ຈັກມະນຸດ ແລະ ຄວາມຮັກລະຫວ່າງໝູ່ເພື່ອນ ໂດຍຕ້ອງໄດ້ລວມກຳລັງກັນເພື່ອຕໍ່ສູ້ ແລະ ຢຸດຢັ້ງ ດຣ. ໂຣບໍນິກ ທີ່ຈະໄລ່ຈັບ ໂຊນິກ ລວມ ທັງແຜນຮ້າຍທີ່ຈະຄອບຄອງໂລກອີກ.

ກຽມພົບກັບຮູບເງົາອານິເມຊັນດ້ວຍຄວາມແຮງຂອງເໝັ້ນນ້ອຍສາຍຟ້າ ແລະ ການຕໍ່ສູ້ເພື່ອປົກປ້ອງໂລກທີ່ຈະເຂົ້າສາຍໃນວັນທີ 27 ກຸມພາ 2020 ທຸກໂຮງຮູບເງົາ.

( ຂໍ້ມູນຈາກ: Major-PlatinumCineplex )

[ ຮຽບຮຽງ: ນຸ້ມນິ້ມ ]