ທ່ານ ນາງ ສີໃສ ລືເດດມູນສອນ ລົງຢ້ຽມຢາມ ປະຊາຊົນເມືອງໄຊຈຳພອນ

326

ໃນລະຫວ່າງວັນທີ 18-21 ກຸມພາ 2020 ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດ (ສພຊ) ປະຈໍາເຂດເລືອກຕັ້ງທີ 11 ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະກັບພໍ່ແມ່ປະຊາຊົນບ້ານພຽງດີ ແລະ ບ້ານໂພນງາມ ພ້ອມທັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຂອງສະພາປະຊາຊົນແຂວງ ຊຸດທີ I ຢູ່ເມືອງໄຊຈຳພອນ.

ໃນໂອກາດດັ່ງກ່າວ, ຄະນະ ສສຊ, ສສຂ ຍັງໄດ້ຍົກໃຫ້ເຫັນບາງມາດຕາຂອງກົດໝາຍ, ວຽກງານຕ່າງໆ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໂດຍສະເພາະກໍແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານສາສະໜາ ແລະ ຊົນເຜົ່າ, ວຽກງງານບົດບາດຍິງ – ຊາຍ, ໄພຄຸກຄາມ ແລະ ຜົນຮ້າຍຂອງຢາເສບຕິດ, ພ້ອມທັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນໄດ້ປະກອບຄຳຄິດ – ຄຳເຫັນ ແລະ ຄຳສະເໜີບາງບັນຫາທີ່ຂັດຂ້ອງໝອງໃຈຈຳນວນໜື່ງ ເປັນຕົ້ນແມ່ນ: ບັນດາໂຄງການລົງທຶນຂອງລັດ ທີ່ສົ່ງຜົນກະທົບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ສິ່ງແວດລ້ອມ, ບັນຫາພື້ນຖານໂຄງລ່າງ, ເສັ້ນທາງ, ນ້ຳກິນ – ນ້ຳໃຊ້ ແລະ ບັນຫາອື່ນໆ ເພື່ອໃຫ້ຜູ້ແທນນໍາໄປພິຈາລະນາ ແລະ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ທີ່ຈະໄຂຂື້ນໃນຕໍ່ຫນ້າ.

ບັນຫາທີ່ປະຊາຊົນສະເໜີມານັ້ນ ບາງບັນຫາ ທາງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ກໍໄດ້ຊີ້ແຈງ, ໃຫ້ຄວາມກະຈ່າງແຈ້ງ ແລະ ຈະນຳເອົາໄປສະເໜີຢູ່ໃນກອງປະຊຸມ ສພຊ ແລະ ສພຂ ເພື່ອໃຫ້ພາກສ່ວນກ່ຽວຂ້ອງນຳໄປຄົ້ນຄ້ວາພິຈາລະນາແກ້ໄຂໃນຕໍ່ໜ້າ, ນອກນັ້ນ ຄະນະ ຍັງໄດ້ເນັ້ນໃຫ້ອຳນາດການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນ ຈົ່ງພ້ອມກັນຮັດແໜ້ນຄວາມສາມັກຄີ, ຮັກແພງເຊິ່ງກັນ ແລະ ກັນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນ, ເອົາໃຈໃສ່ສ້າງເສດຖະກິດໃນຄອບຄົວຂອງຕົນໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂື້ນເປັນກ້າວໆ.

ໃນໂອກາດດັ່ງກ່າວ ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຍັງໄດ່້ນຳເອົາເຄື່ອງຊ່ວຍເຫລືອຈຳນວນໜຶ່ງ ໄປມອບໃຫ້ເມືອງ ແລະ ບ້ານ ປະກອບມີ: ຄອມພິວເຕີ, ຜ້າຫົ່ມ, ເສື້ອກັນໜາວ, ປື້ມແບບຮຽນມັດທະຍົມ ແລະ ເຄື່ອງອຸປະກອນກິລາຕ່າງໆ ລວມມູນຄ່າທັງໝົດ 96.810.000 ກີບ.

ນອກນັ້ນ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ຍັງໄດ້ມອບເງິນຊ່ວຍເຫລືອປະຊາຊົນ ແລະ ອຳນວຍການໂຮງຮຽນປະຖົມສົມບູນບ້ານພຽງດີ ແລະ ບ້ານໂພນງາມ ຈຳນວນ 22.000.000 ກີບເພື່ອນຳໄປບູລະນະສ້ອມແປງທໍ່ນ້ຳລິນ ແລະ ຕໍ່ເຕີມໂຮງຮຽນທີ່ຊຸດໂຊມ.

ທີ່ມາ: bolikhamxay