ເປີດແລ້ວງານວາງສະແດງລົດວຽງຈັນມໍເຕີໂຊ 2020 ກຽມຂອງລາງວັນມາແຈກ 100ກວ່າລ້ານກີບ

179

ໃນວັນທີ 24 ກຸມພາ 2020 ທີ່ສູນການຄ້າລາວໄອເຕັກ ໄດ້ມີພິທີເປີດງານວາງສະແດງວຽງຈັນມໍເຕີໂຊ 2020 ຫຼື Vientiane Motor Show 2020 ໂດຍມີຜູ້ປະກອບການລົດຍົນ ແລະ ການບໍລິການ ກ່ຽວຂ້ອງ 20ຄ້າຍເຂົ້າຮ່ວມ ຄາດຜູ້ເຂົ້າທ່ຽວຊົມ 3 ແສນເທື່ອຄົນ ນອກຈາກນີ້ພາຍໃນງານຍັງຈະມີການແຈກຂອງລາງວັນ ລວມມູນຄ່າ 125 ລ້ານກີບ.


ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັ້ນ ແອນ ອໍກາຍເຊີ ຈໍາກັດຜູ້ດຽວໄດ້ກ່າວວ່າ: ປີນີ້ທາງບໍລິສັດພວກເຮົາ ຈະໄດ້ສ້າງຄວາມແຕກຕ່າງກວ່າປີທີ່ຜ່ານມາ ເມືອທ່ານຈອງລົດພາຍໃນງານຜ່ານທາງ ກຸງສີ ລິດຊິ້ງ ຈະມີສິດລຸ້ນ ຮັບລົດຈັກ zoomer x 1 ລາງວັນ, ສາຍຄໍຄຳ ໜຶ່ງສະຫຼຶງ 20 ລາງວັນ, ໂທລະສັບມືຖື ຈຳນວນ 100ລາງວັນ ລວມມູນຄ່າທັງໝົດ 125.000.000 ກີບ.

ສໍາລັບງານໃນຄັ້ງນີ້ແມ່ນຈະມີຫ້າງຮ້ານ ແລະ ຄ້າຍລົດຕ່າງໆ ມາເຂົ້າຮ່ວມຫຼາຍກວ່າ 20 ຄ້າຍ ດ້ວຍກັນເປັນຕົ້ນແມ່ນ ໂຕໂຢຕ້າ, ຟອດ, ມາສະດ້າ, ຮ້ອນດາ, ຊູຊຸກິ, ອີຊູຊຸ ແລະ ບັນດາບໍລິສັດສິນເຊື່ອ, ປະກັນໄພ, ອຸປະກອນຕົກແຕ່ງລົດ, ສະໜອງອາໄຫຼລົດ ແລະ ອື່ນໆ.

ຂະນະດຽວກັນຄາດວ່າຈະມີຜູ້ເຂົ້າຊົມງານໃນປີນີ້ ປະມານ 300.000 ເທື່ອຄົນຂຶ້ນໄປ, ນອກຈາກນີ້ໃນງານຈະມີການເປີດໂຕລົດໃໝ່ໜຶ່ງຄ້າຍຄື: ຊູຊຸກິ ລຸ້ນ S-PRESSO ທີ່ມີການອອກແບບສວຍງາມ, ພ້ອມກັນນັ້ນກໍ່ມີລົດທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າເຂົ້າວາງສະແດງ ແລະ ເປີດໃຫ້ມວນຊົນເຂົ້າຈັບຈອງເປັນຕົ້ນຄ້າຍ MGD.