ອາຫານວ່າງທີ່ຈະຊ່ວຍໃຫ້ເຮົານອນຫຼັບໄດ້ງ່າຍຂຶ້ນ (ແຕ່ຄວນກິນໃຫ້ພໍດີ ແລະ ປະລິມານທີ່ເໝາະສົມສຳຮ່າງກາຍເຊັ່ນກັນ).
1 ຊີລຽວ ແລະ ນົມ: ເຊິ່ງເປັນອາຫານເຊົ້າທີ່ຈະຊ່ວຍໃຫ້ຫຼັບໄດ້ເພາະຊີລຽວມີຄາລໂບໄຮເດດ ເມື່ອມາປະສົມກັບນົມຂາດມັນເນີຍ (Skim Milk) ທີ່ເຕັມໄປດ້ວຍໂປຣຕີນຈະເຮັດໃຫ້ຮ່າງກາຍດູດຊຶມກົດອະມິໂນຊິບໂຕເຟນໄດ້ຫຼາຍຂຶ້ນ ເຊິ່ງຊິບໂຕເຟນນີ້ຄືໂຕການສຳຄັນທີ່ຊ່ວຍໃຫ້ຮ່າງກາຍສ້າງສານເຊໂລໂທນິນອອກມາຄວມຄຸມການນອນຫຼັບ. ນອກຈາກນີ້, ນົມກໍ່ຍັງມີແຄລຊຽມ ແລະ ແມ໋ກນີຊຽມສູງທີ່ຈະຊ່ວຍຜະລິດສານເມລາໂທນິນທີ່ມີຜົນຕໍ່ອາລົມ ແລະ ການນອນຫຼັບນໍາອີກ.
ປະລິມານທີ່ແນະນຳ: ຊີລຽວ 1 ຖ້ວຍ (ເລືອກຊະນິດທີ່ມີນ້ຳຕານບໍ່ກາຍ 6 ກຣາມຕໍ່ 1 ໜ່ວຍບໍລິໂພກ) ແລະ ນົມຂາດມັນເນີຍເຄິ່ງຖ້ວຍ.
2 ໂຢເກິດ ແລະ ໝາກໄມ້ມີນໍ້າຫຼາຍ: ການທີ່ຮ່າງກາຍສູນເສຍນ້ຳ ຫຼື ມີນ້ຳໃນຮ່າງກາຍໜ້ອຍເກີນໄປກໍ່ກະທົບຕໍ່ການນອນຂອງເຮົາໄດ້ຄືກັນ. ດັ່ງນັ້ນ, ຄວນເລືອກກິນໝາກໄມ້ທີ່ມີນ້ຳຫຼາຍໆເຊັ່ນ: ໝາກໂມ, ແອັບເປິ້ນ, ໝາກກ້ຽງ ແລະ ອື່ນໆເພື່ອທົດແທນການເສຍນ້ຳໃນລະຫວ່າງມື້ ແລະ ຖ້າຢາກນອນຫຼັບໃຫ້ສະບາຍໃຫ້ຊອຍໝາກໄມ້ເຫຼົ່ານັ້ນກິນກັບໂຢເກີດໄຂມັນຕ່ຳ ເພາະໂຢເກິດເຄິ່ງຖ້ວຍທີ່ມີໂປຣຕີນສູງຈະເລັ່ງໃຫ້ຫຼັບໄດ້ໄວຂຶ້ນ.
3 ຖົ່ວ ແລະ ໝາກເຊີລີ: ຖົ່ວຄືອີກໜຶ່ງໂຕຊ່ວຍຂອງຄົນທີ່ນອນຫຼັບຍາກເພາະມີໂປຣຕີນ, ວິຕາມິນບີ 6 ແລະ ແມ໋ກນີຊຽມສູງຊ່ວຍໃນເລື່ອງການນອນຫຼັບ ຖ້າຈັບຄູ່ກັບໝາກໄມ້ລົດສົ້ມອົມຫວານຄື: ເຊີລີ ຍິ່ງຈະເພີ່ມພະລັງຄູນສອງເລີຍ ເພາະມີງານວິໄຈພົບວ່າເຊີລີມີສ່ວນຊ່ວຍເພີ່ມປະສິດທິພາບໃນກະບວນການຜະລິດເມລາໂທນິນທີ່ຄວມຄຸມວົງຈອນການຫຼັບ ແລະ ການຕື່ນ.
ດັ່ງນັ້ນ, ຖ້າໃຜມີບັນຫານອນບໍ່ຫຼັບລອງຫາຊື້ຖົ່ວມາກິນ (ປະລິມານບໍ່ກາຍ 30 ກຣາມ) ບວກກັບເຊີລີ 1 ຖ້ວຍນ້ອຍໆຂໍ້ສຳຄັນກໍ່ຄືຢ່າກິນຖົ່ວຫຼາຍເກີນໄປ ເພາະຖົ່ວມີໄຂມັນກິນຫຼາຍໆຈະໄດ້ຮັບແຄລໍຣີທີ່ສູງເກີນໄປ ແລະ ຈະໃຫ້ຜົນກົງກັນຂ້າມຕາມຫຼັງຍິ່ງເຮັດໃຫ້ຫຼັບຍາກກວ່າເກົ່າອີກ.
4 ເຂົ້າໜົມແຄກເກີ້ ແລະ ຊີດສ: ແຄກເກີ ແລະ ຊີສເຮັດມາຈາກນົມທີ່ມີໂປຣຕີນ, ແຄລຊຽມ, ແມກນີຊຽມ ເຊິ່ງມີສ່ວນໃນການຜະລິດຊິບໂຕເຟນທີ່ເຮັດໃຫ້ເຮົານອນຫຼັບແຕ່ກໍ່ຕ້ອງເລືອກຊີດສທີ່ຈະກິນນໍາໂດຍຕ້ອງເປັນຊີດສແຄລໍຣີຕ່ຳ ແລະ ກິນກັບແຄກເກີ້ໂຮເກນແຜ່ນນ້ອຍໆບໍ່ກາຍ 15 ແຜ່ນ ເພາະຖ້າຫຼາຍກວ່ານີ້ອາດຈະໄດ້ໄຂມັນເປັນຂອງແຖມ ແລະ ການທີ່ຮ່າງກາຍມີໄຂມັນຫຼາຍເກີນໄປຈະເຮັດໃຫ້ເຮົານອນຫຼັບຍາກນໍາອີກ.
5 ເນີຍຖົ່ວແອລມອນ ແລະ ໝາກກ້ວຍ: ເນີຍຖົ່ວແອລມອນ ແລະ ໝາກກ້ວຍເປັນຂອງຫວ່າງຄູ່ທີ່ມີວິຕາມິນບີ 6 ແລະ ແມກນີຊຽມສູງ ເຊິ່ງຈະຊ່ວຍໃຫ້ເຮົານອນຫຼັບຝັນດີແນ່ນອນວ່າຕ້ອງບໍ່ກິນຫຼາຍເກີນໄປເຊັ່ນກັນ ເພາະເປັນອາຫານວ່າງທີ່ມີແຄລໍຣີສູງ ແລະ ປະລິມານທີ່ຄວນກິນເນີຍກໍ່ບໍ່ກາຍ 1 ບ່ວງແກງ.
6 ຊາຄາໂມມາຍ ແລະ ແກມແຄກເກີ (Graham Cracker)G: ບາງເທື່ອການນອນບໍ່ຫຼັບເລື້ອຍໆອາດເປັນເພາະທ້ອງໄສ້ບໍ່ຄ່ອຍດີກໍ່ເປັນໄດ້ ເຊິ່ງຊາຄາໂມມາຍຈະຊ່ວຍແກ້ບັນຫານີ້ໄດ້ໂດຍຈະຊ່ວຍຂັບລົມ, ແກ້ຈຸກສຽດ, ແກ້ຖອກທ້ອງ ແລະ ຍັງມີສານທີ່ຊ່ວຍຄາຍຄຽດແຖມມີລິດສະຫງົບປະສາດເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍກ່ອນເຂົ້ານອນ ຖ້າກິນຄູ່ກັບແກມແຄກເກີ 2ແຜ່ນບວກເນີຍຖົ່ວ ຫຼື ຊີດສແຜ່ນນ້ອຍໆຈັກແຜ່ນກໍ່ໄດ້ຈະຊ່ວຍເພີ່ມໂປຣຕີນເຮັດໃຫ້ເຮົາຫຼັບໄດ້ໄວຂຶ້ນ.
ເຊິ່ງເມນູທີ່ນຳສະເໜີໄປນັ້ນເປັນຂອງແຊບໆທັງໝົດຖ້າກິນແຕ່ພໍດີກໍ່ບໍ່ຕ້ອງຢ້ານວ່າຈະຕຸ້ຍ ແຕ່ຖ້າກິນເພີນເກີນຫ້າມໃຈກໍ່ຕ້ອງກຽມໂຕກຽມໃຈກັບໜ້າທ້ອງທີ່ຈະຂຶ້ນມາ ແລະ ທີ່ສຳຄັນຄືຄວນເຂົ້ານອນກ່ອນ22:00 ຈະດີທີ່ສຸດ.