​ເຄັດ​ລັບ​ການ​ຊ່ວຍ​ຝຶກ​ຝົນໃຫ້ລູກມີນິໄສຮັກການອ່ານ

159

ການ​ທີ່​ຈະ​ເຝິກ​ໃຫ້​ເດັກນ້ອຍ​ໜຶ່ງ​ຄົນ​ນັ່ງ​ລົງ ​ແລະ​ ຕັ້ງ​ໃຈ​ອ່ານ​ໜັງສື​ເປັນ​ເລື່ອງ​ເປັນ​ລາວ​ບໍ່ແມ່ນ​ເລື່ອງ​ງ່າຍ​ເລີຍ ໂດຍ​ສະເພາະ​ເມື່ອ​ລູກ​ມີ​ສິ່ງ​ອື່ນ​ດຶງ​ດູດໃຈຫຼາຍ​ກວ່າເຊັ່ນ: ຄອມພິວເຕີ, ເກມ, ໂທລະພາບ ຫຼື ​ໂທລະສັບ. ​ດັ່ງ​ນັ້ນ, ເຮົາ​ມີ​ວິທີ​ທີ່​ຈະ​ຊ່ວຍ​ຈູງ​ໃຈ​ໃຫ້​ລູກ​ທີ່​ບໍ່​ມັກ​ອ່ານ​ໜັງສື​ຂອງ​ເຈົ້າ​ໃຫ້​ມີ​ນິ​ໄສ​ຮັກ​ການ​ອ່ານ​ມາ​ຝາກ ແລະ​ ຈະ​ຊ່ວຍ​ໃຫ້​ພວກເຂົາ​ມີ​ນິ​ໄສ​ຮັກ​ການ​ອ່ານ​ໄປ​ຕະຫຼອດ​​ເລີຍ​ກໍ່​​ເປັນ​ໄປໄດ້.​

ສ່ວນ​ຫຼາຍ​ແລ້ວຄົົນທີ່​ມີ​ອາ​ຍຸ​ສູງເທົ່າ​ນັ້ນ​ຈະ​ເປັນ​ຜູ້ທີ່​ມັກ​ອ່ານ​ໜັງສື ​​ແຕ່​ໄວ​ໜຸ່ມ ຫຼື ຄົນ​ໃນ​ສະ​ໄໝ​ໃໝ່​ນີ້​ຈຶ່ງມັກ​ໃຊ້​ເວລາ​ກັບ​ການ​ຫຼີ້ນ​ເກມ​ ຫຼື ຫຼີ້ນ​ກິດຈະກຳ​ອື່ນໆ​​ເຊັ່ນ: ຫຼີ້ນ ​iPod, iPad ຫຼື ​ອຸປະກອນ​ສື່​ສານ​ອື່ນໆ. ເຖິງແມ່ນວ່າ​ຈະ​ມີ​ສິ່ງ​ຈູງໃຈ​ລູກ​​ຫຼາຍ​ພຽງ​ໃດແຕ່​​ກກໍ່ສາມາດ​ສົ່ງ​ເສີມ​ໃຫ້​ລູກ​ມີ​ນິ​ໄສ​ຮັກ​ການ​ອ່ານ​ໄດ້​ແຕ່​ຍັງ​ນ້ອຍ ​ແລະ ມີ​ຫຼາຍ​ວິທີ​ທີ່​ສາມາດ​ຊ່ວຍ​ປູກ​ຝັງ​ນິ​ໄສ​ຮັກ​ການ​ອ່ານ​​ໃຫ້​ລູກ​ໄດ້. ​ເຊິ່ງ​ເຮົາ​ມີ​ເຄັດລັບດີໆ​ມາ​ບອກ​ກັນ​ເພື່ອ​ໃຫ້​​ເລີ່ມ​ຕົ້ນ​​ແກ້​ບັນຫາ​ລູກ​ບໍ່​ມັກ​ອ່ານ​ໜັງສື​ໄດ້​ຢ່າງ​ຖືກ​ຕ້ອງ.

1ໃຫ້​ລູກ​ໄດ້​ໃຊ້​ເວລາ​ຢູ່​ກັບ​ປື້​ມ​ຕັ້ງ​ແຕ່​ລາວ​ອາ​ຍຸ​ຍັງ​ນ້ອຍ: ຈາກ​ນັ້ນ​ກໍ່​ຄ່ອຍ​ໆເລີ່ມ​ປູກ​ຝັງ​ການ​ອ່ານ​ໃຫ້​ກັບ​ລູກ​ໂດຍ​ທີ່​ບໍ່​ມີ​ສິ່ງ​ລົບກວນ​ອື່ນໆເຊັ່ນ: ໂທລະພາບ, ໂທລະ​ສັບ​ມື​ຖື ​ແລະ ຄອມພິວເຕີ ​ເພື່ອໃຫ້​ລູກ​ໄດ້​ເລືອກ​ຈັບ​ປື້​ມ​ຂຶ້ນ​ມາ​ອ່ານຈາກ​ນັ້ນພວກເຂົາ​ຈະ​ສ້າງ​ນິ​ໄສ​ຮັກ​ການ​ອ່ານ​ຂຶ້ນ​ມາ​ເອງ.

2ເຮັດ​ເປັນ​ຕົວ​ຢ່າງ​ໃຫ້​ລູກ​ເຫັນ: ຖ້າທ່ານ​ເອງ​ກໍ່​ມີ​ນິ​ໄສ​ຮັກ​ການ​ອ່ານ​ ຫຼື ​​ອ່ານ​ປື້​ມ​ທຸກ​ເທື່ອ​ທີ່​ທ່ານ​ມີ​ເວລາ ​ແລະ ​ມີ​ໂອ​ກາດຈະ​ຊ່ວຍ​ໃຫ້ລູກ​ນ້ອຍ​ຂອງ​ທ່ານ​​ຮຽນ​ແບບ​ນິ​ໄສ​ຮັກ​ການ​ອ່ານ​ຂອງ​ທ່ານ​ໄປ​ໃນ​ໂຕ​ນຳ.

3ຊອກປື້​ມ​ແນວ​ທີ່​ລູກ​ມັກ​: ໂດຍ​ເອົາ​ມາ​​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້ເພາະ​ການ​ໄດ້​ອ່ານ​ໜັງສື​ແນວ​ທີ່​ຕົນ​ມັກ​ຈະ​ຊ່ວຍ​ສ້າງ ​ແລະ ​ເປັນ​ຈຸດກໍາເນີດ​​ໃຫ້​ມີນິ​ໄສ​ຮັກ​ການ​ອ່ານ​ໄດ້.

4ສອນ​ໃຫ້​ລູກ​ອ່ານ​ສິ່ງ​ອື່ນໆນໍາ: ບໍ່​ສະເພາະ​​ແຕ່ໃຫ້ອ່ານ​ໜັງສືເທົ່ານັ້ນ ​ແຕ່ສອນ​ໃຫ້​ພວກເຂົາ​ອ່ານ​ຂໍ້ຄວາມຂ້າງ​ກ່ອງ ຫຼື ​​ຕາມໂຄ​ຊະນາເປັນ​ຕົ້ນ.

5ເຮັດໃຫ້​ການ​ອ່ານ​ເປັນ​ເລື່ອງ​ມ່ວນຊື່ນ: ພໍ່​ແມ່​ສ່ວນ​ໃຫຍ່​ຈະ​ອ່ານໜັງສື​ໃຫ້​ລູກ​ຟັງ​ຕອນ​ທີ່​ລູກ​ຍັງ​ນ້ອຍ​ຢູ່ແຕ່​ພໍ​ລູກ​ໃຫຍ່​ຂຶ້ນ​ມາ​ກໍ່​ອ່ານ​ໜ້ອຍ​ລົງມີ​ງານ​ວິ​ໄຈ​ພົບ​ວ່າ: ເດັກນ້ອຍ​ທີ່​ພໍ່​ແມ່​ອ່ານ​ໜັງສື​ໃຫ້​ຟັງ​ຕັ້ງ​ແຕ່​ຍັງ​ນ້ອຍເມື່ອ​ພວກເຂົາ​ໃຫຍ່​ຂຶ້ນ ​ແລະ ​ພໍ່​ແມ່​ເຊົາ​ອ່ານ​ໜັງສື​ໃຫ້​ຟັງ​ພວກເຂົາ​ຈະ​ຄິດ​ຮອດເວລາ​ທີ່​ພໍ່​ ຫຼື ​ແມ່​ອ່ານ​ຫນັງສື​ໃຫ້​ຟັງ. ດັ່ງ​ນັ້ນ, ເຖິງແມ່ນ​ລູກ​ທ່ານ​ຈະ​ໃຫຍ່​ແລ້ວທ່ານ​ກໍ່​ສາມາດ​ອ່ານ​ໜັງສື​ໃຫ້​ລູກ​ຟັງ​ໄດ້ ໂດຍ​ອາ​ດຈະສະຫຼັບໃຫ້​ແຕ່​ລະ​ຄົນ​ໃນ​ຄອບຄົວ​ເປັນ​ຄົນ​ອ່ານ​ໃຫ້​ສະມາຊິກ​ຄົນ​ອື່ນໆຟັງ.

6ໃຫ້​ປື້​ມ​ເປັນ​ຂອງ​ຂວັນ​ກັບ​ລູກ: ການ​ທີ່​ພໍ່​ແມ່​ໃຫ້​ປື້​ມ​ກັບ​ລູກ​ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ສຳລັບ​ພວກເຂົາ ໂດຍ​ສະເພາະ​ໜັງສື​ທີ່​ພວກເຂົາ​ຢາກ​ໄດ້ການເຮັດ​ເຊັ່ນ​ນີ້​ຈະ​ຊ່ວຍ​ສ້າງ​ນິ​ໄສ​ຮັກ​ການ​ອ່ານ​ໃຫ້​ລູກ​ໄດ້ ແລະ ​ຈະ​ເຮັດໃຫ້​ທັງ​ທ່ານ​ມີ​ຄວາມ​ສຸກ​ທີ່​ເຫັນ​ພວກເຂົາ​ໄດ້​ໄປ​ນັ່ງ​ໃນ​ບ່ອນມັກ​ເພື່ອ​ອ່ານ​ໜັງສື​ທີ່​ພວກເຂົາ​ມັກ.

7ພະຍາຍາມ​ສົ່ງ​ເສີມ​ໃຫ້​ລູກ​ຮັກ​ການ​ອ່ານ​ໃຫ້​ຫຼາຍ: ໂດຍ​ການຮ່ວມ​ໂອ້ລົມ​ກ່ຽວກັບ​ໜັງສື​ທີ່​ພວກເຂົາ​ຫາກໍ່​ອ່ານ​ໄປການເຮັດ​ແບບ​ນີ້​ຈະ​ຊ່ວຍ​ສ້າງ​ນິ​ໄສ​ຮັກ​ການ​ອ່ານ​ໄດ້ ​ແຖມການ​ໄດ້​ໂອ້ລົມ​ກັບ​ລູກ​ກ່ຽວກັບ​ໜັງສື​ທີ່​ພວກເຂົາ​ອ່ານ​ແບບເປັນ​ກັນ​ເອງສະແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ຄວາມ​ສົນ​ໃຈ​ທີ່​ທ່ານ​ມີ​ຕໍ່ໜັງສື​ຂອງ​ພວກເຂົາ​ນໍາອີກ.

8ຖ້າລອງ​ວິທີ​ອື່ນໆທີ່​ກ່າວ​ມາ​ຂ້າງ​ຕົ້ນ​ແລ້ວ​ລູກ​ຍັງ​ບໍ່​ມັກ​ອ່ານ​ໜັງສື: ການ​ໃຊ້​ສິ່ງ​ຈູງໃຈ​ລູກ​ໃຫ້​ອ່ານ​ໜັງສື​ກໍ່ບໍ່ຜິດພໍ່​ແມ່​ບາງ​ຄົນ​ໃຊ້​ວິທີ​ນີ້​ເພື່ອ​ຈູງ​ໃຈ​ໃຫ້​ລູກ​ອ່ານ​ໜັງສື ແລະ ​​ພວກເຂົາ​ກໍ່​ຮັກ​ການ​ອ່ານ​ໃນ​ທີ່ສຸດ​ ຫຼື ບໍ່​ຮຽກຮ້ອງ​ສິ່ງ​ຕອບ​ແທນ​ນໍາອີກ.

9ການ​ມີ​ສິ່ງ​ກະຕຸ້ນ​ເປັນ​ອີກ​ວິທີ​ທີ່​ໃຊ້​ໄດ້​ຜົນ: ບໍ່​ວ່າ​ເດັກ​ນ້ອຍ​ ຫຼື ​ຜູ້​ໃຫຍ່​ກໍ່​ຕ້ອງ​ການ​ການ​ຍອມ​ຮັບ​ໃນ​ຄວາມ​ພະຍາຍາມ​​ໃນ​ການອ່ານ​ຫນັງສື​ຂອງ​ພວກເຂົາ​ທັງ​ນັ້ນ. ສະ​ນັ້ນ, ລອງ​ໃຫ້​ດາວ​ ຫຼື ​ຫຍັງ​ກກໍ່ໄດ້​ທີ່​ທ່ານ​ຄິດວ່າ​ຈະ​ເຮັດໃຫ້​ລູກ​ຮູ້ສຶກ​ພາກພູມ​ໃຈ​ທີ່​ໄດ້​ລາງ​ວັນ​ເຊິ່ງ​ແນວ​ຄິດ​ນີ້​ເປັນ​ແນວ​ຄິດ​ທີ່​ດີ​ພໍສົມຄວນ.

10ພາ​ລູກ​ໄປ​ຫ້ອງສະ​ມຸດ​ ຫຼື ​ຮ້ານ​ຂາຍ​ປື້​ມ: ໄປ​ໃນ​ສະຖານ​ທີ່ໆມີ​ປື້​ມ​ຈຳນວນ​ຫຼາຍ​ເພື່ອ​ໃຫ້​ລູກ​ໄດ້​ມ່ວນຊື່ນ​ກັບ​ການ​ສຳ​ຫຼວດ​ປື້​ມ​ຕ່າງໆ​ໃຫ້​ຫຼາຍຂຶ້ນ.