ຫຼວງນໍ້າທາທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ມູນຄ່າ 25ລ້ານກີບ

164

ກາງເດືອນ ກຸມພາ 2020 ທີ່ຜ່ານມາ, ທີ່ສະໜາມຂີ້ເຫຍື້ອ ແຂວງຫຼວງນໍ້າທາ ໄດ້ຈັດພິທີທຳລາຍຢາສູບທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ທ່ານ ພັຕ ສົມພອນ ສຸວັນນະກາສີ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ, ມີຫົວໜ້າພະແນກຕຳຫຼວດເສດຖະກິດ, ຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.

ທ່ານ ພັຕ ສອນມະນີ ມະນີວັນ ຮອງຫົວໜ້າພະແນກຕໍາຫຼວດເສດຖະກິດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະອານຸກຳມະການ ທຳລາຍຢາສູບທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງແຈ້ງສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງທີ່ຈະຈູດທຳລາຍ, ໃນນັ້ນ ມີຢາສູບຫວຽດນາມ 50 ແກັດ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ບໍ່ມີເອກະສານອ້າງອີງວ່າເສຍພາສີນຳເຂົ້າຖືກຕ້ອງ

ພາບປະກອບຂ່າວເທົ່ານັ້ນ

ເຊີ່ງທາງເຈົ້າໜ້າທີ່ ປະຈຳປ້ອມກວດກາກີ່ວລົມຢຶດໄດ້ໃນຄັ້ງວັນທີ 25 ພະຈິກ 2019 ຈາກລົດກະບະຮຸນໄດ ທະບຽນຫຼວງນໍ້າທາ 1887 ເຊີ່ງຂັບຂີ່ໂດຍ ນ. ຫຼ້າ ແກ້ວວົງເພັດ, ອາຍຸ 33 ປີ, ອາຊີບ ຄ້າຂາຍ ຢູ່ບ້ານ ໂພນໄຊ ເມືອງ ແລະ ແຂວງຫຼວງນໍ້າທາ, ຜູ້ກ່ຽວຍອມຮັບວ່າ ຢາສູບດັ່ງກ່າວແມ່ນ ໄດ້ຊື້ນຳຄົນຫວຽດ ຢູ່ຕະຫຼາດກະສິກຳແຂວງ ຈຳນວນ 50 ແກັດ, ມູນຄ່າ 25ລ້ານກີບ. ຫຼັງຈາກນັ້ນທາງການກໍ່ໄດ້ຍຶດສິນຄ້າດັ່ງກ່າວມາຈູດທໍາລາຍຖີ້ມ.

ຂໍ້ມູນຈາກ: ຂ່າວສານຫຼວງນໍ້າທາ; ຂ່າວ: ຮຕ ຄຳພົນ