5 ປີຜ່ານມາ ເສດຖະກິດເມືອງປາກຊ່ອງຂະຫຍາຍຕົວສະເລ່ຍ 7,30%ຕໍ່ປີ

131

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກຊ່ອວຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ກຸມພາ 2020, ທີ່ສະໂມສອນຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ມີ ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງປາກຊ່ອງ, ມີບັນດາຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ, 8 ເມືອງ, 1 ນະຄອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໃຫຍ່ ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງ ກ່າວວ່າ: ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກເມືອງຄັ້ງນີ້ ມີຄວາມໝາຍ, ຄວາມສຳຄັນຫຼາຍ ເພາະໄດ້ຈັດຕັ້ງປະຕິບັດຕາມກົດລະບຽບຂອງພັກກໍຄືຫຼັກການ ແລະ ທິດນຳໃນການກໍ່ສ້າງພັກໃຫ້ມີຄວາມເຕີບໃຫຍ່ພ້ອມທັງມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ຜູ້ແທນກອງປະຊຸມໃຫຍ່ຈະໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກເມືອງສະໄໝທີ VIII, ເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນແກນນຳຂອງອົງຄະນະພັກທີ່ຈະນຳພາຜັນຂະຫຍາຍມະຕິຂອງພັກ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕະຫຼອດສະໄໝທີ VIII (ແຕ່ປີ 2020-2024) ໃຫ້ປະກົດຜົນເປັນຈິງ.

ນອກຈາກນີ້ ທ່ານ ວິຈິດ ແກ້ວບົວພາ ຍັງໄດ້ຜ່ານບົດລາຍງານການເມືອງທັງສອງພາກຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການນໍາພາໄລຍະ 5 ປີຜ່ານມາແຕ່ປີ 2015-2019 ໂດຍຍົກໃຫ້ເຫັນທົ່ວເມືອງມີຄວາມສະຫງົບເປັນລະບຽບຮຽບຮ້ອຍ,ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນຮັບປະກັນຄວາມສະຫງົບໂດຍພື້ນຖານ,ດ້ານເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສາມາດບັນລຸຄາດໜາຍທີ່ວາງໄວ້, ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ

ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 9.332,58 ຕື້ກີບ, ອັດຕາການຂະຫຍາຍຕົວສະເລ່ຍ 7,30%ຕໍ່ປີ, ທຽບໃສ່ແຜນລື່ນແຜນ 30%, ປີ 2019 ປະຕິບັດໄດ້ 2.088,75 ຕື້ກີບ, ອັດຕາການຂະຫຍາຍຕົວ 7,55%, ສະເລ່ຍຕໍ່ຫົວຄົນບັນລຸ 24.085.096 ກີບ ຫລື ເທົ່າກັບ 2.804 ໂດລາສະຫາລັດຕໍ່ຄົນຕໍ່ປີ, ທຽບໃສ່ ປີ 2014 ເພີ້ມຂື້ນ 77% ( ໃນປີ 2014 ປະຕິບັດ ໄດ້ 1.026 ຕື້ ກີບ), ໂຄງປະກອບເສດຖະກິດຫັນປ່ຽນຕາມທ່າ ແຮງບົ່ມຊ້ອນໃນນັ້ນ: ຂົງເຂດກະສິກໍາ ຂະຫຍາຍຕົວສະເລ່ຍ 7,69%, ກວມ 84,21%, ອຸດສະຫະກໍາ ຂະຫຍາຍຕົວສະເລ່ຍ 4,51%, ກວມ 7,07% ແລະ ບໍລິການຂະຫຍາຍຕົວສະເລ່ຍ 4,14%, ກວມ 8,73% .

ລວມຍອດມູນຄ່າຈາກຜະລິດຕະພັນກະສິກຳບັນລຸໄດ້ 7.858,70 ຕື້ກີບ, ຂະຫຍາຍຕົວ 7,69%, ກວມ 84,21% ຂອງລວມຍອດຜະລິດຕະພັນພາຍໃນເມືອງ, ທຽບໃສ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ລື່ນ 16,29%, ອຸດສະຫະກໍາບັນລຸໄດ້ 659,46 ຕື້ກີບ, ຂະຫຍາຍຕົວ 4,51%, ກວມ 7,07%, ທຽບ ໃສ່ມະຕິກອງປະຊຸມໃຫຍ່ ຄັ້ງ ທີ VII ລື່ນ 2,3 ເທື່ອ, ບໍລິການບັນລຸ ໄດ້ 814 ຕື້ກີບ, ຂະຫຍາຍຕົວ 4,14% ກວມ 8,73 %, ທຽບໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ລື່ນ 2,6 ເທື່ອ. ດັ່ງນັ່ນຈິ່ງເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການແກ້ໄຂນັບມື້ດີຂື້ນເປັນກ້າວໆ.

ນອກຈາກນີ້ ໃນກອງປະຊຸມຄັ້ງນີ້ ທ່ານ ພິມພອນ ພັນດານຸວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງປາກຊ່ອງ ຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ທິດທາງແຜນການ ພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ 2020-2024 ອີກດ້ວຍ.

ຂໍ້ມູນຈາກ: Champasak radio Station 100,9 Mhz; ຂ່າວ: ເກດສະໜາ ແກ້ວສຸວັນນະແສງ