ສປປ ລາວ ໄດ້ຮັບຜົນປະໂຫຍດສູງຈາກຂອບຮ່ວມມືແມ່ນ້ຳຂອງ – ແມ່ນໍ້າລ້ານຊ້າງ

261

ວັນທີ 20 ກຸມພາຜ່ານມມາ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ພວກເຮົາໄດ້ຕີລາຄາຄືນໝາກຜົນຂອງຂອບການຮ່ວມມືແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ສໍາລັບປີ 2018 – 2022 ທີ່ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ພາກພື້ນຂອງພວກເຮົາ.

ບັນດາລັດຖະມົນຕີ ປະເທດແມ່ນ້ຳຂອງ ໄດ້ຮັບຮອງເອົາບັນຊີໂຄງການທີ່ ສປ ຈີນ ປະກາດໃຫ້ການສະໜັບສະໜູນພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ສໍາລັບປີ 2020 ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຕໍ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງປະຊາຊົນໃນພາກພື້ນແມ່ນ້ຳຂອງ; ໄດ້ປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມຜູ້ນໍາແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ເຊິ່ງມີແຜນຈະຈັດຂຶ້ນໃນລະຫວ່າງວັນທີ 25 – 26 ມີນາ 2020 ທີ່ນະຄອນຫຼວງວຽງຈັນ.

ສໍາລັບການຮ່ວມມືໃນຕໍ່ໜ້າ, ບັນດາລັດຖະມົນຕີ ໄດ້ເຫັນດີສືບຕໍ່ສົ່ງເສີມການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ 3 ເສົາຄໍ້າການຮ່ວມມື ( 1 ເສົາຄໍ້າການເມືອງ ແລະ ຄວາມໝັ້ນຄົງ; 2 ເສົາຄໍ້າເສດຖະກິດ ແລະ ການພັດທະນາແບບຍືນຍົງ; 3 ເສົາຄ້ຳວັດທະນະທໍາ – ສັງຄົມ ແລະ ການແລກປ່ຽນລະຫວ່າງປະຊາຊົນ ) ແລະ 5 ຂົງເຂດການຮ່ວມມືບຸລິມະສິດ ( 1 ການເຊື່ອມຈອດ; 2 ການຮ່ວມມືເສດຖະກິດຂ້າມຊາຍແດນ; 3 ຄວາມອາດສາມາດໃນການຜະລິດ; 4 ການຄຸ້ມຄອງຊັບພະຍາກອນນໍ້າ; 5 ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ ) ລວມທັງຂະຫຍາຍການຮ່ວມມືໄປສູ່ຂົງເຂດໃໝ່ທີ່ມີທ່າແຮງ ແນໃສ່ເພີ່ມທະວີການຮ່ວມມືເພື່ອອະນາຄົດແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນໃນພາກພື້ນແມ່ນ້ຳຂອງ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບແມ່ນຜ່ານໂຄງການຮ່ວມມື 2 ຮູບແບບ ຄື: ໂຄງການເຫັນຜົນໄວ ( Early Harvest Project ) ໂຄງການທີ່ ສປປ ລາວ ໄດ້ຮັບ ລວມມີທັງໝົດ 36 ໂຄງການ ( 10 ໂຄງການ ໃນປີ 2016 ແລະ 26 ໂຄງການ ໃນປີ 2018 ) ເຊິ່ງກວມເອົາຂົງເຂດບຸລິມະສິດຂອງການຮ່ວມມືຕ່າງໆ ແນໃສ່ພັດທະນາເສດຖະກິດ – ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ; ໂຄງການກອງທຶນພິເສດ ( Special Fund Project ) ໃນປີ 2017, ບັນດາຂະແໜງການຂອງ ສປປ ລາວ ໄດ້ຮັບ 13 ໂຄງການ, ປີ 2018, ໄດ້ຮັບ 21 ໂຄງການ.

ບັນດາໂຄງການຮ່ວມມືບຸລິມະສິດນີ້ແມ່ນແນໃສ່ຍົກລະດັບດ້ານເຕັກນິກວິຊາການໃຫ້ແກ່ບັນດາປະເທດແມ່ນ້ຳຂອງ ເພື່ອສົ່ງເສີມການເຊື່ອມໂຍງເສດຖະກິດ ແລະ ການເຊື່ອມຈອດພາກພື້ນ.

ທິດທາງການຮ່ວມມືໃນຕໍ່ໜ້າແມ່ນເນັ້ນໃສ່ “ ເພີ່ມທະວີການຮ່ວມມືເພື່ອຄວາມສົມບູນພູນສຸກຮ່ວມກັນ ” ບົນພື້ນຖານຄວາມຕ້ອງການຕົວຈິງຂອງບັນດາປະເທດແມ່ນ້ຳຂອງ ລວມທັງຂອງ ສປປ ລາວ ແລະ ສອດຄ່ອງກັບສະພາບເງື່ອນໄຂຂອງພາກພື້ນ ແລະ ສາກົນ ຕາມແຕ່ລະໄລຍະ. ສໍາລັບ ສປປ ລາວ ຈະສືບຕໍ່ສຸມໃສ່ຂົງເຂດບຸລິມະສິດທີ່ໄດ້ຕົກລົງເຫັນດີຮ່ວມກັນ ໂດຍສະເພາະແມ່ນການສ້າງຂີດຄວາມສາມາດໃນການຜະລິດກະສິກໍາ ແລະ ຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາການເຊື່ອມຈອດພາກພື້ນໃຫ້ປາກົດຜົນເປັນຈິງ ເພື່ອຫັນ ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດພາກພື້ນໃນອະນາຄົດ.