ຮຸ່ງອາລຸນຂົນສົ່ງດ່ວນ ຕັ້ງເປົ້າເປີດ 125 ຈຸດບໍລິການ

281

ບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນ ເປັນບໍລິສັດນ້ອງໃໝ່ມາແຮງ ເຊິ່ງດໍາເນີນທຸລະກິດມາໜຶ່ງກວ່າປີ ສາມາດບໍລິການລູກຄ້າສົ່ງພັດສະດຸ ກວ່າ 3 ແສນລາຍການ, ມີສາຂາແລ້ວ 34 ຈຸດ. ພໍເຫັນໂອກາດຄືແນວນັ້ນ ປະທານບໍລິສັດຈຶ່ງຈັດພິທີເປີດໂຕຢ່າງເປັນທາງການຂຶ້ນ ພ້ອມຕັ້ງເປົ້າອີກ 2 ປີ ໃຫ້ສາມາດຂະຫຍາຍຈຸດບໍລິການ 125 ແຫ່ງໃນທົ່ວປະເທດ.

ພິທີເປີດໂຕບໍລິສັດດັ່ງກ່າວຈັດຂຶ້ນໃນວັນທີ 20 ກຸມພາ 2020 ທີ່ໂຮງແຮມຄຣາວພລາຊາໂດຍການເຂົ້າຮ່ວມຂອງ ທ່ານ ເພັດຖາວອນ ພິລາວັນ ເຈົ້າ ແຂວງຫຼວງນໍ້າທາ, ມີທ່ານ ສີສະຫວັນ ມ່າຢົງເຊີນ ອໍານວຍການບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ຈໍາກັດ ພ້ອມດ້ວຍການນໍາກະຊວງກ່ຽວຂ້ອງ, ພາກທຸລະກິດເຂົ້າຮ່ວມ.

ທ່ານ ສີສະຫວັນ ມ່າຢົງເຊີນ ກ່າວວ່າ: ຈຸດເລີ່ມຕົ້ນຂອງທຸລະກິດເຊິ່ງຕົນເອງເຫັນວ່າທຸລະກິດຂົນສົ່ງໃນປະເທດເຮົາມີຂໍ້ຈັດກັດຫຼາຍ ເພາະວ່າມີຫາງສຽງຕ່າງໆນາໆ ໂດຍສະເພາະຄ່າຝາກສິນຄ້າມີລາຄາສູງ, ການບໍລິການບໍ່ມີລາຄາມາດຕະຖານ, ໃນກໍລະນີເຄື່ອງເສຍຫາຍກໍບໍ່ຄວາມຮັບຜິດຊອບ. ພ້ອມດຽວກັນການບໍລິການຍັງມີຄວາມຈໍາກັດ. ພ້ອມນັ້ນ, ກໍເພື່ອແກ້ບັນຫາທີ່ວ່າສິນຄ້າລາວຜະລິດແລ້ວບໍ່ມີຕະຫຼາດຮອງຮັບ ເຊິ່ງໃນຄວາມເປັນຈິງແມ່ນການຂົນສົ່ງຍັງບໍ່ເຂົ້າເຖິງເທົ່ານັ້ນ.

ທ່ານກ່າວວ່າ: ບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນ ຈໍາກັດ ເປີດໃຫ້ບໍລິການທົດລອງໃນວັນທີ 29 ມັງກອນ 2019 ຜົນປະກອບການໃນ 1 ປີຜ່ານມາ ສາມາດສ້າງຕໍາແໜ່ງງານ ໄດ້ 202 ຕໍາແໜ່ງ, ເປີດຈຸດບໍລິການໄດ້ 34 ຈຸດທົ່ວປະເທດ, ພາຫະນະຂອງບໍລິສັດ ມີລົດໃຫຍ່ 28 ຄັນ ແລະ ລົດຈັກ 48 ຄັນ ສາມາດບໍລິການສົ່ງເຄື່ອງໃຫ້ລູກຄ້າໄດ້ 358.390 ພັດສະດຸ, ຄາດຄະເນສາມາດສ້າງເສດຖະກິດພາຍໃນປະເທດ ປະມານ 125 ຕື້ກີບ.

ສໍາລັບສຽງຕອບຮັບຂອງສັງຄົມ ສາມາດສ້າງຄວາມສະດວກໃຫ້ຊາວຄ້າຂາຍສາມາດຂາຍສິນຄ້າໄປໄດ້ທຸກແຂວງໃນທົ່ວປະເທດ, ຝາກເຄື່ອງຈາກເໜືອ – ໃຕ້ໃຊ້ເວລາ 3 ວັນ ຄ່າບໍລິການທີ່ສົມເຫດສົມຜົນ ( ເລີ່ມຕົ້ນ 12.000 ພັນກີບ ) ໃຫ້ລູກຄ້າສາມາດຄໍານວນຕົ້ນທຶນລ່ວງໜ້າໄດ້ຢ່າງຊັດເຈນ, ສ້າງຄວາມເຊື່ອໝັ້ນຂອງລູກຄ້າລະຫວ່າງຜູ້ຊື້ ແລະ ຜູ້ຂາຍ.

ສ່ວນແຜນໃນປີ 2020 – 2022 ຕັ້ງເປົ້າຂະຫຍາຍຈຸດບໍລິການ ໃຫ້ໄດ້ 125 ຈຸດ ແລະ ເຊື່ອມໂຍງພາກພື້ນກັບ 5 ປະເທດ ຄື: ໄທ, ຫວຽດນາມ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈໃນການດໍາເນີນທຸລະກິດນີ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນໂອກາດຂອງຂະແໜງຂົນສົ່ງລາວ ຫຼັງເປີດນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ ແລະ ເສັ້ນທາງດ່ວນ, ຮຽກຮ້ອງໃຫ້ ບໍລິສັດ ຮຸ່ງອາລຸນ ໄດ້ມີການຍົກລະດັບການບໍລິການຂຶ້ນໃຫ້ຕອບໂຈດຄວາມຕ້ອງການຂອງການພັດທະນາ ແລະ ສ້າງສາປະເທດ ເພື່ອຊ່ວຍໃຫ້ຜູ້ຜະລິດ ແລະ ຜູ້ຊື້ສາມາດເຂົ້າເຖິງກັນຫຼາຍຂຶ້ນ.