ຍັງສືບຕໍ່ແກ້ໄຂບັນຫາສານເຄມີຮົ່ວໄຫຼ

156

ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ຟື້ນຟູແຫຼ່ງນ້ຳລີກ ເຂດເມືອງກາສີ ແຂວງວຽງຈັນ ຈາກເຫດການຖັງສານເຄມີແຕກ ແລະ ຮົ່ວໄຫຼລົງຫ້ວຍຫີນຊາ ສົ່ງຜົນໃຫ້ແຫຼ່ງນ້ຳຂຸ່ນເຮັດໃຫ້ປາຕາຍ ມາຮອດປັດຈຸບັນສະພາບແຫຼ່ງນ້ຳໄດ້ດີຂຶ້ນ.

ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກໜັງສືແຈ້ງຂ່າວ ສະບັບເລກທີ 04193/ຍທຂ.ຫກ ລົງວັນທີ 21 ກຸມພາ 2020 ສາເຫດ, ຄວາມຄືບໜ້າ ແລະ ມາດຕະການແກ້ໄຂສະພາບເຫດການ ກ່ຽວກັບຖັງສານເຄມີ ( ສານທີ່ເຮັດໃຫ້ເບຕົງແຂງໂຕໄວ ) ແຕກ ແລະ ຮົ່ວໄຫຼລົງຫ້ວຍຫີນຊາ ທີ່ເປັນສາຂາຂອງນໍ້າລີກ ເມືອງກາສີ ແຂວງວຽງຈັນ ໃນວັນທີ 17 ກຸມພາ 2020.

ອີງຕາມການລົງຕິດຕາມກວດກາຜົນກະທົບຕົວຈິງຂອງພາກສ່ວນທີ່ກ່ຽວຂ້ອງໃນລະຫວ່າງວັນທີ 17 – 20 ກຸມພາ 2020; ອີງຕາມການລາຍງານຂອງທ່ານຫົວໜ້າໂຄງການທາງລົດໄຟ ລາວ – ຈີນ ແລະ ຄະນະອໍານວຍການ ບໍລິສັດ ທາງລົດໄຟ ລາວ – ຈີນ ຄັ້ງວັນທີ 21 ກຸມພາ 2020.

ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດແຈ້ງມາອົງການຈັດຕັ້ງພາກລັດ, ເອກະຊົນ ແລະ ທຸກພາກສ່ວນໃນສັງຄົມ ລວມໄປເຖິງພໍ່ແມ່ພີ່ນ້ອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການ ກ່ຽວກັບຖັງສານເຄມີ ( ສານທີ່ເຮັດໃຫ້ເບຕົງແຂງໂຕໄວ ) ແຕກ ແລະ ຮົ່ວໄຫຼລົງຫ້ວຍຫີນຊາທີ່ເປັນສາຂາຂອງນ້ຳລີກ ເມືອງກາສີ ແຂວງວຽງຈັນ ຊາບວ່າ:
ໃນຕອນເຊົ້າຂອງວັນທີ 17 ກຸມພາ 2020 ເວລາ 04:15 ໂມງ ໄດ້ມີກໍາມະກອນຜູ້ເຮັດວຽກຢູ່ພາກສະໜາມກໍ່ສ້າງຂອງຜູ້ຮັບເໝົາກໍ່ສ້າງສັນຍາທີ 4 ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ

ຈຸດປາກທາງເຂົ້າອຸມົງກາສີ ເຂດບໍລິເວນບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ໄດ້ພາກັນເຄື່ອນຍ້າຍຖັງສານເຄມີທີ່ເຮັດໃຫ້ເບຕົງແຂງໂຕໄວ ເຮັດໃຫ້ຖັງດັ່ງກ່າວຕົກລົງພື້ນ ແລະ ເຮັດໃຫ້ນໍ້າສານເຄມີດັ່ງກ່າວ ຈໍານວນ 110 ກິໂລ ( ປະມານ 100 ລິດ ) ໄຫຼອອກມາຜ່ານອ່າງບໍາບັດນ້ຳເປື້ອນລົງນ້ຳຫ້ວຍຫີນຊາທີ່ເປັນສາຂາຂອງແມ່ນ້ຳລີກ ເຮັດໃຫ້ມີປາກົດການນ້ຳຂຸ່ນ ແລະ ມີປາຕາຍຢູ່ບໍລິເວນຫ້ວຍຫີນຊາ ແລະ ນ້ຳລີກ ປະມານ 30 ກິໂລ.

ຫຼັງຈາກເກີດເຫດການດັ່ງກ່າວແລ້ວ ບໍລິສັດ ຜູ້ຮັບເໝົາກໍ່ສ້າງ ໄດ້ມີການປະສານສົມທົບກັບອໍານາດການປົກຄອງ ເມືອງກາສີ ເພື່ອພ້ອມກັນແຈ້ງໃຫ້ປະຊາຊົນຜູ້ທີ່ດໍາລົງຊີວິດຢູ່ຕາມແຄມ ແລະ ແລວນ້ຳລີກ, ໃຫ້ຢຸດເຊົາການກິນປາທີ່ຕາຍນັ້ນ ແລະ ຢຸດເຊົາການນໍາໃຊ້ນ້ຳລີກ ( ຕາມແຈ້ງການຂອງຫ້ອງວ່າການປົກຄອງເມືອງກາສີ ສະບັບເລກທີ 038/ຫວມ.ກສ ລົງວັນທີ 17 ກຸມພາ 2020 ).

ພ້ອມກັນນັ້ນ, ຄະນະຮັບຜິດຊອບໂຄງການທາງລົດໄຟ ລາວ – ຈີນ ກໍໄດ້ມີການປະສານສົມທົບກັບຂະແໜງການໂຍທາທິການ ແລະ ຂົນສົ່ງ, ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂະແໜງສາທາລະນະສຸກ ແລະ ອໍານາດການປົກຄອງທ້ອງຖິ່ນຂອງເມືອງ ເພື່ອປຶກສາຫາລືຊອກຫາມາດຕະການແກ້ໄຂຫຼຸດຜ່ອນຜົນກະທົບຈາກອຸບັດເຫດຄັ້ງນີ້ ແລະ ໄດ້ມີການເຝົ້າຕິດຕາມຜົນກະທົບຂອງການນໍາໃຊ້ນ້ຳ, ການອາໄສຂອງສັດນ້ຳຕ່າງໆ.

ຜ່ານການເຝົ້າລະວັງນັບຕັ້ງແຕ່ມື້ເກີດເຫດມາຮອດປັດຈຸບັນນີ້ ແມ່ນຍັງບໍ່ທັນມີປາກົດການນ້ຳຂຸ່ນ ຫຼື ມີປາຕາຍຕື່ມອີກ, ແຕ່ເຖິງຢ່າງໃດກໍຕາມ, ທາງຄະນະຮັບຜິດຊອບໂຄງການແມ່ນຍັງຈະຕ້ອງໄດ້ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກມາດຕະການແກ້ໄຂຜົນກະທົບທີ່ເກີດຂຶ້ນຕົວຈິງຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍໃນ ເພື່ອໃຫ້ຊາບຕາມນີ້ດ້ວຍ.