ປີນີ້ ຍທຂ ວຽງຈັນ ຈະສຸມໃສ່ຫຼາຍໂຄງການກໍ່ສ້າງພື້ນຖານໂຄງລ່າງ

428

ໃນປີ 2020 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ຈະສຸມໃສ່ປະຕິບັດໂຄງການສືບຕໍ່ກໍ່ສ້າງທາງທີ່ຍັງບໍ່ທັນສໍາເລັດ. ແກ້ໄຂສິ່ງກີດ ຂວາງ ແລະ ຜົນກະທົບໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ, ທາງດ່ວນໃຫ້ສໍາເລັດ. ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດໂຄງການປັບປຸງທາງເລກ 13 ເໜືອໄລຍະສີເກີດ – ໂພນໂຮງ ແລະ ທາງເລກ 11 ໄລຍະຂົວໂຄກເຂົ້າດໍ – ຂົວນໍ້າສັງ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ສຸມຸນທາ ສົມຈັນມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໃຫ້ສຳພາດຕໍ່ທີມຂ່າວເສດຖະກິດ – ການຄ້າ ເມື່ອບໍ່ດົນມານີ້ວ່າ: ແຂວງວຽງຈັນ ເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານທີ່ຕັ້ງພູມສາດເປັນທາງຜ່ານເໜືອ – ໃຕ້, ມີຊາຍແດນຕິດກັບ 4 ແຂວງ ແລະ ນະຄອນຫຼວງວຽງຈັນ.

ນອກຈາກນີ້, ຍັງມີຊາຍແດນທາງນໍ້າຕິດກັບຣາຊະອານາຈັກໄທ, ມີທາງຫຼວງແຫ່ງຊາດຕັດຜ່ານເຖິງ 4 ເສັ້ນ ຄື: ທາງຫຼວງແຫ່ງຊາດເລກ 10, ເລກ 11, ເລກ 13 ເໜືອ ແລະ ເລກ 5. ພິເສດໄດ້ມີທາງດ່ວນບໍ່ເຕັນ – ນະຄອນຫຼວງຜ່ານ ເຊິ່ງໄລຍະ 1 ວຽງຈັນ – ວັງວຽງກໍາລັງກໍ່ສ້າງ ແລະ ເສັ້ນທາງລົດໄຟ ລາວ – ຈີນ ແລ່ນຜ່ານ.

ພາບປະກອບຂ່າວເທົ່ານັ້ນ

ນອກຈາກນັ້ນ, ກໍຍັງມີເສັ້ນທາງຍຸດທະສາດຂອງແຂວງຈໍານວນໜຶ່ງຄື ເສັ້ນທາງ 4501, 4502, 0125, 4525 ແລະ ເສັ້ນອື່ນໆ ທີ່ເຊື່ອມຕໍ່ລະຫວ່າງເທສະບານແຂວງໄປຫາເມືອງ, ເຊື່ອມຕໍ່ລະຫວ່າງເມືອງກັບເມືອງ, ເຂດຈຸດສຸມພັດທະນາ ແລະ ເຊື່ອມຕໍ່ໄປຫາບ້ານຕ່າງໆ ເຊິ່ງບັນດາເສັ້ນທາງເຫຼົ່ານີ້ແມ່ນມີ ຄວາມສໍາຄັນທີ່ສຸດຕໍ່ກັບການພັດທະນາເສດຖະກິດ – ສັງຄົມຂອງແຂວງ ລວມທັງວຽກງານປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ.

ພາບປະກອບຂ່າວເທົ່ານັ້ນ

ໃນປີ 2019 ຜ່ານມາພວກເຮົາໄດ້ສຸມໃສ່ສືບຕໍ່ປະຕິບັດບັນດາໂຄງການທີ່ໄດ້ຮັບອະນຸມັດກໍ່ສ້າງ ແລະ ໄດ້ສໍາເລັດໂຄງການກໍ່ສ້າງທາງປູຢາງສອງຊັ້ນແຕ່ ນານົກຂຸ້ມ ເມືອງທຸລະຄົມ – ນາໄຊ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ສໍາເລັດປູຢາງສອງຊັ້ນເສັ້ນທາງແຕ່ ວົງວຽນບ້ານໂພນໝີ – ທ່າລາດ ສົມທົບກັບພາກສ່ວນກ່ຽວຂ້ອງແກ້ໄຂສິ່ງກີດຂວາງທາງລົດໄຟ ລາວ – ຈີນ ສໍາເລັດຂັ້ນພື້ນຖານ ແລະ ທາງດ່ວນກໍເຊັ່ນກັນ ລວມທັງແກ້ໄຂສິ່ງກີດຂວາງໂຄງການຍົກລະດັບທາງ 13 ເໜືອໄລຍະທາງແບ່ງໜອງບຶກ – ໂພນໂຮງ, ທ່ານ ສຸມຸນທາ ສົມຈັນມະວົງ ກ່າວ.

ພາບປະກອບຂ່າວ

ທ່ານຫົວໜ້າພະແນກ ກ່າວຕື່ມວ່າ: ໃນປີ 2020 ພວກເຮົາຈະສຸມໃສ່ປະຕິບັດໂຄງການສືບຕໍ່ກໍ່ສ້າງທາງ 4502 ( ບ້ານຈຽງ – ເມືອງແມດ ແຂວງວຽງຈັນ ) ທີ່ສະພາແຫ່ງຊາດໄດ້ເຫັນດີຮັບຮອງແລ້ວ ແລະ ສືບຕໍ່ປະຕິບັດບັນດາໂຄງການທີ່ຍັງບໍ່ທັນສໍາເລັດຄື ທາງ 4501 ຫີນເຫີບ – ເມືອງເຟືອງ – ເມືອງໝື່ນ – ຊະນະຄາມ ແຂວງວຽງຈັນ, ເສັ້ນທາງ 0125 ( ຫ້ວຍອີ່ເລີດ – ຊາຍແດນເມືອງສັງທອງ ນະຄອນຫຼວງວຽງຈັນ ) , ທາງສາຍເອກເທສະບານແຂວງ ແລະ ປູຢາງເສັ້ນທາງ 4507 ( ສາມແຍກ ນາໂພ – ປາກແຈ້ງ ).

ພາບປະກອບຂ່າວ

ແກ້ໄຂສິ່ງກີດຂວາງ ແລະ ແກ້ໄຂຜົນກະທົບໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ, ທາງດ່ວນໃຫ້ສໍາເລັດ; ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດໂຄງການປັບປຸງທາງເລກ 13 ເໜືອໄລຍະສີເກີດ – ໂພນໂຮງ ແລະ ທາງເລກ 11 ໄລຍະຂົວໂຄກເຂົ້າດໍ – ຂົວນໍ້າສັງ.