ມູນຄ່າການຄ້າ ລາວ – ຈີນ ເພີ່ມຂຶ້ນກວ່າ 17%

523

ປີ 2019 ຜ່ານມາ ມູນຄ່າການຄ້າ ລາວ – ຈີນ ບັນລຸ 3.540 ລ້ານໂດລາ. ໃນນີ້, ເປັນການນໍາເຂົ້າ 1.600 ລ້ານໂດລາ ສ່ວນສົ່ງອອກມີ 1.940 ລ້ານໂດລາ.

ວັນທີ 20 ກຸມພາຜ່ານມາ ໄດ້ມີກອງປະຊຸມພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສປ ຈີນສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ – ຈີນ ແລະ ຈີນ – ລາວ ລະຫວ່າງສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ – ຈີນ

ພາບປະກອບຂ່າວເທົ່ານັ້ນ

ເຊິ່ງນັບມື້ໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ແລະ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດຮອບດ້ານໃນຂະແໜງການຕ່າງໆ, ໄດ້ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍຄູ່ຮ່ວມຊາຕາກຳ ລາວ – ຈີນ ທີ່ສອງສະຫາຍປະທານປະເທດໄດ້ຮ່ວມກັນລົງນາມໃນເດືອນເມສາ 2019 ຜ່ານມາ.

ພາບປະກອບຂ່າວເທົ່ານັ້ນ

ມູນຄ່າການຄ້າສອງຝ່າຍ ໃນປີ 2019 ບັນລຸໄດ້ 3.540 ລ້ານໂດລາສະຫະລັດ ( ເພີ່ມຂຶ້ນ 17,4% ), ມູນຄ່າການນໍາເຂົ້າບັນລຸ 1.600 ລ້ານໂດລາສະຫະລັດ ( ເພີ່ມຂຶ້ນ 29,6% ) ແລະ ມູນຄ່າການສົ່ງອອກມີ 1.940 ລ້ານໂດລາສະຫະລັດ ( ເພີ່ມຂຶ້ນ 8,9% ) ເມື່ອທຽບໃສ່ປີຜ່ານມາ. ການລົງທຶນຂອງຈີນຢູ່ລາວ ໄດ້ຖືກຈັດຢູ່ໃນອັນດັບ 1 ຂອງນັກລົງທຶນຕ່າງປະເທດຢູ່ ສປປ ລາວ ຈຳນວນ 785 ໂຄງການ ລວມມູນຄ່າ 12 ຕື້ໂດລາສະຫະລັດ ເຊິ່ງສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງການບໍ່ແຮ່, ການກໍ່ສ້າງ, ການບໍລິການ, ພະລັງງານໄຟຟ້າ ແລະ ກະສິກຳ.

ລັດຖະບານລາວ ໄດ້ຖືສໍາຄັນບັນດາໂຄງການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ທີ່ໄດ້ສໍາເລັດແລ້ວຫຼາຍກວ່າ 83%, ໂຄງການທາງດ່ວນ ລາວ – ຈີນ ນະຄອນຫຼວງວຽງຈັນ – ວັງວຽງ ມີຄວາມຄືບໜ້າແລ້ວຫຼາຍກວ່າ 50% ແລະ ແລວທາງເສດ ຖະກິດ ລາວ – ຈີນ ກໍໄດ້ມີ ຄວາມຄືບໜ້າເປັນກ້າວໆ, ຫຼາຍໂຄງການຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ແກ່ ສປປ ລາວ ແມ່ນໄດ້ຮັບການຊຸກຍູ້ໃຫ້ມີຄວາມຄືບໜ້າດີຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມດຽວກັນນີ້, ສອງຝ່າຍໄດ້ສະແດງຄວາມເຫັນດີທີ່ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນໃນການກະກຽມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ – ຈີນ ຄົບຮອບ 60 ໃນປີ 2021 ທີ່ຈະມາເຖິງນີ້, ປະສານສົມທົບກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງຢູ່ ສປປ ລາວ ຂອງນາຍົກລັດຖະມົນຕີ ສປ ຈີນ

ໃນທ້າຍເດືອນມີນາ 2020 ໃຫ້ປະສົບຜົນສຳເລັດຕາມຄາດໝາຍ, ສືບຕໍ່ກົນໄກການແລກປ່ຽນບົດຮຽນ, ການໃຫ້ທຶນຝຶກອົບຮົມໃນຂະແໜງການຕ່າງໆ, ສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືພາກພື້ນ ແລະ ອະນຸພາກພື້ນຕ່າງໆ ເປັນຕົ້ນແມ່ນການຮ່ວມມືຂອບແມ່ນໍ້າຂອງ – ແມ່ນ້ຳລ້ານຊ້າງ, ການຮ່ວມມືອາຊຽນ – ຈີນ ແລະ ການຮ່ວມມືໃນຂອບການຮ່ວມມືສາກົນ.

ພາບປະກອບຂ່າວເທົ່ານັ້ນ

ໃນໂອກາດນີ້ ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ພັກ – ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຕະຫຼອດມາ.

ພ້ອມນີ້, ກໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຕໍ່ຄອບຄົວ, ຍາດພີ່ນ້ອງ ແລະ ປະຊາຊົນຈີນ ຜູ້ໄດ້ຮັບເຄາະຮ້າຍຈາກການແຜ່ລະບາດຂອງເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ( COVID – 19 ) ແລະ ສະແດງຄວາມເຊື່ອໝັ້ນວ່າ ສປ ຈີນ ຈະສາມາດຄວບຄຸມການລະບາດຂອງເຊື້ອພະຍາດດັ່ງກ່າວໃຫ້ໄດ້ທັນເວລາ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ພາບປະກອບຂ່າວເທົ່ານັ້ນ

ໃນໂອກາດດຽວກັນ, ສະຫາຍ ລັດຖະມົນຕີ ຫວັງ ອີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນການມາຢ້ຽມຢາມທາງການ ສປປ ລາວ ຂອງຕົນໃນຄັ້ງນີ້ ແລະ ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ – ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ, ທາງເລິກ ແລະ ໃຫ້ມີປະສິດທິຜົນ, ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ຈີນ.