ຂໍ້ແນະນຳ! ກ່ຽວກັບວິທີປ້ອງກັນຕົນເອງຈາກພະຍາດ ໂຄວິດ – 19

112

ຫຼີກລຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດ ຖ້າຈຳເປັນຈະໄປຕ້ອງໄດ້ປະຕິບັດ ດັ່ງລຸ່ມນີ້:

1 ຫຼີກລຽງການສຳຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ.

2 ປະຕິບັດມາລະຍາດໃນການໄອ – ຈາມດ້ວຍການອັດປາກ ແລະ ດັງ, ໃຊ້ຜ້າອັດປາກ, ລ້າງມືຂອງທ່ານທຸກຄັ້ງດ້ວຍສະບູ ຫຼື ນ້ຳຢາຂ້າເຊື້ອ.

3 ຫາກທ່ານມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກບວກກັບໄດ້ເດີນທາງໄປໃນເຂດປະຫວັດຂອງການເດີນທາງມາຈາກ ສປ ຈີນ ພາຍໃນ 14 ວັນ ກ່ອນເລີ່ມຕົ້ນເຈັບ ຫຼື ສໍາຜັດໃກ້ຊິດກັບກໍລະນີຢັ້ງຢືນຕິດເຊື້ອ ໂຄວິດ – 19. ໃນຂະນະທີ່ກໍລະນີດັ່ງກ່າວກຳລັງມີອາການ ກະລຸນາໄປພົບແພດໝໍໃກ້ບ້ານທ່ານ ແລະ ແຈ້ງປະຫວັດການເດີນທາງຂອງທ່ານ ຖ້າໄດ້ໄປເຂດທີ່ມີການລະບາດພະຍາດດັ່ງກ່າວໃນໄລຍະ 14 ວັນກ່ອນມີອາການ.

4 ຫຼີກລຽງການສຳຜັດສັດເປັນ ຫຼື ຕາຍ.

ທ່ານຈໍາເປັນທີ່ຈະຕ້ອງໃສ່ຜ້າອັດປາກ – ດັງ ຫຼື ບໍ່?

ຈໍາເປັນໃສ່ຖ້າມີອາການທາງລະບົບຫາຍໃຈ ເຊັ່ນ: ໄອ ຫຼື ຫາຍໃຈຍາກ.

ຈໍາເປັນໃສ່ຖ້າກຳລັງເບິ່ງແຍງຄົນເຈັບທີ່ມີອາການທາງເດີນຫາຍໃຈ.

ຈໍາເປັນໃສ່ຖ້າແມ່ນເຈົ້າໜ້າທີ່ແພດໝໍທີ່ປິ່ນປົວຄົນເຈັບທີ່ມີອາການທາງລະບົບຫາຍ.

ຈໍາເປັນໃສ່ຖ້າຕ້ອງເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດທີ່ມີຄວາມສ່ຽງ.

ບໍ່ຈໍາເປັນໃສ່ສໍາລັບປະຊາຊົນທົ່ວໄປ ແລະ ຜູ້ທີ່ບໍ່ມີອາການທາງລະບົບຫາຍໃຈ.

ທ່ານສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ 020 5406 6777 ( ພາສາລາວ ແລະ ອັງກິດ ) ຫຼື ສາຍດ່ວນ 166 ( ພາສາລາວ ) ຕະຫຼອດ 24 ຊົ່ວໂມງ ສໍາລັບພາສາຈີນ ກໍມີທີມງານທ່ານໝໍທີ່ສາມາດເວົ້າພາສາຈີນໃຫ້ຂໍ້ມູນຕະຫຼອດເຊັ່ນກັນ.

( ຂໍ້ມູນຈາກ: ກະຊວງສາທາລະນະສຸກ )