ດອກໄມ້ຊຸດປ່ຽນໃຫມ່ກຳລັງບານເຕັມສວນ ເພື່ອຮູບງາມໆຕ້ອງຕາມໄປທີ່ຕາດຮ້ອຍຄົວ

212

ທໍາມະຊາດສ້າງສິ່ງສວຍງາມມາໃຫ້ເຮົາໄດ້ສໍາຜັດ, ໄດ້ເຫັນ ໄດ້ຊົມສະເໝີ ໂດຍສະເພາະດອກໄມ້ນາໆຊະນິດທີ່ໄລຍະນີ້ກໍາລັງເບັ່ງບານ ແລະ ສວຍງາມ ມີຫຼາຍໆບ່ອນທີ່ເປັນສະຖານທີ່ທ່ອງທ່ຽວໃຫ້ເຮົາໄດ້ຊົມຄວາມງາມຂອງດອກໄມ້, ຖ່າຍຮູບງາມໆຄູ່ດອກໄມ້ ໂດຍສະເພາະໃຜທີ່ມີແຜນ ຫຼື ຍັງກໍາລັງຊອກສະຖານທີ່ທ່ອງທ່ຽວແບບນີ້ຢູ່ຂໍແນະນໍາທີ່ນີ້ ແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ສວນດອກໄມ້ນໍ້າຕົກຕາດຮ້ອຍຄົວ ຫຼື Green Jungle Park.

ສະຖານທີ່ນີ້, ດອກໄມ້ຊຸດປ່ຽນໃຫມ່ກຳລັງບານເຕັມສວນ ສວຍສົດງົດງາມ, ຫຼາກຫຼາຍສີສັນ ໃຫ້ທ່ານໄດ້ສໍາຜັດ,

ສວນດອກໄມ້ແຫ່ງນີ້ ຕັ້ງຢູ່ ບ້ານປາກຫຼືງ ເມືອງຈອມເພັດ ແຂວງຫຼວງພະບາງ, ເຊິ່ງມີໄລຍະທາງຫ່າງຈາກຕົວເມືອງພຽງແຕ່ 15 ກິໂລແມັດເທົ່ານັ້ນ ສາມາດເດີນທາງໄປດ້ວຍລົດສ່ວນຕົວ ຫຼື ຖ້າບໍ່ສະດວກເອົາລົດໄປ ກໍ່ສາມາດຂີ່ເຮືອໄປໄດ້.

ນອກຈາກນັ້ນທ່ານໄດ້ສໍາຜັດກັບ ກິດຈະກໍາຫຼາຍຢ່າງທີ່ທ້າທາຍ ໄວ້ໃຫ້ນັກທ່ອງທ່ຽວໄດ້ຫຼິ້ນເຊັ່ນ: ການໄຕ່ເຊືອກ, ໄຕ່ໄມ້, ການຂີ່ສະລິງຊົມສວນດອກໄມ້.

ສໍາລັບເສັ້ນທາງໃນການເດີນທາງ ເຂົ້າໄປຫາຕາດແມ່ນ ຍັງເປັນທາງດິນແດງ ສະນັ້ນ ຖ້າເດີນທາງໃນໄລຍະລະດູຝົນ ອາດຈະມີຄວາມຫຍຸ້ງຍາກແດ່ ແຕ່ເມື່ອເດີນທາງໄປຮອດນໍ້າຕົກຕາດແລ້ວ ຮັບຮອງວ່າ ຄວາມອິດເມື່ອຍຈາກການເດີນທາງ ນັ້ນຈະຫາຍໄປທັນທີຢ່າງແນ່ນອນເລີຍ.

ນອກຈາກ ຢູ່ເມືອງຈອມເພັດ ຍັງມີສະຖານທີ່ທ່ອງທ່ຽວອີກຫຼາຍແຫ່ງເຊັ່ນ: ວັດຊຽງແມນ, ວັດລ້ອງຄູນ, ວັດຈອມເພັດ, ຖໍ້ານາງອັ່ນ, ຖໍ້າຊ້າງ ແລະ ຍັງມີອີກຫຼາຍໆສະຖານທີ່ ທີ່ຍັງຄອງຄອຍໃຫ້ບັນດາທ່ານໄດ້ມາຢ້ຽມຢາມ ມາສໍາຜັດດ້ວຍຕົວທ່ານເອງ.

ດອກ​ໄມ້​ງາມ