ສປປລາວ ມອບເງິນ ແລະ ອຸປະກອນຊ່ວຍເຫຼືອ ສປຈີນ ຕ້ານພະຍາດ ໂຄວິດ-19

194

​​​ໃນຕອນເຊົ້າ ຂອງວັນທີ 21 ກຸມພາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂອງທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ຈີນ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ທີ່ຈັດຂຶ້ນຢູ່ ສປປ ລາວ ໃນວັນທີ 20 ກຸມພາ 2020.

​​​ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຊົມເຊີຍ ຕໍ່ຜົນສຳເລັດ ຂອງກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ຈີນ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງ, ຄວາມພະຍາຍາມ ແລະ ເອົາໃຈໃສ່ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ອັກເສບປອດສາຍພັນໃໝ່ (COVID-19) ຂອງສປ ຈີນ ຮ່ວມກັບບັນດາປະເທດອາຊຽນ ກໍ່ຄືວຽກງານທີ່ກ່ຽວຂ້ອງ ທີ່ໄດ້ປຶກສາຫາລື ແລະ ຕົກລົງໃນກອງປະຊຸມ ທີ່ຈັດຂຶ້ນ ຢູ່ ສປປ ລາວ ໃນຄັ້ງນີ້, ທັງສະແດງໃຫ້ເຫັນເຖິງ ຄວາມປຸ້ມລຸມສາມັກຄີ, ການຮ່ວມມື, ການສະໜັບສະໜູນ, ການຄຽງບ່າຄຽງໄຫຼ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງອາຊຽນ ແລະ ຈີນ ໃນຍາມທີ່ພົບກັບຄວາມຫຍຸ້ງຍາກ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊົມເຊີຍ ແລະ ສະແດງຄວາມເຊື້ອໝັ້ນສູງ ຕໍ່ມາດຕະການ ຂອງ ສປ ຈີນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ COVID-19 ຊຶ່ງເປັນມາດຕະການທີ່ເດັດຂາດ, ທັນການ, ມີປະສິດທິຜົນ, ເປັນທີ່ຍອມຮັບຂອງສາກົນ, ສິ່ງສຳຄັນ ແມ່ນໄດ້ຮັບການສະໜັບສະໜູນ, ຮ່ວມມືທີ່ດີ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນຈີນໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ອັນມີປະທານ ສີ ຈິ້ນຜິງ, ລັດຖະບານ ສປ ຈີນ ນຳໂດຍທ່ານ ຫຼີ ເຄີ ສຽງ ພ້ອມດ້ວຍການນຳແຕ່ລະຂັ້ນ ຈະສາມາດນຳພາປະຊາຊົນຈີນ ແກ້ໄຂຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນຢູ່ໃນປະຈຸບັນ ໃຫ້ສາມາດຜ່ານພົ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ. ໃນຖານະ ສປປ ລາວ ເປັນຄູ່ຮ່ວມຊະຕາກຳດຽວກັນກັບ ສປປ ຈີນ ແມ່ນຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປ ຈີນ ຢ່າງສຸດຄວາມສາມາດຂອງຕົນ, ຊຶ່ງໃນສະພາບເງື່ອນໄຂປະຈຸບັນ ສປປ ລາວ ແລະ ສປ ຈີນ ແມ່ນຈະບໍ່ທໍ້ຖອຍ ຕໍ່ຄວາມຫຍຸ້ງຍາກທີ່ກຳລັງເກີດຂຶ້ນ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນ ການຊ່ວຍເຫຼືອອຸປະກອນທີ່ຈຳເປັນ, ການເບິ່ງແຍງຊ່ວຍເຫຼືອຄົນລາວ ໂດຍສະເພາະ ນັກສຶກສາລາວ ທີ່ອາໄສຢູ່ ສປ ຈີນ ໃນໄລຍະທີ່ເກີດການແຜ່ລະບາດຂອງເຊື້ອພະຍາດ COVID-19, ໃຫ້ມີສຸຂະພາບແຂງແຮງດີ ແລະ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຕະຫຼອດຮອດຄອບຄົວຂອງພວກເຂົາ ກໍ່ມີຄວາມເຊື່ອໝັ້ນເຊັ່ນດຽວກັນ.


​​​ໃນໂອກາດດຽວກັນນີ້, ທ່ານ ຫວັງ ອີ້ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກ ລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ໃຫ້ກຳ ລັງໃຈທີ່ດີ ແກ່ພັກ, ລັດ ແລະ ປະຊາຊົນຈີນ ໂດຍສະເພາະ ການກະກຽມຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ທີ່ ສປປ ລາວ, ການຊ່ວຍເຫຼືອວັດຖຸປັດໃຈ ແກ່ປະຊາຊົນຈີນ ໃນການແກ້ໄຂການແຜ່ລະ ບາດຂອງເຊື້ອພະຍາດ COVID-19 ແລະ ອື່ນໆ, ຊຶ່ງລ້ວນແຕ່ສະແດງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໄຍ ທີ່ຈິງໃຈ ໃນຖານະຄູ່ຮ່ວມຊະຕາກຳດຽວກັນ ຢ່າງແທ້ຈິງ.

ຫຼັງຈາກສຳເລັດພິທີຕ້ອນຮັບດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແລະ ທ່ານທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ກໍ່ໄດ້ເຂົ້າຮ່ວມ ແລະ ເປັນສັກຂີພິຍານ ຕໍ່ການມອບ ເງິນ ແລະ ອຸປະກອນການແພດ ຂອງ ສປປ ລາວ ເພື່ອຊ່ວຍເຫຼືອ ສປ ຈີນ ທີ່ປະສົບໄພ ຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19, ຊຶ່ງກ່າວມອບໂດຍທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະມາຄົມມິດຕະພາບ ລາວ-ຈີນ ແລະ ກ່າວຮັບແມ່ນທ່ານ ຈ່ຽງ ຈ້າຍ ຕຸ່ງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ສຳລັບເງິນ ແລະ ອຸປະກອນ ທີ່ມອບຊ່ວຍເຫຼືອໃນຄັ້ງນີ້ ແມ່ນມີມູນຄ່າທັງໝົດ 500.000 ໂດລາສະຫະລັດ.​​

ແຫຼ່ງທີ່ມາ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ