ເຟເດີເຣີ ວາງແຜນຜ່າຕັດເຂົ່າ ຕ້ອງຖອນຕົວໃນລາຍການ ເຟຣນ ໂອເພັນ 2020

175

ໂຣເຈີ ເຟເດີເຣີ ນັກເທັນ ນິສມື 3 ຂອງໂລກຊາວສະວິດ ຕ້ອງຖອນຕົວຈາກການແຂ່ງຂັນເທັນນິສແກຣນສະແລັມລາຍການທີ 2 ຂອງປີລາຍການ ເຟຣນ ໂອເພັນ ລະຫວ່າງວັນທີ 25 ພຶດສະພາ ຫາ 7 ມິຖຸນາ 2020 ທີ່ໂຣລ໊ອງສ໌ ກາໂຣສ ນະຄອນຫຼວງປາຣີ ປະເທດຝຣັ່ງ ເນື່ອງຈາກຕ້ອງການເຂົ້າຮັບການຜ່າຕັດເຂົ່າ.

ເຈົ້າຂອງແຊັມແກຣນສະແລັມ 20 ສະໄໝ ໄດ້ເຂົ້າຮັບການຜ່າຕັດບໍລິເວນເຂົ່າ ຂວາ ເມື່ອອາທິດທີ່ຜ່ານມາ ກ່າວວ່າ: ໝໍມີຄວາມໝັ້ນໃຈໃນການຟື້ນຕົວຢ່າງເຕັມທີ່. ຫຼັງຈາກນີ້, ຂັ້ນຕອນການປິ່ນປົວຈະເປັນໄປຕາມທີ່ໝໍກໍານົດໄວ້ ແລະ ຄາດວ່າຈະເຊົາທັນກ່ອນລາຍການ   ແກຣນສະແລັມທີ 3 ຂອງປີ ລາຍການ ວິລເບິລດັນ 2020 ແລະ ມຸ່ງສູ່ການຄວ້າຫຼຽນທອງປະເພດຊາຍດ່ຽວໃນ ໂອແລັມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນກາງປີນີ້.

ການຜ່າຕັດເຂົ່າຂອງ ເຟເດີເຣີ ຈະເຮັດໃຫ້ລາວຕ້ອງພາດການລົງຫຼິ້ນຫຼາຍລາຍການ ເປັນຕົ້ນແມ່ນລາຍການ ດູໄບ ແຊັມປ້ຽນຊິບ ລະດັບເອທີພີ 500 ລະ ຫວ່າງວັນທີ 24 – 29 ກຸມພາ 2020, ບີເອັນພີ ປາຣີບາສ ໂອເພັນ ລະດັບເອທີພີ 1.000 ລະຫວ່າງວັນທີ 12 – 22 ມີນາ 2020 ລະດັບເອທີພີ 1.000 ລະຫວ່າງວັນທີ 25 ມີນາ – 4 ເມສາ 2020 ແລະ ລາຍການທີ່ແຂ່ງຂັນໃນສະໜາມດິນທັງໝົດ.

( ຮູບຈາກ: AP )