ແລ່ນວຽງຈັນ ຮາຟມາຣາທອນນາໆຊາດ ຈະເປີດ 1 ມີນາ ຄາດ 4 ພັນກວ່າຄົນເຂົ້າຮ່ວມ

212

ພິທີຖະແຫຼງຂ່າວງານແລ່ນວຽງຈັນ ຮາຟມາຣາທອນນາໆຊາດ ຄັ້ງທີ V ປະຈໍາປີ 2020 ຈັດຂຶ້ນວັນທີ 21 ກຸມພາ 2020 ຢູ່ຫ້ອງການຄະນະກໍາມະການໂອແລັມປິກລາວ ( ຄອລ ) ມີທ່ານ ກະເສມ ອິນທະລາ ຮອງປະທານ ຄອລ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນກີລາແລ່ນ – ລານແຫ່ງຊາດລາວ ພ້ອມດ້ວຍບັນດາຜູ້ໃຫ້ການສະໜັບສະໜູນ ຄະນະຮັບຜິດຊອບຈັດງານແຂ່ງຂັນນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຈັນດີ ພົມມະບຸດ ກ່າວວ່າ: ຄາດວ່າປີນີ້ຈະມີນັກແລ່ນເຂົ້າຮ່ວມ 4.800 ຄົນ. ໃນນັ້ນ, ນັກກີລາຕ່າງປະເທດ ປະມານ 500 ຄົນ ຈາກ 35 ສັນຊາດ.

ທ່ານ ສິດທິໄຊ ສັກປະເສີດ ເລຂາທິການສະຫະພັນແລ່ນ – ລານແຫ່ງຊາດ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ລວມມີ 3 ລາຍການ ຄືປະເພດຮາຟມາຣາທອນ 21 ກິໂລແມັດ; ປະເພດມິນິມາຣາທອນ 10 ກິໂລແມັດ ແລະ ແລ່ນ – ຍ່າງເພື່ອສຸຂະພາບ 5 ກິໂລແມັດ ( ສໍາລັບອັນດັບ 1 – 5 ປະເພດຍິງ – ຊາຍ ໃນຮຸ່ນທົ່ວໄປ ແລະ ເກນອາຍຸ ໄລຍະ 10 ແລະ 21 ກິໂລແມັດ ແມ່ນມີຂັນ ແລະ ເງິນລາງວັນ ລວມທັງໝົດ 78 ກວ່າລ້ານກີບ ).

ສໍາລັບຈຸດປ່ອຍ ແລະ ເສັ້ນໄຊ ແມ່ນບໍລິເວນປະຕູໂຂງເດີ່ນທາດຫຼວງ.

ເສັ້ນທາງແລ່ນ 21 ກິໂລແມັດ ເລີ່ມເວລາ 5:00 ໂມງ ແຕ່ທາດຫຼວງ – ປະຕູໄຊ – ຕະຫຼາດເຊົ້າ – ສາມແສນໄທ – ໄຟແດງບ້ານອາກາດ ໂຄ້ງກັບ – ລ້ຽວ ຂວາເຂົ້າເສັ້ນປາກປ່າສັກ – ແຄມຂອງ ຮອດໂຮງແຮມແລນມາກ ໂຄ້ງກັບ – ຫໍພັກປາກປ່າສັກ – ວັດອິນແປງ – ຫໍຄໍາ – ທາດຫຼວງ.

ປະເພດ 10 ກິໂລແມັດ ເລີ່ມເວລາ 5:30 ໂມງ ແຕ່ທາດຫຼວງ – ອະນຸສາວະລີ – ຕະຫຼາດເຊົ້າ – ສາມແສນໄທ – ລ້ຽວຊ້າຍຂ້າງໂຮງແຮມ Crow Plaza ດ້ານຫຼັງເຈົ້າຟ້າງຸ່ມ – ລ້ຽວຂວາໄປປາກປ່າສັກ – ຮອດບໍລິເວນເສົາທຸງແຄມຂອງລ້ຽວກັບ – ຫໍພັກປາກປ່າສັກ – ວັດອິນແປງ – ຫໍຄໍາ – ທາດຫຼວງ.

ປະເພດ 5 ກິໂລແມັດ ເລີ່ມເວລາ 6:00 ໂມງ ແຕ່ທາດຫຼວງ – ອະນຸສາວະລີ – ໄຟແດງຕະຫຼາດເຊົ້າ ໂຄ້ງກັບທາດຫຼວງ.

( ຂ່າວ: ຄໍາສອນ; ຮູບ: ດີ້ – ສີພອນ )