ສ.ເກົາຫຼີ ມອບເຄື່ອງພ້ອມລົດ 4 ຄັນ ມູນຄ່າ 4 ລ້ານກວ່າໂດລາ ໃຫ້ ສປປ ລາວ

137

ສະມາຄົມ ສິລະປະ ແລະ ວັດທະນະທຳ ແຊລິ້ງ, ສ. ເກົາຫຼີ ມອບ ເຄື່ອງຊ່ວຍເຫຼື (ເຄື່ອງນຸ່ງຫົ່ມ ແລະ ເກີບ), ລົດດັບເພີງ ແລະ ລົດຮັບສົ່ງຄົນເຈັບ ໃຫ້ ສປປ ລາວ ເຊິ່ງຕາງໜ້າຮັບໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນຳໄປຊ່ວຍເຫຼືອ ປະຊາຊົນຜູ້ທຸຍາກຂາດເຂີນ ເຂດຫ່າງໄກສອກຫຼີກ ໃນ 4 ແຂວງ ຄື: ແຂວງ ໄຊຍະ, ຫຼວງນ້ຳທາ, ຈຳປາສັກ ແລະ ເຊກອງ.

ພິທີ ມອບ-ຮັບດັ່ງກ່າວ ມີຂຶ້ນໃນ ວັນທີ 19 ກຸມພາ ຜ່ານມາ,  ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນກຽດ ມອບໂດຍທ່ານນາງ ດຣ ຢູ ຮຽນສຸກ ປະທານ ສະມາຄົມ ສີລະປະ ແລະ ວັດທະນະທຳ ແຊລິ້ງ, ສ. ເກົາຫຼີ ແລະ ຕາງໜ້າຮັບໂດຍ ທ່ານ ຄຳແພງໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ຄຳໝັ້ນ ສູວິເລີດ ລັດຖະມົນຕີ ກະຊວງພາຍໃນ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ, ບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອ ໃນຄັ້ງນີ້ ລວມມີເຄື່ອງນຸ່ງຫົ່ມ ແລະ ເກີບ ຈຳນວນ 15 ຕູ້ ຄອນເທັນເນີ ມູນຄ່າ 4.403.250 ໂດລາສະຫາລັດ ແລະ ລົດ ຈຳນວນ 04 ຄັນ ມູນຄ່າ 33.585 ໂດລາສະຫະລັດ, ໃນນັ້ນ ມີລົດຮັບສົ່ງຄົນເຈັບ ຈຳນວນ 02 ຄັນ ແລະ ລົດດັບເພີງ ຈຳນວນ 02 ຄັນ. ລວມມູນຄ່າທັງໝົດ 4.436.835 ໂດລາສະຫະລັດ. ກະຊວງ ຮສສ ຕາງໜ້າໃຫ້ ລັດຖະບານ ຕີລາຄາສູງຕໍ່ການຊ່ວຍເຫຼືອຄັ້ງນີ້ ກໍຄືຜ່ານມາ ທີ່ລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອ ເຊິ່ງເປັນການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາ ສປປ ລາວ ແລະ ຄວາມຢູ່ດີກິນດີຂອງ ປະຊາຊົນລາວບັນດາເຜົ່າ ຢູ່ໃນທົ່ວປະເທດ.

ສາມາຄົມ ສີລະປະ ແລະ ວັດທະນະທຳ ແຊລິ້ງ, ສ. ເກົາຫຼີ ທີ່ມີ ທ່ານ ນາງ ດຣ. ຢູ ຮຽນສຸກ ເປັນຜູ້ນຳພານັ້ນ ເປັນອົງການຈັດຕັ້ງທາງສັງຄົມໝື່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງເປັນການຊ່ວຍເຫຼືອລ້າ ທີ່ບໍ່ຫວັງຜົນຕອບແທນໃດໆ ເຊິ່ງເປັນການຊ່ວຍເຫຼືອ ສປປ ລາວ ມາຕັ້ງແຕ່ປີ 2016 ເປັນຕົ້ນມາ ມີມູນຄ່າຫຼາຍລ້ານໂດລາສະຫະລັດ ໂດຍທາງສະມາຄົມ ໃຫ້ການຊ່ວຍເຫຼືອຫຼັກໆ ແມ່ນ ລົດຮັບສົ່ງຄົນເຈັບ, ລົດດັບເພີງ, ເຄື່ອງນຸ່ງຫົ່ມ, ໂຕະຕັ້ງນັກຮຽນ, ບິກຂຽນ ແລະ ອື່ນໆ ເພື່ອໃຫ້ລັດຖະບານ ສປປ ລາວ ໃນການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ ບັນດາເຜົາທີ່ທຸກຍາກຂາດເຂີນ, ດ້ອຍໂອກາດ ແລະ ຜູ້ປະສົບໄພພິບັດ ໃນຂອບເຊດທົ່ວປະເທດ. ທັງໝົດເຫລົ່ານີ້, ເປັນການປະກອບສ່ວນທີ່ສຳຄັນຫຼາຍ ໃນການພັດທະນາ ເສດຖະກິດ-ສັງຄົມ ກໍຄື ການລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ແລະ ຊ່ວຍໃຫ້ປະເທດລາວ ຫລຸດຜົ້ນອອກຈາກການເປັນປະເທດ ທີ່ພັດທະນາຫຼ້າຊ້າກວ່າໝູ່.

ທ່ານ ຄຳແພງ ໄຊສົມແພງ ໄດ້ຕາງໜ້າໃຫ້ລັດຖະບານສະແດງຄວາມຊົມເຊີຍ ແລະ ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ສາມາຄົມ ສີລະປະ ແລະ ວັດທະນະທຳ ແຊລິ້ງ, ສ. ເກົາຫຼີ. ທີ່ໄດ້ຂົນຂວາຍ ແລະ ຊ່ວຍເຫຼືອທຶນຮອນ, ວັດຖຸອຸປະກອນຕ່າງໆ ໃຫ້ແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ທີ່ ທຸກຍາກຂາດເຂີນ, ດ້ອຍໂອກາດ, ຜູ້ປະສົບໄພພິບັດປະເພດຕ່າງໆ ໃນຂອບເຂດທົ່ວປະເທດ