ສູນການສຶກສານອກໂຮງຮຽນ ເປີດການຮຽນ – ການສອນ ວິຊາຊີບຕັດຫຍິບ ຊຸຸດທີ 7

164

ໃນວັນທີ 19 ກຸມພາ 2020 ຢູ່ທີ່ສູນການສຶກສານອກໂຮງຮຽນ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ເປີດການຮຽນ-ການສອນວິຊາຊີບ (ຂະແໜງຕັດຫຍິບ) ຊຸດທີ VII ຂື້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາຈານ ບູນຖອງ ວົງໄຊຍະລາດ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ອໍານວຍການສູນການສຶກສານອກໂຮງຮຽນ, ແຂກຖືກເຊີນ, ຄູອາຈານ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.

ພາບປະກອບ

ພາຍໃນສູນ ມີຄູອາຈານສອນບໍາລຸງທົ່ວໄປ ລວມທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ, ມີຄູຝຶກຕັດຫຍິບ 4 ສະຫາຍ, ຍິງ 4 ສະຫາຍ, ຄູຝຶກເຄື່ອງຜູ້ຍິງ 2 ສະຫາຍ, ຄູຝຶກເຄື່ອງຜູ້ຊາຍ 2 ສະຫາຍ ເຊີ່ງໄດ້ເປີດຮັບສອນນັກຮຽນຕົວຈິງນັບແຕ່ວັນທີ 3 ກຸມພາ 2020 ຜ່ານມາ ແລະ ຈະສຳເລັດການຮຽນ-ການສອນໃນວັນທີ 30 ເມສາ 2020 ຈຶ່ງສໍາເລັດ ໂດຍມີນັກຝຶກອົບຮົມທັງໝົດ 4 ຄົນ ຈະໄດ້ຮຽນຕາມຄູ່ມືການສິດສອນວິຊາຕັດຫຍີບ ທີ່ທາງກະຊວງສືກສາເປັນຜູ້ກຳນົດ ໂດຍຈະຈັດແບ່ງເວລາຮຽນໜື່ງວັນມີ 6 ຊົ່ວໂມງຮຽນ ແລະ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການຕັດເຄື່ອງເພດຊາຍ ແລະ ເຄື່ອງເພດຍີງ ລວມເວລາຮຽນທັງໝົດມີ 17 ອາທິດ 510 ຊົ່ວໂມງຮຽນ.

ທ່ານ ອາຈານ ບູນຖອງ ວົງໄຊຍະລາດ ມີຄຳເຫັນຕໍ່ພະນັກງານຄູອາຈານ ວ່າ: ໃຫ້ເອົາໃຈໃສ່ໃນການສິດສອນ, ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ ພ້ອມຊີ້ນຳໃຫ້ນ້ອງນັກຮຽນ ຈົ່ງຕັ້ງໃຈສຶກສາຮໍ່າຮຽນເອົາຄວາມຮູ້ ແລະ ບົດຮຽນຕ່າງໆ ເພື່ອນຳເອົາຄວາມຮູ້ທີ່ໄດ້ຮຽນນັ້ນ ນຳໄປປະກອບເຂົ້າໃນອາຊີບຂອງຕົນໃນການທຳມາຫາກີນໃຫ້ມີຊິວີດການເປັນຢູ່ດີຂຶ້ນ.

ໃນໂອກາດດັ່ງກ່າວ ທາງການນຳຂອງເມືອງ ກໍ່ໄດ້ນຳເອົາເຄື່ອງຕັດຫຍີບຈຳນວນ 1 ເຄື່ອງ ມູນຄ່າ 2.260.000 ກີບ ມາມອບໃຫ້ສູນການສືກສານອກໂຮງຮຽນ ໂດຍກ່າວມອບຂອງ ທ່ານ ບົວພັນ ອີນຄຳມະວົງ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງ ແລະ ກ່າວຮັບຂອງ ທ່ານ ອາຈານ ສີສົມພອນ ແກ້ວວົງວິຈິດ ຜູ້ອຳນວຍການສູນການສືກສານອກໂຮງຮຽນ.