ຢູນີເທວ ໄດ້ລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019

177

ພິທີມອບລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019 ຈັດຂຶ້ນໃນວັນທີ 14 ກຸມພາ 2020 ທີ່ຫໍປະຊຸມແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ພ້ອມດ້ວຍຮອງລັດຖະມົນຕີກະຊວງກ່ຽວຂ້ອງ ບັນດານັກທຸລະກິດເຂົ້າຮ່ວມ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດກ່າວວ່າ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມບັນດາທຸລະກິດລາວໃຫ້ມີຄວາມເຂັ້ມແຂງ ສາມາດເປັນກຳລັງແຮງໃນການເສີມສ້າງທຸລະກິດທີ່ຍືນຍົງ ພ້ອມທັງໃຫ້ທຸລະກິດລາວເປັນທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດກ້າວໄກໄປສູ່ພາກພື້ນ ແລະ ສາກົນ ການຍ້ອງຍໍຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກພາກສ່ວນທຸລະກິດ ຈໍານວນ 64 ບໍລິສັດ. ໃນນີ້, ໄດ້ຮັບລາງວັນ 55 ບໍລິສັດ ທີ່ມີຜົນງານດີເດັ່ນໃນການພັດທະນາ ແລະ ຂະຫຍາຍທຸລະກິດທີ່ໄດ້ມາດຕະຖານ ປະກອບສ່ວນເຂົ້າໃນການເສຍພັນທະໃຫ້ລັດຖະບານທັນຕາມກຳນົດເວລາ.

ໃນປີ 2019 ທີ່ຜ່ານມາ ຢູນີເທວ ໄດ້ບັນລຸທຸກຂົງເຂດວຽກງານທີ່ພົ້ນເດັ່ນ ແລະ ຍາດມາໄດ້ ເປັນຕົ້ນດ້ານສ່ວນແບ່ງຕະຫຼາດ: ຮັກສາສ່ວນແບ່ງຕະຫຼາດມືຖືອັນດັບໜຶ່ງ ໂດຍກວມເອົາ 56% ສ່ວນແບ່ງຕະຫຼາດທັງໝົດ ແລະ ມີຈໍານວນເລກໝາຍທັງໝົດຫຼາຍກວ່າ 3,3 ລ້ານເລກໝາຍ ເປີດນໍາໃຊ້ຕົວຈິງ; ຄຸນນະພາບຂອງເຄືອຂ່າຍໄດ້ຮັບການປັບປຸງດີຂຶ້ນ ເມື່ອທຽບໃສ່ປີ 2018 ສຳເລັດຂັ້ນຕອນການສ້າງຕັ້ງ ບໍລິສັດ Star Fintech ແລະ ໃບຂໍອະນຸຍາດອອກໃຫ້ບໍລິການກະເປົ໋າເງິນເອເລັກໂຕຣນິກ, ຢູນີເທວ ເປີດທົດລອງໃຫ້ການນຳໃຊ້ 5G ຢ່າງເປັນທາງການ, ນຳໃຊ້ເຕັກໂນໂລຊີຫຼາຍທີ່ສຸດເຂົ້າໃນການດຳເນີນທຸລະກິດຂອງບໍລິສັດ ແລະ ພົວພັນກັບລູກຄ້າພາຍນອກ ໂດຍສະເພາະແມ່ນການນຳໃຊ້ລະບົບ Voffice ໃຫ້ແກ່ພະນັກງານສາຂາແຂວງ.

ບໍ່ພຽງແຕ່ເທົ່ານັ້ນໃນປີ 2019 ຢູນີເທວ ຍັງປະກອບສ່ວນສະໜັບສະໜູນສັງຄົມດ້ວຍຫຼາຍໂຄງການ ໂດຍມີມູນຄ່າທັງໝົດຫຼາຍກວ່າ 2 ແສນໂດລາສະຫະລັດ, ສໍາເລັດການມອບ 143 ທຶນການສຶກສາ ສໍາລັບໂຄງການເຊື່ອມຕໍ່ຊີວິດສົດໃສແກ່ນ້ອງໃຫ້ 143 ເມືອງໃນທົ່ວປະເທດ ລວມມູນຄ່າ 296 ລ້ານກີບ ແລະ ໄດ້ມອບຊ່ວຍເຫຼືອໄພນໍ້າຖ້ວມອີກ ຈໍານວນ 1 ຕື້ກີບ.

ພິເສດໄປກວ່ານັ້ນ ໃນປີ 2019 ຢູນີເທວໄດ້ຮັບລາງວັນເຄືອຂ່າຍທີ່ມີຄວາມໄວອິນເຕີເນັດໄວທີ່ສຸດໃນ ສປປ ລາວ ເຊິ່ງລາງວັນດັ່ງກ່າວໄດ້ຮັບການຢັ້ງຢືນຈາກອົງການ okala ແລະ ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ I ແລະ ຫຼຽນໄຊພັດທະນາຊັ້ນ I ຈາກລັດຖະບານລາວ ແລະ ຫຼຽນໄຊແຮງງານ ຊັ້ນ III ຈາກລັດຖະບານ ສສ ຫວຽດນາມ ອີກດ້ວຍ.

ໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໂດຍສະເພາະ 55 ບໍລິສັດ ທີ່ໄດ້ຮັບລາງວັນຄັ້ງນີ້ ເຊິ່ງໄລຍະຜ່ານມາພັກ – ລັດຖະບານໄດ້ພະຍາຍາມໃນການປັບປຸງການອຳນວຍຄວາມສະດວກໃນການດຳເນີນທຸລະກິດໃຫ້ມີຄວາມສະດວກສະບາຍ ແລະ ເພື່ອເປັນທິດທາງໃນການສືບຕໍ່ດຳເນີນທຸລະກິດໃຫ້ມີຄວາມກ້າວໜ້າ ທ່ານໄດ້ຮຽກຮ້ອງມາຍັງບັນດານັກທຸລະກິດສືບຕໍ່ເອົາໃຈໃສ່ພັດທະນາທຸລະກິດຂອງຕົນ ນຳໃຊ້ທ່າແຮງທີ່ມີເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ – ລັດ ເພື່ອສົ່ງເສີມການດຳເນີນທຸລະກິດຂະໜາດນ້ອຍ – ກາງ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ປະກອບສ່ວນໃນການປະຕິບັດພັນທະ, ລະບຽບກົດໝາຍຢ່າງເຂັ້ມງວດ.