ພາກທຸລະກິດ ລາວ-ສ.ເຊັກ ພົບປະຫາຊ່ອງທາງການຮ່ວມມືດ້ານການຄ້າ-ການລົງທຶນ

156

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດ ສປປ ລາວ-ສາທາລະນະລັດເຊັກ (Lao-Czech Business Networking) ຂຶ້ນເພື່ອປຶກສາຫາລື ຫາຊ່ອງການຄ້າ-ການລົງທຶນຮ່ວມກັນ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນ ວັນທີ 21 ກຸມພາ 2020 ທີ່(ສຄອຊ) ໂດຍການເຂົ້າຮ່ວມຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ທ່ານ Borivoj Minar ຮອງປະທານສະພາການຄ້າ ສ.ເຊັກ, ມີຜູ້ຕາງໜ້າຈາກພັກລັດ, ພາກທຸລະກິດລາວ ແລະ ສ.ເຊັກ ເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມ ແມ່ນເພື່ອເປັນການສ້າງໂອກາດໃຫ້ແກ່ບັນດານັກທຸລະກິດຂອງ ສປປ ລາວ ແລະ ສ.ເຊັກ ໄດ້ພົບປະແລກປ່ຽນບົດຮຽນ

ຫາຊ່ອງທາງການຮ່ວມມືດ້ານການຄ້າ-ການລົງທຶນ ແລະ ດຶງດູດການຮ່ວມມືທຸລະກິດຕ່າງປະເທດກັບທຸລະກິດລາວ ໃນຂະແໜງການຕ່າງໆເຊັ່ນ: ລະບົບບຳບັດນ້ໍາເສຍ, ພະລັງງານແສງອາທິດ, ຂະແໜງກະສິກໍາ-ປ່າໄມ້, ຂະແໜງພັດທະນາອະສັງຫາລິມາຊັບ, ໂຮງແຮມ, ທີ່ປຶກສາກົດໝາຍດ້ານການລົງທຶນ ແລະ ຊອກຄູ່ຮ່ວມລົງທຶນຂະແໜງການອື່ນໆ.