ເອົາບຸນນໍາກັນສົມໂພດໃຫຍ່ທີ່ວັດປ່າຖໍ້າພຣະລືສີ ບ້ານໃຫມ່ ເມືອງສີໂຄດ

236

ເອົາໃຈສາຍບຸນທໍາມະທໍາໂມ ໄລຍະນີ້ມີຫຼາຍບ່ອນຫຼາຍບ້ານໄດ້ມີການເຮັດບຸນອຸທິດກຸສົນ ບໍ່ວ່າຈະເປັນບຸນຜ້າປ່າ, ບຸນສົມໂພດພະ, ບຸນບ້ານ ແລະ ທີ່ວັດຖ້ຳພະລືສີ ບ້ານໃໝ່ເມືອງສີໂຄດຕະບອງ ກໍ່ກຳລັງຈະມີງານສົມໂພດໃຫຍ່ ເປັນການເຕົ້າໂຮມສາຍບຸນໄປຮ່ວມແຜ່ກຸສົນ ແລະອາໄສໂອກາດນີ້ນັ່ງສາມາທິໄປນຳເລີຍ!!

ໂດຍເລີ່ມໃນ ວັນເສົາ ວັນທີ 22 ກຸມພາ 2020 ກົງກັບ ແຮມ 14 ຄໍ່າ ເດືອນ 3 ປີ ກຸນ ພ.ສ 2562, ຕອນເຊົ້າ: ເວລາ: 7:30 ໂມງ ຖວາຍເຄື່ອງສັງຄະທານ,ຖວາຍກອງອັດຖະ,ຖວາຍຫໍສັນ-ໂຮງຄົວ, ເວລາ: 11:00 ຖວາຍເພນແດ່ຄະນະສົງ ແລະຮັບໂມທະນາທານຕະຫຼອດວັນ.

ຕອນແລງ: ເວລາ: 19:30 ໂມງ ສະມາທານສິນຫ້າ ສູດປະຣິດຕະມຸງຄຸນ ແລະຟັງທໍາມະເທສະໜາ, ຕອນແລງ: ເວລາ: 21:00 ໂມງ ສະມາທານສິນແປດ ແລະສົມໂພດພຣະຕະຫຼອດຄືນ, ຕອນເຊົ້າ: ເວລາ: 6:00 ຖວາຍສັງຄະທານ ແລະຈົບພິທີ…

ແລະວັນທີ 23 ເວລາ 7:00 ຈະມີພິທີຕັກບາດ ໃຜໄປຂໍໃຫ້ເດີນທາງປອດໄພ ຢ່າພົບອັນມານຢ່າພານອັນຮ້າຍ ລ້ຳລວຍລ້ຳລວຍສຸຂະພາບແຂງແຮງ ນອນລັບໃຫ້ໄດ້ເງິນໝື່ນ ນອນຕື່ນໃຫ້ໄດ້ເງິນແສນ ນອນສະແຄງໃຫ້ໄດ້ເງິນລ້ານ ສາທຸເດີທຸກຄົນຢ່າເຈັບຢ່າຈົນ ເງິນໝື່ນໃຫ້ເຕັມບ້ານເງິນລ້ານ ໃຫ້ເຕັມເຮືອນເດີພີ່ນ້ອງເດີ.