ຈົບລົງດ້ວຍຜົນສຳເລັດ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ

195

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດກ່ຽວກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລືໂຄວິດ 19 ທີ່ ສປປ ລາວ ເຊິ່ງຈັດຂື້ນໃນຕອນເຊົ້າມື້ນີ້, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໄດ້ຮັບຮອງເອົາຖະແຫຼງການກອງປະຊຸມກ່ຽວກັບການຕ້ານ ແລະ ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງນໍາໄປຜັນຂະຫຍາຍໃນຂັ້ນຕໍ່ໄປ.

ພາຍຫຼັງສິ້ນສຸດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດກ່ຽວກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຫວັງຍີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີຕ່າງປະເທດຈີນ ແລະ ທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ, ລັດຖະມົນຕີຕ່າງປະເທດແຫ່ງສາທາລະນະລັດຟີລິບປິນ ໄດ້ຮ່ວມກັນຖະແຫຼ່ງຂ່າວຕໍ່ສື່ມວນຊົນ ເຖິງຜົນສຳເລັດຂອງການຈັດກອງປະຊຸມຄັ້ງນີ້.

ໂດຍທ່ານ ສະເຫຼີມໄຊ ກົມມະສິດ ຍົກໃຫ້ເຫັນວ່າ: ລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ຈີນສະໄໝພິເສດໃນຄັ້ງນີ້ ບໍ່ພຽງແຕ່ໝາຍເຖິງມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄຳໝັ້ນສັນຍາທີ່ມີການປະສານງານຂອງອາຊຽນ ແລະ ຄູ່ຮ່ວມເຈລະຈາ ເຊັ່ນ: ຈີນ, ເພື່ອປ້ອງກັນ ແລະ ຕອບໂຕ້ການລະບາດຂອງເຊື້ອພະຍາດ COVID-19.

ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ທ່ານທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີການຕ່າງປະເທດຈີນ ເຫັນດີວ່າກອງປະຊຸມຂອງພວກເຮົາໄດ້ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ ເຊິ່ງໄດ້ທົບທວນ, ໄດ້ຮ່ວມມືກັນ ແລະ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ຮ່ວມກັນກຳນົດທິດທາງໃນອະນາຄົດເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19. ພວກເຮົາຍັງໄດ້ແບ່ງປັນເຊິ່ງກັນ ແລະ ກັນກ່ຽວກັບວິທີການຈັດຕັ້ງປະຕິບັດທີ່ດີທີ່ສຸດ, ບົດຮຽນທີ່ຖອດຖອນໄດ້ ແລະ ວິທີການທີ່ມີປະສິດຕິຜົນໃນການເຝົ້າລະວັງ, ກວດຄົ້ນ ແລະ ຄົ້ນຄວ້າ.

ສິ່ງສຳຄັນແມ່ນພວກເຮົາໄດ້ຮັບຮອງເອົາຖະແຫຼງການອາຊຽນ – ຈີນ, ຊຶ່ງເປັນເອກະສານຜົນຂອງກອງປະຊຸມພິເສດນີ້ ຊອ່ງຈະເປັນພື້ນຖານໃຫ້ແກ່ບັນດາໜ່ວຍງານສາຍຕັ້ງຂອງພວກເຮົາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ສະແດງຄວາມເຫັນໃຈແລະຄວາມເສົ້າສະຫຼົດໃຈມາຍັງລັດຖະບານ ແລະ ປະຊາຊົນຈີນ ສຳລັບການສູນເສຍຊີວິດທີ່ເກີດຈາກ CoVID-19 ແລະ ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງລັດຖະບານຈີນ, ສິ່ງທ້າທາຍເຫຼົ່ານີ້ຈະໄດ້ຮັບການເອົາຊະນະຢ່າງເຕັມສ່ວນ ແລະ ມີປະສິດທິຜົນ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດຂອງລາວຍັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ໃຫ້ການຊ່ວຍ ເຫລືອ ແລະ ການສະໜັບສະໜູນອັນລ້ຳຄ່າແກ່ນັກສຶກສາ ແລະ ປະຊາຊົນລາວທີ່ກຳລັງສຶກສາແລະພັກເຊົາຢູ່ປະເທດຈີນ, ໂດຍສະເພາະຢູ່ເມືອງ Wuhan, ແຂວງ Hubei. ໃນຕອນທ້າຍຂອງການຖະແຫຼງຂ່າວ ທ່ານສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ທີ່ປຶກສາແຫ່ງລັດ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນ ແລະຈົ່ງໝັ້ນໃຈວ່ ສປປ ລາວ ພ້ອມທີ່ຈະສະໜັບສະໜູນ ແລະ ຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ແລະ ຈີນກໍ່ຄື WHO ເພື່ອປ້ອງກັນ ແລະ ຕອບໂຕ້ຕໍ່ການລະບາດຂອງ COVID-19.