ລັດຖະບານ ເຫັນດີໃຫ້ຈັດງານມະຫາກໍາກີລາແຫ່ງຊາດທີ່ແຂວງຊຽງຂວາງ ແຕ່ອີກ 2ງານໃຫ້ເລື່ອນໄປກ່ອນ

197

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ ມີຄໍາເຫັນຊີ້ນໍາຕໍ່ການຈັດງານມະຫາກໍາກີລາແຫ່ງຊາດ ທີ່ແຂວງຊຽງຂວາງ ໃຫ້ດໍາເນີນໄປຕາມແຜນ ແຕ່ອີກ 2ງານສໍາຄັນແມ່ນໃຫ້ເລື່ອນໄປກ່ອນ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ແລະ ປິດລົງໃນຕອນບ່າຍວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພິຈາລະນາຫຼາຍບັນຫາສຳຄັນ. ໃນນີ້, ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືຕໍ່ການລະບາດ ແລະ ຜົນກະທົບຂອງການແຜ່ລະບາດພະຍາດປອດອັກເສບສາຍພັນໃໝ່ຈາກເຊື້ອຈຸລະໂລກ ຫຼື ໂຄວິດ – 19 ( COVID – 19 ).

ຂະນະດຽວກັນ ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ການຈັດງານມະຫາກໍາກີລາແຫ່ງຊາດ ທີ່ແຂວງຊຽງຂວາງ ດ້ານຫຼັກການແມ່ນເຫັນດີໃຫ້ນໍາສະເໜີຂໍຄໍາເຫັນນໍາກອງປະຊຸມກົມການເມືອງສູນກາງພັກຕື່ມ, ສໍາລັບການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ແມ່ນໃຫ້ເລື່ອນໄປກ່ອນ.