ຈະພັດທະນາດອນເຜິ້ງຄໍາ ເປັນເຂດທ່ອງທ່ຽວ

120

ອາທິດຜ່ານມາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໂຄງການພັດທະນາດອນເຜິ້ງຄໍາ ເຂດບ້ານດອນສະຫວັນ ແລະ ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນການລົງນາມຮ່ວມກັນລະຫວ່າງ ທ່ານ ບົວສະຫວາດ ອິນທະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ປານ ທິບພະວັນ ປະທານ ບໍລິສັດ ກຸ່ມພັດທະນາດອນເຜິ້ງຄໍາພັດທະນາການຄ້າ ແລະ ການທ່ອງທ່ຽວ, ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງຕົ້ນເຜິ້ງ, ທ່ານ ນາງ ສຸລິວັນ ອັນລະວັນ ຮອງປະທານບໍລິສັດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພາບປະກອບຂ່າວເທົ່ານັ້ນ

ເນື້ອໃນບົດບັນທຶກໄດ້ລະບຸວ່າ: ພາຍຫຼັງສໍາເລັດການເຊັນບົດບັນທຶກແລ້ວພາຍໃນ 7 ວັນ ທັງສອງຝ່າຍຕ້ອງໄດ້ແຕ່ງຕັ້ງຄະນະວິຊາການຮັບຜິດຊອບ ເພື່ອດໍາເນີນການຈັດຕັ້ງປະຕິບັດລົງສໍາຫຼວດເນື້ອທີ່ດິນ ເພື່ອວາງແຜນໂຄງການໃນເບື້ອງຕົ້ນ. ຈາກນັ້ນ, ກໍໄດ້ເວນຄືນທີ່ດິນປະຊາຊົນທີ່ໄດ້ຮັບຜົນກະທົບ ລວມທັງອອກແບບແຜນພັດທະນາການກໍ່ສ້າງ, ຂຽນບົດວິພາກເສດຖະກິດ – ເຕັກນິກ ແລະ ບົດປະເມີນຄຸ້ມຄອງສິ່ງແວດລ້ອມທໍາມະຊາດ – ສັງຄົມໃຫ້ດໍາເນີນໄປຢ່າງຕໍ່ເນື່ອງ.

ພາບປະກອບຂ່າວເທົ່ານັ້ນ

ໃນສ່ວນຂອງຮູບແບບສໍາປະທານການລົງທຶນຂອງພາກເອກະຊົນພາຍໃນ 100% ພາຍຫຼັງໂຄງການສໍາເລັດການກໍ່ສ້າງ ກໍຈະເຮັດໃຫ້ປະຊາຊົນບັນດາເຜົ່າມີຕະຫຼາດຂາຍສິນຄ້າ ແລະ ເຄື່ອງທີ່ລະນຶກ ເນື່ອງຈາກໂຄງການນີ້ໄດ້ອອກແບບມາໃຫ້ເປັນຈຸດການບໍລິການທ່ອງທ່ຽວທາງດ້ານວັດທະນະທໍາຊົນເຜົ່າ, ສວນສາທາລະນະ; ມີກິດຈະກໍາຂີ່ເຮືອຊົມວິວແມ່ນໍ້າຂອງ, ຂີ່ເຈັດສະກີ, ຊົມພະເຈົ້າໃຫຍ່ ແລະ ກິດຈະກໍາອື່ນໆປິ່ນອ້ອມ.

ຂ່າວ: ສົມສະຫວິນ