ປິ່ນປົວພະຍາດປາກເປື່ອຍລົງເລັບ ດ້ວຍໝາກເຟືອງ ແລະ ນໍ້າສົ້ມສາຍຊູ

562

ພະຍາດປາກເປື່ອຍລົງເລັບ ເປັນພະຍາດທີ່ມັກເກີດຂຶ້ນກັບສັດໃຫຍ່ ເປັນຕົ້ນ ງົວ, ຄວາຍ, ແບ້ ແລະ ໝູ ແຕ່ຈະພົບເຫັນຫຼາຍໃນງົວ ແລະ ຄວາຍ, ພະຍາດດັ່ງກ່າວບໍ່ເລືອກລະດູມັນສາມາດເກີດຂຶ້ນໄດ້ຕະຫຼອດເວລາ. ແນວໃດກໍດີ, ສໍາລັບການປິ່ນປົວພະຍາດດັ່ງກ່າວແມ່ນສາມາດປົວໄດ້ດ້ວຍຢາພື້ນເມືອງ ຫຼື ວິທີພື້ນບ້ານທີ່ປະຊາຊົນເຮັດມາແຕ່ດົນນານດ້ວຍການຂ້າເຊື້ອສະເພາະຈຸດ ໂດຍສະເພາະແມ່ນການໃຊ້ໝາກເຟືອງ ຫຼື ນໍ້າສົ້ມສາຍຊູເປັນຢາປົວ ທີ່ໄດ້ຮັບການຢືນຢັນຈາກສັດຕະວະແພດທີ່ກ່ຽວຂ້ອງວ່າມັນໄດ້ຜົນແທ້ ເນື່ອງຈາກພະຍາດນີ້ບໍ່ທົນຕໍ່ຄວາມເປັນກົດ.

ທ່ານ ດົວລີ ລີເລ່ຍນູ ຫົວໜ້າໜ່ວຍງານສັດຕະວະແພດ ນະຄອນຫຼວງວຽງຈັນ ກ່າວກັບທີມຂ່າວເສດຖະກິດ – ການຄ້າ ວ່າ: ພະຍາດປາກເປື່ອຍລົງເລັບ ເກີດມາຈາກເຊື້ອໄວຣັສຊະນິດໜຶ່ງທີ່ມັກເກີດກັບສັດໃຫຍ່ ເຊິ່ງສາມາດປິ່ນປົວໄດ້ທັງການໃຊ້ຢາຫຼວງ, ແຕ່ກໍເປັນການປິ່ນປົວດ້ວຍຢາຕ້ານເຊື້ອທີ່ເຂົ້າໄປຊ່ວຍຂ້າເຊື້ອພະຍາດແຊກຊ້ອນໄດ້ເທົ່ານັ້ນ, ບໍ່ສາມາດກໍາຈັດເຊື້ອພະຍາດນີ້ໄດ້ໂດຍກົງ ແລະ ປິ່ນປົວໄດ້ຕາມແບບພູມປັນຍາທ້ອງຖິ່ນກໍຄືການໃຊ້ສິ່ງທີ່ມີຢູ່ຕາມທໍາມະຊາດມາເປັນຕົວຊ່ວຍ ເປັນຕົ້ນແມ່ນໝາກເຟືອງ ແລະ ນໍ້າສົ້ມສາຍຊູ ແຕ່ການປ້ອງກັນບໍ່ໃຫ້ເກີດຄືສິ່ງທີ່ດີທີ່ສຸດ ນັ້ນໝາຍຄວາມວ່າສັດລ້ຽງຂອງເຮົາຕ້ອງມີການສີດວັກຊີນປ້ອງກັນພະຍາດ ໂດຍສະເພາະແມ່ນວັກຊີນປ້ອງກັນພະຍາດປາກເປື່ອຍລົງເລັບປີລະຄັ້ງ.

ສໍາລັບວິທີການໃຊ້ຢາພື້ນເມືອງປິ່ນປົວ ( ໝາກເຟືອງ ) ສາມາດປະຕິບັດຕາມລຸ່ມນີ້: ນໍາເອົາໝາກເຟືອງທີ່ເປັນໜ່ວຍເຫີ່ມ ຫຼື ສຸກແລ້ວມາບີບຄັ້ນເອົານໍ້າ ແລ້ວນໍາໄປຖູລ້າງໃສ່ບາດແຜຂອງສັດຕາມຈຸດຕ່າງໆທັງປາກ ແລະ ຕີນ ຫຼື ທຸກບ່ອນທີ່ມີບາດແຜ, ອີກວິທີໜຶ່ງ ອາດນໍາເອົາໝາກເຟືອງສຸກເປັນໜ່ວຍມາຖູໃສ່ເລີຍກໍສາມາດເຮັດໄດ້ເຊັ່ນດຽວກັນ, ຢ່າງໜ້ອຍ 2 ຄັ້ງຕໍ່ມື້ ຫາກປະຕິບັດຕາມນີ້ບໍ່ກາຍ 3 ມື້ ຈະເຮັດໃຫ້ບາດແຜແຫ້ງ ແລະ ເຊົາດີໄດ້ ຍ້ອນວ່າໝາກເຟືອງເປັນພືດທີ່ມີລົດສົ້ມ, ຝາດ ມັນສາມາດເຮັດໃຫ້ເຊື້ອພະຍາດນີ້ຕາຍໄດ້.

ສ່ວນການນໍາໃຊ້ນໍ້າສົ້ມສາຍຊູກໍເຊັ່ນດຽວກັນ ໃຫ້ນໍາມາເຊັດ, ລ້າງ ແລະ ຖູຕາມບາດແຜຢ່າງໜ້ອຍ 2 ຄັ້ງຕໍ່ມື້ ກໍຈະເຮັດໃຫ້ພະຍາດນີ້ເຊົາດີເຊັ່ນກັນ.