ລາວ-ຟີລິບປິນ ສືບຕໍ່ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

205

ວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ ( TEODORO L. LOCSIN JR ) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຟີລິບປິນ, ໃນໂອກາດທີ່ ທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ – ຈີນ ສະໄໝພິເສດ ກ່ຽວກັບການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( Covid – 19 ) ໃນລະຫວ່າງວັນທີ 19 – 21 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ.

ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ການສະເຫຼີມສະຫຼອງສາຍພົວພັນການທູດ ລະຫວ່າງ ລາວ – ຟີລິບປິນ ຄົບຮອບ 65 ປີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງປະເທດທີ່ໄດ້ຮັບການພັດທະນາ ແລະ ຮັດແໜ້ນໃຫ້ເຂັ້ມແຂງຕະຫຼອດໄລຍະເວລາ 6 ທົດສະວັດເຄິ່ງທີ່ຜ່ານມາ ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດຢ່າງເປັນປົກກະຕິ

ໄດ້ມີການສົ່ງເສີມການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ການຮ່ວມມືກັບບັນດາກະຊວງຂະແໜງການຕ່າງໆໃນແຕ່ລະດ້ານ ເຊັ່ນ: ການຮ່ວມມືດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດການຄ້າ ແລະ ການລົງທຶນ, ດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ດ້ານວັດທະນະທຳ ແລະ ທ່ອງທ່ຽວ, ການຮ່ວມມືຕ້ານການຄ້າຂາຍຢາເສບຕິດຜິດກົດໝາຍ ແລະ ດ້ານອື່ນໆ.

ພ້ອມນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ວາງທິດທາງເຮັດວຽກຮ່ວມກັນໃນຕໍ່ໜ້າ ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ – ຟີລິບປິນ ຄັ້ງທີ 2 ເຊິ່ງແນໃສ່ສົ່ງເສີມການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນເຈົ້າພາບຈັດມະຫະກໍາກີລາຊີເກມ ຄັ້ງທີ 30 ທີ່ຜ່ານມາ ດ້ວຍຜົນສໍາເລັດຢ່າງຈົບງາມ ເຊິ່ງເຈົ້າພາບຟີລິບປິນ ສາມາດເປັນເຈົ້າຫຼຽນຄໍາໃນມະຫະກໍາກີລາຊີເກມຄັ້ງນີ້.

ພ້ອມນີ້, ຍັງສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຟີລິບປິນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນ ແລະ ນັກກີລາຈາກ ສປປ ລາວ.

ໃນໂອກາດດຽວກັນ, ທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແຫ່ງ ສປປ ລາວ ກໍຄືກະຊວງການຕ່າງປະເທດທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການເຂົ້າຮ່ວມກອງປະຊຸມອາຊຽນ – ຈີນ ສະໄໝພິເສດໃນຄັ້ງນີ້ ແລະ ອວຍພອນໃຫ້ ສປປ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ.

[ ຂ່າວ: ສົມລົດ; ຮູບ: ສອນໄຊ ]