ຮັບຮອງເອົາຖະແຫຼງການ ການຕ້ານ ແລະ ຮັບມືພະຍາດຈາກເຊື້ອໄວຣັສສາຍພັນໃໝ່

72

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ – ຈີນ ສະໄໝພິເສດກ່ຽວກັບພະຍາດໂຄ ວິດ-19 ( COVID – 19 ) ທີ່ນະຄອນຫຼວງວຽງຈັນ ໄດ້ຮັບຮອງເອົາຖະແຫຼງການໃນການຕ້ານ ແລະ ຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງນຳໄປຜັນຂະຫຍາຍໃນລາຍລະອຽດຕໍ່ໄປ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກຸມພາ 2020 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Teodoro L. Locsin., Jr ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດຟີລິບປິນ ແລະ ທ່ານ ຫວັງອີ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງຕ່າງປະເທດແຫ່ງ ສປ ຈີນ.

ສຳລັບຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງຕ່າງປະເທດແຫ່ງ ສປປ ລາວ ແລະ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ 150 ກວ່າທ່ານ.

ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ຕີລາຄາສູງຕໍ່ມາດຕະການ ກໍຄືຄວາມພະຍາຍາມຂອງລັດຖະບານ ສປ ຈີນ ໃນການຕ້ານ ແລະ ຮັບມືກັບເຊື້ອພະຍາດດັ່ງກ່າວ ແລະ ເຊື່ອໝັ້ນວ່າລັດຖະບານກໍຄືປະຊາຊົນຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄດ້ຢ່າງແນ່ນອນ. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ລວມທັງຖອດຖອນບົດຮຽນທີ່ດີຮ່ວມກັນໃນການຊອກຫາຊ່ອງທາງ, ກຳນົດມາດຕະການ ແລະ ຮ່ວມມືກັນເພື່ອປ້ອງກັນ, ຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ຈາກເຊື້ອຈຸລະໂລກນີ້.

ພິເສດກອງປະຊຸມໄດ້ຮັບຮອງເອົາຖະແຫຼງການກອງປະຊຸມໃນການຕ້ານ ແລະ ຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ ( Statement of the Special ASEAN-China Foreign Minsters’ Meeting on Coronavirus Disease ຫຼື COVID – 19 ແລະ ໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງນຳໄປຜັນຂະຫຍາຍໃນລາຍລະອຽດຕໍ່ໄປ.

ກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ – ຈີນ ສະໄໝພິເສດນີ້, ພາຍໃນອາຊຽນເອງ ກໍໄດ້ຈັດກອງປະຊຸມສະພາປະສານງານອາຊຽນສະໄໝພິເສດ ( Special Meeting of the ASEAN Coordinating Council ຫຼື ACC ) ກ່ຽວກັບການແຜ່ລະບາດຂອງ COVID – 19 ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມໄດ້ທົບທວນຄືນຄວາມພະຍາຍາມຂອງອາຊຽນ ໃນການປ້ອງກັນ, ແກ້ໄຂ ແລະ ຮັບມືກັບພະຍາດ COVID – 19 ແລະ ໄດ້ກໍານົດທິດທາງໃນຕໍ່ໜ້າ.

ໃນໄລຍະທັງສອງກອງປະຊຸມນີ້ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນຖານະເປັນເຈົ້າພາບກອງປະຊຸມກໍໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນທີ່ດີໃນ ຄວາມພະຍາຍາມຂອງ ສປປ ລາວ ໃນການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ດັ່ງກ່າວຕໍ່ທີ່ປະຊຸມໄດ້ຮັບຊາບ.

ກອງປະຊຸມສະພາປະສານງານອາຊຽນ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ – ຈີນ ສະໄໝພິເສດຄັ້ງນີ້ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກໃນການມີບົດບາດ ແລະ ປະກອບສ່ວນຢ່າງຫ້າວຫັນຂອງ ສປປ ລາວ.