ນາຍົກ ເນັ້ນໜັກໃຫ້ພ້ອມກັນ ເປັນເຈົ້າການສະກັດກັ້ນໄວຣັສສາຍພັນໃໝ່

73

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືຕໍ່ການລະບາດ ແລະ ຜົນກະທົບຂອງການແຜ່ລະບາດພະຍາດ ໂຄວິດ – 19. ດ້ານນາຍົກ ເນັ້ນໜັກໃຫ້ຂະແໜງການກ່ຽວຂ້ອງເປັນເຈົ້າການໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ແລະ ປິດລົງໃນຕອນບ່າຍວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພິຈາລະນາຫຼາຍບັນຫາສຳຄັນ. ໃນນີ້, ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືຕໍ່ການລະບາດ ແລະ ຜົນກະທົບຂອງການແຜ່ລະບາດພະຍາດປອດອັກເສບສາຍພັນໃໝ່ຈາກເຊື້ອຈຸລະໂລກ ຫຼື ໂຄວິດ – 19 ( COVID – 19 ).
ຕໍ່ບັນຫາດັ່ງກ່າວ ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນຕົ້ນ:

1 ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ COVID – 19 ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ສະກັດກັ້ນ ແລະ ມີມາດຕະການຮັບມືຕໍ່ການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ, ສືບຕໍ່ປະຕິບັດບັນດາມາດຕະການທີ່ມີແລ້ວ ພ້ອມທັງເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນບໍ່ໃຫ້ເກີດມີການແຜ່ລະບາດຢ່າງເດັດຂາດ.

2 ມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຈັດສໍາມະນາຮ່ວມກັບບັນດາຂະແໜງການໃນຂົງເຂດເສດຖະກິດ – ສັງຄົມທີ່ກ່ຽວຂ້ອງ, ສະຖາບັນຄົ້ນຄວ້າ ແລະ ພາກທຸລະກິດ ເພື່ອປະເມີນ ແລະ ຕີລາຄາຜົນກະທົບການລະບາດຂອງ COVID – 19 ຕໍ່ເສດຖະກິດຂອງ ສປປ ລາວ ຢ່າງຮອບດ້ານ ພ້ອມທັງສະເໜີມາດຕະການຮັບມືຕໍ່ຜົນກະທົບດັ່ງກ່າວໃຫ້ລະອຽດ ແລ້ວລາຍງານລັດຖະບານພິຈາລະນາ.

3 ສໍາລັບການອອກວີຊາໃຫ້ນັກທ່ອງທ່ຽວ ໃຫ້ສືບຕໍ່ປະຕິບັດຕາມທີ່ໄດ້ແຈ້ງອອກຜ່ານມາໄປໄລຍະໜຶ່ງກ່ອນ, ເມື່ອໃດມີຄວາມພ້ອມທາງດ້າ
ຕ່າງໆແລ້ວຈຶ່ງສະເໜີລັດຖະບານພິຈາລະນາຕື່ມ, ສໍາລັບວີຊາປະເພດອື່ນໆແມ່ນໃຫ້ສືບຕໍ່ປະຕິບັດຄືເກົ່າ ໂດຍໃຫ້ບັນດາແຂວງສົມທົບກັບຂະແໜງສາທາລະນະສຸກ ກວດກາສຸຂະພາບຂອງບັນດານັກທ່ອງທ່ຽວທີ່ໄດ້ເດີນທາງເຂົ້າມາລາວໃຫ້ດີ ແລະ ມີຄວາມຮັບປະກັນບໍ່ໃຫ້ຜູ້ທີ່ຕິດເຊື້ອພະຍາດດັ່ງກ່າວເຂົ້າມາພາຍໃນປະເທດ.

4 ມອບໃຫ້ກະຊວງສຶກສາທິການ ແລະ ກີລາ ສົມທົບກັບກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ປຸກລະດົມສຶກສາອົບຮົມໃຫ້ນັກສຶກສາລາວ ແລະ ຄົນລາວທີ່ເຮັດວຽກຢູ່ ສປ ຈີນ ໃຫ້ ມີຄວາມອຸ່ນອຽນ, ສືບຕໍ່ຢູ່ ສປ ຈີນ ໄປກ່ອນເພາະວ່າ ສປ ຈີນ ກໍໄດ້ມີຄວາມເອົາໃຈໃສ່ເບິ່ງແຍງດູແລດີຢູ່ແລ້ວ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ຕິດຕາມໃຫ້ກໍາລັງໃຈ ແລະ ໃຫ້ການຊ່ວຍເຫຼືອໃນການກິນຢູ່ປະຈໍາວັນຕາມຄວາມເໝາະສົມ.

5 ໃຫ້ສືບຕໍ່ລະດົມການຊ່ວຍເຫຼືອ ສປ ຈີນ ໃນດ້ານຕ່າງໆທີ່ ສປປ ລາວ ເຮົາສາມາດຊ່ວຍເຫຼືອໄດ້ ໂດຍຮ່ວມກັບມູນນິທິຂອງ ສປ ຈີນ ປະຈໍາ ສປປ ລາວ.

6 ການຈັດງານມະຫະກໍາກີລາແຫ່ງຊາດ ທີ່ແຂວງຊຽງ ຂວາງ ດ້ານຫຼັກການແມ່ນເຫັນດີໃຫ້ນໍາສະເໜີຂໍຄໍາເຫັນນໍາກອງປະຊຸມກົມການເມືອງສູນກາງພັກຕື່ມ, ສໍາລັບການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ແມ່ນໃຫ້ເລື່ອນໄປກ່ອນ.

7 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ໍຊຸກຍູ້ການນໍາເຂົ້າ – ສົ່ງອອກສິນຄ້າ ໂດຍສະເພາະກັບ ສປ ຈີນ, ຖ້າມີບັນຫາໃດຂ້ອງຄາກໍໃຫ້ຮີບຮ້ອນປຶກສາຫາລືແກ້ໄຂ ເພື່ອບໍ່ໃຫ້ການນໍາສົ່ງສິນຄ້າເຂົ້າ – ອອກຢຸດສະຫງັກ.

ໃນຕອນທ້າຍຂອງກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງເປັນເຈົ້າການໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ຈາກເຊື້ອຈຸລະໂລກ COVID – 19 ແລະ ພະຍາດອື່ນໆທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດເປັນປະຈໍາ. ພ້ອມກັນນັ້ນ, ກໍໃຫ້ຄົ້ນຄວ້າປະເມີນຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວາງນະໂຍບາຍ ຫຼື ມາດຕາການທີ່ຈໍາເປັນ ເພື່ອຫຼຸດຜ່ອນຜົນກະທົບ ແລະ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດໃຫ້ຂະຫຍາຍຕົວ.